ແຈ້ງເຂດພາກກາງ-ເໜືອ ກຽມຮັບມືພາຍຸໂພດູ (PODUL) ເຂົ້າລາວມື້ອື່ນນີ້

49

ກ້າວສູ່ລະດູຝົນ ປະຊາຊົນໂດຍສະເພາະເຂດພື້ນທີ່ຕໍ່າ ຫຼື ເຂດພື້ນທີ່ທີ່ເຄີຍໄດ້ຮັບຜົນກະທົບນໍ້າອັ່ງ, ນ້ຳຖ້ວມຂັງ ຕ້ອງທຳໃຈ ແລະກຽມພ້ອມຮັບມືກັບສະພາບອາກາດ ລວມເຖິງລະດັບນໍ້າທີ່ຈະເພີ່ມຂຶ້ນຢູ່ແລ້ວ ນອກຈາກນັ້ນຍັງມີພາຍຸຫຼາຍໆຫົວ ທີ່ພັດຜ່ານເຂົ້າມາເປັນໄລຍະໆ ອັນຈະເຮັດໃຫ້ມີຝົນຕົກ, ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ເຊິ່ງມີຄວາມສ່ຽງຕໍ່ການເກີດເຫດຕົ້ນໄມ້, ເສົາໄຟຫັກ, ນ້ຳໄຫຼຊຸດິນເຈື່ອນອັນຈະກະທົບເຖິງຊີວິດ ແລະຊັບສິນໄດ້.

*

*

*

*

 

 

ມື້ນີ້ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການເຕືອນໄພສະບັບຫຼ້າສຸດວ່າຈະມີ ພາຍຸໝຸນເຂດຮ້ອນ ໂພດູ (PODUL) ຫົວທີ 12 ປະຈຳປີ 2019 ໃນເວລາ 7:00 ໂມງຂອງວັນທີ 28 ສິງຫາ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ 17,3 ອົງສາເໜືອ ແລະ ເສັ້ນແວງທີ 117,4 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ ດ້ວຍຄວາມໄວ 40 ກິໂລແມັດຕໍ່ຊົ່ວໂມງ.

*

*

*

*

 

ໂດຍ ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກກາງ ຫາ ພາກເໜືອຂອງປະເທດລາວ ໃນໄລຍະວັນທີ 29 ຫາ 31 ສິງຫາ 2019 ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງຢູ່ແຂວງພາກເໜືອ ຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 29 ສິງຫາ ຫາ 1 ກັນຍາ 2019 ນີ້.

*

*

*

*

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງເປັນຕົ້ນຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ດິນເຈື່ອນ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມອັ່ງ, ພ້ອມໃຫ້ເກັບມ້ຽນວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພດ້ວຍ.

*

*

*

*