ກະຊວງປ້ອງກັນປະເທດ ວັດຄົມ ຊາວໜຸ່ມແຂວງວຽງຈັນ ນັດຊີງບານເຕະຊີງຂັນຊາວໜຸ່ມ

95

ຊາວໜຸ່ມກະຊວງປ້ອງກັນປະເທດໄປຕາມນັດທະລຸເຂົ້າຮອບຊີງຊະນະເລີດການແຂ່ງຂັນຊີງຂັນ ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ 2019 ໄປພົບກັບຄະນະຊາວໜຸ່ມແຂວງວຽງຈັນ. ສ່ວນຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ ໄປຊີງອັນດັບ 3 ກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນທ້າຍອາທິດນີ້.

ທີມຊາວໜຸ່ມແຂວງວຽງຈັນ

ການແຂ່ງຂັນລາຍການດັ່ງກ່າວມີ 19 ທີມເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 4 ກຸ່ມແຂ່ງພົບກັນໝົດ ເພື່ອຄັດເອົາທີມອັນດັບ 1 ແລະ 2 ເຂົ້າຮອບ 8 ທີມສຸດທ້າຍ ເຊິ່ງໃຊ້ສະໜາມ ລ້ານຊ້າງ ສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນສະໜາມແຂ່ງຂັນ ແລະ ມາຮອດວັນທີ 26 ສິງຫາ 2019 ເປັນການແຂ່ງຂັນຮອບ 4 ທີມສຸດທ້າຍ.
ທີມຊາວໜຸ່ມ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ

ປາກົດວ່າ: ຄູ່ທໍາອິດ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ພົບກັບ ກະຊວງປ້ອງກັນປະເທດ ແລະ ເປັນກະຊວງປ້ອງກັນປະເທດ ທີ່ບຽດເອົາຊະນະໄປ 1 – 0, ສ່ວນ ຄູ່ທີ 2 ຄະນະຊາວໜຸ່ມແຂວງວຽງຈັນ ເອົາຊະນະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ 2 – 0.
ທີມຊາວໜຸ່ມກະຊວງປ້ອງກັນປະເທດ

ຈາກຜົນດັ່ງກ່າວເຮັດໃຫ້ກະຊວງປ້ອງກັນປະເທດ ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ຄະນະຊາວໜຸ່ມ ແຂວງວຽງຈັນ ໃນວັນສຸກທີ 30 ສິງຫາ 2019 ທີ່ສະໜາມກີລາລ້ານຊ້າງ ສະເຕດຽມ ( ບ້ານໜອງໄຮ ) ເວລາ 18:00 ໂມງ, ສ່ວນຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ ໄປຊີງອັນດັບ 3 ກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນວັນດຽວກັນເວລາ 16:00 ໂມງ.
ທິມຊາວໜຸ່ມນະຄອນຫຼວງວຽງຈັນ

ສໍາລັບເງິນລາງວັນຊະນະເລີດຈະໄດ້ຮັບ 10 ລ້ານກີບ ພ້ອມຂັນ ມູນຄ່າ 3 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບ 2 ໄດ້ 7 ລ້ານກີບ ພ້ອມຫຼຽນລາງວັນ, ອັນດັບ 3 ໄດ້ 5 ລ້ານກີບ ພ້ອມຫຼຽນລາງວັນ ແລະ ອັນດັບ 4 ໄດ້ 3 ລ້ານກີບ ພ້ອມຫຼຽນລາງວັນ. ນອກນັ້ນ, ກໍຍັງມີລາງວັນດາວຍິງສູງສຸດ, ນັກເຕະດີເດັ່ນ ແລະ ລາງວັນອື່ນໆອີກ.

ຮູບຈາກ:LAO YOUTH UNION Championship