ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຈະສຸມໃສ່ 3 ໜ້າວຽກ ຍົກສູງຄຸນນະພາບການສຶກສາ

164

ໃນສົກຮຽນ 2019 – 2020 ນີ້ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຈະສຸມໃສ່ພັດທະນາ 3 ໜ້າວຽກຫຼັກ ໃນຂະແໜງການສຶກສາ ແລະ ກີລາ ເພື່ອຍົກສູງຄຸນນະພາບການຮຽນ – ການສອນ, ສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນສີຂຽວໃນຂອບເຂດນະຄອນຫຼວງ ພ້ອມທັງສ້າງນັກກີລາຜູ້ທີ່ມີພອນສະຫວັນເຂົ້າແຂ່ງຂັນ ມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນຕົ້ນປີ 2020.

ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ( ສສກ ນວ ) ໃຫ້ສຳພາດໃນວັນທີ 26 ສິງຫາ 2019 ວ່າ: ໃນໄລຍະສົກປີຜ່ານມາ ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນພາກລັດ ແລະ ເອກະຊົນທັງໝົດ 1.099 ແຫ່ງ. ໃນນັ້ນ, ໂຮງຮຽນລ້ຽງເດັກ – ອະນຸບານ 389 ແຫ່ງ, ປະຖົມ 533 ແຫ່ງ ແລະ ມັດທະຍົມ 177 ແຫ່ງ, ມີນັກຮຽນທັງໝົດ 201.178 ຄົນ ຍິງ 97.984 ຄົນ ເຊິ່ງເຫັນວ່າທຸກໆເມືອງມີຄວາມສະເໝີພາບເທົ່າທຽມໃນການເຂົ້າເຖິງການສຶກສາລະຫວ່າງ ຍິງ – ຊາຍ, ອັດຕາການເຂົ້າຮຽນເພີ່ມຂຶ້ນ, ສາມາດບັນລຸ 15 ຄາດໝາຍການສຶກສາແຫ່ງຊາດໄດ້ 100% ແລະ ຈຳນວນນັກຮຽນທີ່ສອບເສັງໄດ້ຄະແນນຮອບດ້ານເພີ່ມຂຶ້ນຫຼາຍເທົ່າຕົວທີ່ບໍ່ເຄີຍມີມາກ່ອນ. ນອກນັ້ນ, ຍັງໄດ້ຈັດກິດຈະກຳກີລາຕ້ອນຮັບວັນສຳຄັນຕ່າງໆຂອງຊາດ, ຂອງຂະແໜງການ, ຈັດກິດຈະກຳແຂ່ງຂັນກີລາຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ນຳພານັກກີລາເຂົ້າຮ່ວມແຂ່ງຂັນບານເຕະທີ່ບາງກອກ ປະເທດໄທ ແລະ ອື່ນໆ.

ເຖິງຢ່າງໃດກໍຕາມ, ຍັງເຫັນວ່າມີຫຼາຍຄາດໝາຍສູ້ຊົນທີ່ຂົງເຂດການສຶກສາຍັງບໍ່ສາມາດບັນລຸໄດ້ ເຊັ່ນ: ການປະລະການຮຽນຂອງນັກຮຽນຍັງສູງປະມານ 5.322 ຄົນ ເທົ່າກັບ 3,31%; ອັດຕາຄ້າງຫ້ອງຊັ້ນ ປ 1, ມ 1 ແລະ ມ 5 ຍັງສູງ; ຈຳນວນນັກຮຽນ ມ 4 ທີ່ເຂົ້າຮຽນສາຍອາຊີວະຍັງບໍ່ທັນບັນລຸໄດ້ເຖິງ 5%; ຈຳນວນນັກຮຽນຈົບ ມ 7 ໄປສຶກສາຕໍ່ທັງພາຍໃນ ແລະ ຕ່າງປະເທດຍັງບໍ່ທັນກວມ 80%; ການເກັບກໍາຂໍ້ມູນມວນຊົນອອກກຳລັງກາຍເພື່ອສຸຂະພາບຍັງບໍ່ທັນຊັດເຈນເທົ່າທີ່ຄວນ.

ດັ່ງນັ້ນ, ຫຼັງຈາກເສັງແລ້ວພາກຮຽນທີ 2 ສົກປີ 2018 – 2019 ຜ່ານມາ ພະແນກສຶກສາທິການ ແລະ ກີລາກໍໄດ້ເອົາໃຈໃສ່ຈັດການຝຶກອົບຮົມໃຫ້ແກ່ບັນດາພະນັກງານ ຄູ – ອາຈານໃຫ້ສິດສອນມີຄຸນນະພາບຂຶ້ນ ເປັນຕົ້ນແມ່ນຫຼັກສູດປະຖົມແບບໃໝ່ຂອງກະຊວງ ແລະ ສຳຫຼວດຕິດຕາມກວດກາ, ສັບຊ້ອນພະນັກງານຄູ – ອາຈານ ໃຫ້ເໝາະສົມຕາມຄວາມເປັນຈິງ, ພິເສດແມ່ນສັບຊ້ອນຕາມວິຊາທີ່ຕ້ອງການ, ສັບຊ້ອນຄູ – ອາຈານຈາກເຂດທີ່ເຫຼືອໄປສູ່ເຂດທີ່ຂາດເຂີນ ໂດຍສະເພາະແມ່ນໃນເມືອງສັງທອງ ທີ່ເຫັນວ່າຍັງຂາດຄູ – ອາຈານຈຳນວນ 40 ກວ່າຄົນ ແລະ ມາຮອດປັດຈຸບັນຖືວ່າສັບຊ້ອນສຳເລັດແລ້ວ ເພື່ອຈະກະກຽມໃສ່ການເປີດສົກຮຽນໃໝ່ຂອງຂັ້ນນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 30 ສິງ 2019 ນີ້ ພ້ອມທັງໃຫ້ບັນດານ້ອງນັກຮຽນຄູ – ອາຈານທັງໝົດພາກັນປູກຕົ້ນໄມ້ເພື່ອຮັກສາສິ່ງແວດລ້ອມໃນໂຮງຮຽນ.

ທ່ານຍັງກ່າວຕື່ມວ່າ: ເພື່ອບັນລຸເປົ້າໝາຍຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກີລາ ໃນສົກປີ 2019 – 2020 ນີ້ ຂະແໜງການສຶກສານະຄອນຫຼວງ ຈະຕ້ອງເອົາໃຈໃສ່ 3 ວຽກງານພື້ນຖານ ເຊັ່ນ:
1). ຂະຫຍາຍວຽກງານສຶກສາກ່ອນໄວທີ່ມີຄຸນນະພາບໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໂດຍເນັ້ນໃສ່ປັບປຸງໂຄງລ່າງພື້ນຖານອຸປະກອນຮັບໃຊ້ການຮຽນ – ການສອນ, ປັບປຸງຄຸນນະພາບການສິດສອນຊັ້ນປະຖົມ, ຫຼຸດຜ່ອນອັດຕາປະລະການຮຽນ, ປັບປຸງລະບົບການຄຸ້ມຄອງໂຮງຮຽນໃຫ້ດີຂຶ້ນ, ຝຶກອົບຮົມພະນັກງານຄູສຳລັບຊັ້ນອະນຸບານ ແລະ ປະຖົມໃຫ້ໄດ້ຮັບປະສິດທິພາບ.

2). ປຸກລະດົມຊຸມຊົນປະກອບສ່ວນໃນການສົ່ງເສີມສຸຂະອະນາໄມ, ສຸຂະພາບຈະເລີນພັນ, ປັບປຸງສະພາບແວດລ້ອມໃນໂຮງຮຽນ ໂດຍຈັດກິດຈະກຳປູກຕົ້ນໄມ້ຕ່າງໆໃຫ້ກາຍເປັນໂຮງຮຽນສີຂຽວຕາມທິດພັດທະນາຍືນຍົງ ພ້ອມທັງຫຼຸດຜ່ອນການນຳໃຊ້ຖົງຢາງພລາສຕິກ ພ້ອມທັງສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນໂຮງຮຽນ.
3). ສົ່ງເສີມໃຫ້ພົນລະເມືອງນະຄອນຫຼວງ ກໍຄືນ້ອງນັກຮຽນຫັນມາອອກກຳລັງກາຍເພື່ອສຸຂະພາບ ແລະ ສົ່ງເສີມໃຫ້ຜູ້ມີພອນສະຫວັນດ້ານກີລາ – ກາຍະກຳ ໃຫ້ກາຍເປັນນັກກີລາອາຊີບ ເພື່ອຄັດເລືອກເອົານັກກີລາເຂົ້າແຂ່ງຂັນງານມະຫະກຳ ກີລາ ທີ່ຈະຈັດຂຶ້ນໃນຕົ້ນປີ 2020 ທີ່ ແຂວງຊຽງຂວາງ.