ໜຶ່ງແລວໜຶ່ງເສັ້ນທາງຊຸກດັນໃຫ້ທ່າເຮືອຮໍາບວກ ກາຍເປັນທ່າເຮືອໃຫຍ່ທີ່ສຸດໃນເອີຣົບ

109

ລັດຖະບານນະຄອນຮໍາບວກ ປະເທດເຢຍລະມັນ ໄດ້ກ່າວຊົມເຊີຍແຜນລິເລີ່ມໜຶ່ງແລວທາງໜຶ່ງ ເສັ້ນທາງຂອງຈີນ (BRI: Belt and Road Initiative) ທີ່ຊ່ວຍຊຸກດັນໃຫ້ທ່າເຮືອຮໍາບວກກາຍເປັນທ່າເຮືອຮ່ວມ ເຮືອ – ລົດໄຟ ທີ່ໃຫຍ່ທີ່ສຸດໃນທະວີບເອີຣົບ.

ສໍານັກຂ່າວຊິນຫົວ ລາຍງານເມື່ອວັນພຸດ ທີ 28 ສິງຫາ ວ່າ ທ່ານເພເທີ ເຊນທ໌ເຊີ ນາຍົກເທສະມົນຕີນະຄອນຮໍາບວກ ກ່າວໃນກອງປະຊຸມທຸລະກິດຊຽງໄຮ້ – ຮໍາບວກ ວ່າ ປະມານ 1 ໃນ 3 ຂອງເຮືອຂົນສົ່ງສິນຄ້າທີ່ທ່າເຮືອຮໍາບວກ ມີຕົ້ນທາງ ຫຼື ປາຍທາງຢູ່ໃນປະເທດຈີນ ແລະ ມີລົດໄຟຂົນສົ່ງສິນຄ້າ ລະຫວ່າງປະເທດ ຫຼາຍກວ່າ 30 ສາຍ ເດີນທາງລະຫວ່າງເມືອງຮໍາບວກ ແລະ ເມືອງຕ່າງໆຂອງປະເທດຈີນທຸກໆອາທິດ.

“ແຜນລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ໄດ້ສົ່ງເສີມບົດບາດຂອງເມືອງຮໍາບວກໃນການເປັນປະຕູສູ່ທະວີບເອີຣົບ ໃຫ້ແກ່ຜູ້ປະກອບການຊາວຈີນ ແລະ ນຳພາໂອກາດການພັດທະນາມາໃຫ້ພວກເຮົາເຊັ່ນກັນ” ທ່ານເຊນທ໌ເຊີ ກ່າວຕໍ່ກອງປະຊຸມດັ່ງກ່າວ ເຊິ່ງຈັດຂຶ້ນທີ່ນະຄອນຊຽງໄຮ້ ເມື່ອວັນຈັນ ທີ 26 ສິງຫາ ຜ່ານມາ.

ທ່ານເຊນທ໌ເຊີ ອີງຕາມຂໍ້ມູນຈາກທາງການເມືອງຮໍາບວກ ທີ່ຕັ້ງຢູ່ທາງພາກເໜືອຂອງເຢຍລະມັນ ວ່າ ມີບໍລິສັດຈີນຫຼາຍກວ່າ 550 ບໍລິສັດທີ່ເຂົ້າມາລົງທືນ ໃນເມືອງຮໍາບວກ ແລະ ແຕ່ລະປີມີການຂົນສົ່ງສິນຄ້າດ້ວຍຕູ້ຄອນເທນເນີ ປະມານ 4,8 ລ້ານ ຕູ້ ລະຫວ່າງຮໍາບວກ ແລະ ຈີນ ໂດຍຈໍານວນດັ່ງກ່າວ ແມ່ນເປັນການຂົນສົ່ງຫຼາຍກວ່າທ່າເຮືອອື່ນໆທຸກແຫ່ງໃນທະວີບເອີຣົບ.

ທ່ານນາງອັງເກລາ ທິດສ໌ຣາດ ປະທານຄະນະກໍາມະການບໍລິຫານບໍລິສັດ Hamburger Hafen und Logistik AG ກ່າວວ່າ ເມືອງຮໍາບວກກຳລັງພະຍາຍາມຮັກສາສະຖານະພາບການເປັນສູນກາງໂລຈິສຕິກລະດັບໂລກຕະຫຼອດຫຼາຍປີຜ່ານມາ ໂດຍມີເປົ້າໝາຍການເພີ່ມການຂົນສົ່ງໄປອາຊີ ໂດຍສະເພາະປະເທດຈີນ.

ທ່ານນາງທິດສ໌ຣາດ ປະເມີນວ່າ ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟ ລະຫວ່າງເມືອງຮໍາບວກ ແລະ ເມືອງຕ່າງໆໃນປະເທດຈີນ ເປັບເພີ່ມຂື້ນຫຼາຍກວ່າ 6 ແສນຕູ້ຄອນເທນເນີ ຂະໜາດມາດຕະຖານພາຍໃນປີ 2025 ດ້ວຍແຮງສະໜັບສະໜູນ ຈາກແຜນລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.

ນອກຈາກນີ້, ຮໍາບວກ ຍັງຊ່ວຍສົ່ງເສີມການຄ້າລະຫວ່າງກຸ່ມປະເທດເອີຣົບກາງ ແລະ ເອີຣົບຕາເວັນອອກ ແລະ ຈີນ ໂດຍການເປັນສູນກາງການຂົນສົ່ງສິນຄ້າຕາມເສັ້ນທາງສາຍໄໝ ທັງທາງບົກ ແລະ ທາງທະເລ.

ອີກປະການຶ່ງ ແຜ່ນລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ເຊິ່ງຈີນໄດ້ນໍາສະເໜີ ເມື່ອປີ 2013 ແບ່ງເປັນພາກເສດຖະກິດເສັ້ນທາງສາຍ ໄໝ ແລະ ເສັ້ນທາງສາຍໄໝທາງທະເລ ແຫ່ງສະຕະວັດ ທີ 21 ໂດຍມີເປົ້າໝາຍສ້າງໂຄງຂ່າຍການຄ້າ ແລະ ໂຄງສ້າງພື້ນຖານທີ່ເຊື່ອມອາຊີ ກັບ ເອີຣົບ, ອາຟຣິກກາ ແລະ ອື່ນໆ.