ອັດຕະປື ໄດ້ຮັບຫຼຽນ ແລະ ໃບຍ້ອງຍໍ ຜົນງານດີເດັ່ນໃນງານວາງສະເເດງສິນຄ້າ ຈີນ-ອາຊຽນ

311

ວັນທີ 27 ສິງຫາ 2019 ທີ່ຮ້ານອາຫານ 3 ຊໍ ກະຊວງອຸດສະຫະກຳ ແລະ ການຄ້າ ຮ່ວມກັບຂະແໜງການກ່ຽວຂ້ອງ ໃນ ແຂວງ ອັດຕະປື ໄດ້ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ 3 ຂອງປະທານປະເທດ, ຍ້ອງຍໍ ບຸກຄົນ ແລະ ກົມກອງ ຂອງລັດຖະບານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ກະກຽມ ແລະ ເຂົ້າຮ່ວມວາງສະເເດງສິນຄ້າ ຈີນ-ອາຊຽນ ໄດ້ຮັບຜົນສຳເລັດເປັນຢ່າງດີ ເຊິ່ງຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນໃນການພັດທະນາປະເທດຊາດ.
ໃນງານສະເເດງສິນຄ້າສາກົນ ຈີນ-ອາຊຽນ ຖືເປັນເວທີ ທີ່ສຳຄັນ ໃນການຮັດແໜ້ນສາຍພົວພັນ ແລະ ຮ່ວມມືລະຫວ່າງ ສປ ຈີນ ແລະ ອາຊຽນ ກັບ ສປປ ລາວ ເປັນການສານຕໍ່ສ້າງເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ປະກົດຜົນເປັນຈິງ ແລະ ເປັນໄປຕາມແຜນທີ່ໄດ້ກຳນົດໄວ້


ສະນັ້ນ ຜູ້ຜົນງານດີເດັ່ນຂອງແຂວງ ອັດຕະປື ທີ່ໄດ້ເຂົ້າຮ່ວມໃນງານວາງສະເເດງສິນຄ້າ ຈີນ-ອາຊຽນ ໃນຄັ້ງທີ 13 ປະຈຳປີ 2016 ຜ່ານມາ ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ແມ່ນໄດ້ຖືກບັນທຶກໄວ້ໃນປະຫວັດສາດແຫ່ງຊາດລາວຕະຫຼອດໄປ ເຊິ່ງໄດ້ຮັບ ຫຼຽນໄຊອິດສະຫຼະ ຊັ້ນ 3 ຂອງປະທານປະເທດ ມີ 4 ທ່ານ ຄື: ທ່ານ ປອ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື ປີ 2016; ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື; ທ່ານ ວີຊຽນ ສະໜາມໄຊ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ປີ 2016 ແລະ ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ, ໄດ້ຮັບການໃບຍ້ອງຍໍຂອງລັດຖະບານຈຳນວນ 5 ກົົມກອງ ຄື: ບໍລິສັດ ຄໍາທະນາພອນ ຄວັດແກະສະຫຼັກໄມ້ຄົບວົງຈອນ; ບໍລິສັດ ເຊັນເຈີລີ; ໂຮງງານປຸງແຕ່ງໄມ້ ເມືອງ ພູວົງ; ບໍລິສັດ ບົວລະພາພັດທະນາກະສິກຳ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ແລະ ບໍລິສັດ ເຄຫາພັນສິນ ພ້ອນນີ້ ຍັງໄດ້ຮັບໃບຍ້ອງຍໍປະເພດບຸກຄົນດີເດັ່ນນຳອີກຈໍານວນ 11 ທ່ານ.

ເຊິ່ງເປັນກຽດຂຶ້ນມອບຄັ້ງນີ້ ມີ ທ່ານ ນ. ເຂັມມະນີ ພົນເສນາ ກຳມະການສູນກາງພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸ່ນຫຼ້າ ໄຊຍິສິດ ຮອງເຈົ້າແຂວງ ອັດຕະປື ແລະ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.


ໂດຍ: ມາລາທິບ