Monthly Archives: August, 2019

ຜູ້ປະກອບການ ໄດ້ບົດຮຽນແນະນໍາສິນຄ້າຈາກຜູ້ປະກອບການ ສ.ເກົາຫຼີ

ບໍ່ພຽງແຕ່ເປັນການຈັບຄູ່ທຸລະກິດເທົ່ານັ້ນ ສໍາລັບງານພົບປະທຸລະກິດ ລາວ - ສ.ເກົາຫຼີ ຈາກການເປີດເຜີຍຂອງຜູ້ປະກອບການລາວແມ່ນໄດ້ບົດຮຽນໃນການພົບປະຄັ້ງນີ້ ເພື່ອນໍາໄປຕໍ່ຍອດທຸລະກິດຂອງຕົນ ກ້າວສູ່ສາກົນໄດ້ອີກທາງໜຶ່ງ. KOTRA ວຽງຈັນ ໄດ້ຈັດງານພົບປະທຸລະກິດ ເຊິ່ງເປັນເວທີພົບປະລະຫວ່າງນັກທຸລະກິດລາວ ແລະ ສ.ເກົາຫຼີ ຂຶ້ນໃນວັນທີ 31 ກໍລະກົດ 2019 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ  ໂດຍການເຂົ້າຮ່ວມຂອງ ທ່ານ ຊີນ ຊູງຊູນ...

ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52

ໃນ​ຕອນ​ບ່າຍຂອງວັນທີ 30 ກໍລະກົດ 2019 ທີ່ ບາງກອກ, ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການ ວ່າດ້ວຍ ເຂດປອດອາວຸດນິວເຄລຍອາຊີ ຕາເວັນອອກສ່ຽງໃຕ້ (SEANWFZCommission), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມ​ຄືບໜ້າ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ປະຕິບັດ​ງານຂອງ​ສົນທິສັນຍາ​ ວ່າ​ດ້ວຍ ເຂດປອດອາວຸດນິວເຄລຍ​ໃນອາຊີຕາເວັນອອກສ່ຽງໃຕ້ ໄລຍະ...

ແຈ້ງ! ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນທົ່ວປະເທດ ເລີ່ມ 2 ສິງຫານີ້

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການປັບລາຄານ້ຳມັນໜ້າປ້ຳຂຶ້ນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 02 ສິງຫາ 2019 ເວລາ 06:00 ໂມງເປັນຕົ້ນໄປ.     ການປັບຂຶ້ນລາຄານໍ້າມັນໃນຄັ້ງນີ້ແມ່ນ: ນ້ຳມັນແອັດຊັງພິເສດ ປັບຂຶ້ນ 220 ກີບ/ລິດ; ນ້ຳມັນແອັດຊັງທຳມະດາ ປັບຂຶ້ນ 110 ກີບ/ລິດ ແລະ ນ້ຳມັນກາຊວນປັບຂຶ້ນ 100...

ຫຼຸດຄວາມແອອັດ! ຟິລິບປິນ ອະນຸມັດງົບສ້າງສະໜາມບິນມະນິລາ ແຫ່ງໃໝ່

ລັດຖະບານຟີລິບປິນໄດ້ອະນຸມັດແຜນການກໍ່ສ້າງສະໜາມບິນສາກົນແຫ່ງໃໝ່ ໃນເຂດຊານເມືອງມະນິລາ ເມື່ອວັນພຸດ ເພື່ອຫຼຸດຜ່ອນຄວາມແອອັດຂອງສະໜາມບິນໃຫຍ່ ໃນປັດຈຸບັນ. ສໍານັກຂ່າວເອເອັຟພີ ລາຍງາຍຈາກນະຄອນຫຼວງມະນິລາ ປະເທດຟີລິບປິນ ເມືອວັນພຸດ ທີ 31 ກໍລະກົດ ວ່າ ບໍລິສັດຊານ ມິເກລ ຂອງປະເທດຟິລິບປິນ ຈະເປັນຜູ້ຮັບເໝົາກໍ່ສ້າງສະໜາມບິນແຫ່ງໃໝ່ ໃນເມືອງບູລາກັນ ປະມານ 35 ກິໂລແມັດ ທາງທິດເໜືອຂອງນະຄອນຫຼວງມະນິລາ ໂດຍຈະມີຣັນເວຮອງຮັບທາງແລ່ນຂຶ້ນ-ແລ່ນລົງ 4 ຣັນເວ...

ນະຄອນຫຼວງ ອາດເກັບລາຍຮັບບໍ່ໄດ້ຕາມເປົ້າ

ແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 6 ເດືອນຕົ້ນປີຂອງນະຄອນຫຼວງວຽງຈັນ ເຫັນວ່າມີການພັດທະນາໄດ້ຕາມການກຳນົດ ເປັນຕົ້ນແມ່ນໂຄງການຂະໜາດໃຫຍ່ຂອງລັດຖະບານ ແລະ ການລົງທຶນພາກເອກະຊົນໃນແຕ່ລະຂົງເຂດ ແຕ່ການເກັບລາຍຮັບເຂົ້າງົບປະມານສະເພາະປີ 2019 ອາດຕ່ຳກວ່າເປົ້າໝາຍເລັກໜ້ອຍ ເນື່ອງຈາກການເກັບລາຍຮັບບາງຂົງເຂດຍັງມີຫຼາຍອັນສັບຊ້ອນ. ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ວ່າ:...

ອຸຕຸແຈ້ງເຕືອນຮັບມືພາຍຸຝົນຫົວໃໝ່ ນໍ້າຖ້ວມເມືອງນານເລີ່ມຫຼຸດລົງ ປະຊາຊົນເຂົ້າອະນາໄມເຮືອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນຮັບມືກັບພາຍຸໜຸນເຂດຮ້ອນ ວິພາ ວັນທີ 3 ຫາ 5 ສິງຫານີ້. ສ່ວນເຫດການນໍ້າຖ້ວມບ້ານເຮືອນປະຊາຊົນເຂດລ້ອງແມ່ນໍ້ານານ ເມື່ອຕອນເຊົ້າວັນທີ 30 ກໍລະກົດ, ມາຮອດວັນທີ 31 ກໍລະກົດ ລະດັບນໍ້າໄດ້ຫຼຸດລົງ ປະຊາຊົນຜູ້ມີເງື່ອນໄຂໄດ້ເຂົ້າອະນາໄມເຮືອນແດ່ແລ້ວ. ຂະນະທີ່ຂະແໜງກະສິກຳ ລາຍງານລະບົບຊົນລະປະທານເສຍຫາຍ 3 ແຫ່ງ, ສ່ວນປະຊາຊົນຕ້ອງການຄວາມຊ່ວຍເຫຼືອດ້ານສະບຽງອາຫານ. ກົມອຸຕຸນິຍົມ...

ລັດຖະບານ ກຽມປະຕິຮູບວິສາຫະກິດລັດລົງທຶນ ໄປຕາມກົນໄກເສດຖະກິດຕະຫຼາດ

ວິກິດການທາງເສດຖະກິດ - ການເງິນໂລກ ໃນໄລຍະຜ່ານມາສົ່ງຜົນກະທົບຕໍ່ວິສາຫະກິດຂອງລັດຈໍານວນໜຶ່ງ ເຮັດໃຫ້ການດຳເນີນທຸລະກິດຝືດເຄືອງ, ຂາດທຶນໝູນວຽນ, ມີໜີ້ສິນຄຸມເຄືອຈົນກ້າວໄປເຖິງການຢຸດກິດຈະການ ຫຼື ລົ້ມລະລາຍ, ລັດຖະບານ ແຫ່ງ ສປປ ລາວ ໄດ້ມີທິດຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນປັບປຸງບັນດາວິສາຫະກິດໃຫ້ມີຄວາມເຂັ້ມແຂງ. ຫຼ້າສຸດ, ໃນວັນທີ 30 ກໍລະກົດ 2019 ກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ໄດ້ຈັດກອງປະຊຸມຜ່ານຮ່າງແຜນພັດທະນາ...
- Advertisment -
Slide
Slide

Most Read

error: Content is protected !!