ສະຫວັນນະເຂດ ແຕ່ງຕັ້ງພະນັກງານການນຳຢູ່ 4 ເມືອງ

68

ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ ແລະ ​ການ​ຄຸ້ມ​ຄອງ ການ​ບໍ​ລິ​ຫານ​ລັດ​ໃຫ້​ເຂັ້ມ​ແຂງ​. ຄະ​ນະ​ນຳ​ຂອງແຂວງສະ​ຫວັນ​ນະ​ເຂດ ໄດ້ລົງເຄື່ອນໄຫວ​ປະກາດປັບປຸງການຈັດ​ຕັ້ງ​ຕຳແໜ່ງເຈົ້າເມືອງ​ໃນ 4 ຕົວ​ເມືອງຄື: ເມືອງ ພີນ, ເມືອງ ນອງ, ເມືອງ ຈຳພອນ ແລະ ເມືອງ ຊົນນະບູລີ ທັງນີ້ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ໃຫ້ມີປະສິດທິພາບດີຂຶ້ນ.

​ ດັ່ງນັ້ນ, ໃນວັນທີ 23 ສິງຫາ 2019 ຜ່ານມາ, ຄະນະນຳແຂວງ ສະຫວັນນະເຂດ ໄດ້ລົງເຄື່ອນໄຫວແຕ່ງຕັ້ງເຈົ້າເມືອງໆພີນ ຄົນໃໝ່ ພາຍໃຕ້ການເປັນປະທານ ຂອງທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆສະຫວັນນະເຂດ, ມີຄະນະຈັດຕັ້ງແຂວງ, ຄະນະປະຈໍາພັກເມືອງ, ກໍາມະການ ພັກເມືອງ, ຫົວໜ້າ-ຮອງຫົວ ໜ້າຫ້ອງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຜ່ານ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ລັດຖະກອນອອກຮັບເບ້ຍບໍານານ ເຊິ່ງອະນຸມັດໃຫ້ ທ່ານ ຄໍາມາດ ເນົາວົງພະຈັນ ເຈົ້າເມືອງໆພີນ ອອກຮັບອຸດໜູນເບ້ຍບໍານານ ແຕ່ວັນທີ 01 ກໍລະກົດ 2019 ເປັນຕົ້ນໄປ ແລະ ຂໍ້ຕົກລົງຂອງທ່ານເຈົ້າ ແຂວງວ່າດ້ວຍການແຕ່ງຕັ້ງພະນັກງານ ໂດຍແຕ່ງຕັ້ງທ່ານ ສາລີ ວີນລາວັນ ອະດີດຮອງຜູ້ອຳນວຍການໂຮງ ຮຽນການເມືອງ-ການປົກຄອງແຂວງເປັນເຈົ້າເມືອງໆ ພີນຄົນໃໝ່.

ในภาพอาจจะมี ข้อความ และสถานที่ในร่ม

ໃນເຊົ້າຂອງວັນດຽວກັນເມືອງນອງ ກໍ່ໄດ້ຈັດພິທີປະກາດການຈັດຕັ້ງການນຳເມືອງຄົນໃໝ່ ໂດຍ ການເຂົ້າຮ່ວມເປັນປະທານ ຂອງທ່ານ ວົງເພັດ ໄຊສະຫງວນ ຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເຊິ່ງໃນພິທີ, ກໍ່ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງວ່າດ້ວຍການໂຍກຍ້າຍພະນັກງານ ແລະແຕ່ງຕັ້ງພະນັກງານ ໂດຍໄດ້ໂຍກຍ້າຍ ທ່ານ ສຸພາພອນ ນັນທະນາວອນ ອະດີດເຈົ້າເມືອງໆນອງ ໄປປະຈຳການຢູ່ຫ້ອງວ່າການປົກຄອງແຂວງ ແລະ ແຕ່ງຕັ້ງ ທ່ານ ລຳແກ້ວ ແສງໜູທອງ ອະດີດເລຂາຄະນະບໍລິຫານງານຊາວໜຸ່ມແຂວງເປັນເຈົ້າເມືອງໆນອງຄົນໃໝ່.

 

 

ສ່ວນຢູ່ທີ່ເມືອງຈຳພອນ ກໍ່ໄດ້ຈັດພິທີປະກາດການຈັດຕັ້ງການນຳຂອງເມືອງຂຶ້ນ ໃນວັນທີ 23 ສິງຫາ ເຊັ່ນກັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳເຜີຍ ຜັນທະຈອນ ປະທານສະພາປະຊາຊົນ ແຂວງ, ມີການຈັດຕັ້ງກ່ຽວຂ້ອງ, ຄະນະພັກ-ອຳນາການປົກຄອງຂັ້ນຕ່າງໆພາຍໃນເມືອງເຂົ້າຮ່ວມ. ເຊິ່ງໃນພິທີ ໄດ້ມີການຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງແລ້ວ ກໍ່ໄດ້ ມີການມອບ-ຮັບໜ້າທີ່ກັນຢ່າງເປັນທາງການລະຫວ່າງ ທ່ານ ສຸທິ ຜິວສຸລິຍະມາດ ອະດີດເຈົ້າເມືອງຈຳພອນ (ພັກຜ່ອນເຂົ້າຮັບອຸດໜູນເບ້ຍບຳນານ) ແລະ ແຕ່ງຕັ້ງ ທ່ານ ຄຳລຸຍ ຍາດຕິວົງ ອະດີດຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງເປັນເຈົ້າເມືອງຈຳພອນຄົນໃໝ່.

 

 

ຈາກນັ້ນ, ໃນຕອນບ່າຍ ຂອງວັນທີ 23 ສິງຫາ 2019 ທີ່ຫ້ອງວ່າການປົກຄອງເມືອງ ຊົນນະບູລີ, ທ່ານ ຄຳເຜີຍ ຜັນທະຈອນ ປະທານສະພາປະຊາຊົນ ແຂວງ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນ ການມອບ-ຮັບໜ້າທີ່ເຈົ້າເມືອງ ຊົນນະບູລີ ລະຫວ່າງ ທ່ານ ຄຳພັນ ຄູນສັກສີ ເຈົ້າເມືອງຊົນນະບູລີ ຄົນເກົ່າ (ໄປປະຈໍາການຢູ່ຫ້ອງ ວ່າການປົກຄອງແຂວງ) ແລະ ແຕ່ງຕັ້ງ ທ່ານ ສຸລິໄລ ຫຼວງສະລາດ ເປັນເຈົ້າເມືອງຊົນນະບູລີຄົນໃໝ່ ເຊິ່ງມີຄະນະພັກ-ອຳນາດການປົກຄອງທີ່ກ່ຽວຂ້ອງຂັ້ນຕ່າງໆເຂົ້າຮ່ວມ.