ເປີດບໍລິສັດ ເມລໂກ້ ເອລເລເວເຕີ ລາວ ໂຊລ ຈໍາກັດ ຫຼື ( MLAO ) ຕົວແທນຈໍາໜ່າຍ ລິບ ແລະ ຂັ້ນໄດເລື່ອນ ຍີ່ຫໍ້ມິດຊູບິຊິໃນລາວ

305

ບໍລິສັດ ມິດຊູບິຊິ ອີເລັກທຣິກ ຄໍປໍເຣຊັນ ປະເທດຍີ່ປຸ່ນ ໄດ້ມອບໝາຍໃຫ້ ມິດຊູບິຊິ ເອລເລເວເຕີ ( ປະເທດໄທ ) ເປັນຕົວແທນໃນການສ້າງຕັ້ງ ບໍລິສັດ ເມລໂກ້ ເອລເລເວເຕີ ລາວ ໂຊລ ຈໍາກັດ ຫຼື ( MLAO ) ເພື່ອບໍລິການຕິດຕັ້ງ ແລະ ຈັດຈໍາໜ່າຍ ລິບ ແລະ ຂັ້ນໄດເລື່ອນ ຍີ່ຫໍ້ ມິດຊູບິຊິ ແຕ່ພຽງຜູ້ດຽວໃນລາວ ດ້ານຜູ້ບໍລິຫານເຜີຍ: ປີນີ້ຕັ້ງເປົ້າຈໍາໜ່າຍລິບ – ຂັ້ນໄດເລື່ອນ ປະມານ 60 ໜ່ວຍ ໂດຍເນັ້ນໃສ່ບັນດາໂຄງການຕ່າງໆທີ່ເປັນຂອງນັກລົງທຶນຕ່າງປະເທດ ແລະ ພາຍໃນເປັນຫຼັກ.


ທ່ານ ມຸເນະຣິສະ ໂອກະໂມະໂຕະ ກໍາມະການຜູ້ຈັດການ ບໍລິສັດ ມິດຊູບິຊິ ເອລເລເວເຕີ ( ປະເທດໄທ ) ກ່າວວ່າ: ລິບ ແລະ ຂັ້ນໄດເລື່ອນ ຍີ່ຫໍ້ມິດຊູບິຊິ ເປັນທີ່ຮູ້ຈັກກັນດີໃນປະເທດລາວ ເຊິ່ງໄລຍະຜ່ານມາມີຕະຫຼາດສ່ວນແບ່ງຫຼາຍກວ່າ 30%, ຈາກການປະເມີນພົບວ່າອີກ 5 ປີຂ້າງໜ້າຄວາມຕ້ອງການນໍາໃຊ້ ລິບ – ຂັ້ນໄດ້ເລື່ອນໃນລາວຈະສູງຂຶ້ນເຖິງ 290 ໜ່ວຍ ໂດຍເພີ່ມຈາກເກົ່າທີ່ມີຢູ່ໃນປັດຈຸບັນພຽງແຕ່ 180 ໜ່ວຍ ເພາະເສດຖະກິດຂອງລາວມີອັດຕາການຂະຫຍາຍຕົວຕໍ່ເນື່ອງ ໂດຍສະເພາະແມ່ນໂຄງການລົງທຶນຂອງປະເທດເພື່ອນບ້ານໃນ ອາຊຽນ ແລະ ສປ ຈີນ ຢ່າງຫຼວງຫຼາຍ. ສະນັ້ນ, ບໍລິສັດແມ່ຈຶ່ງໄດ້ຕັດສິນໃຈດໍາເນີນການຈົດທະບຽນສ້າງຕັ້ງ ບໍລິສັດ ເມລໂກ້ ເອລເລເວເຕີ ລາວ ໂຊລ ຈໍາກັດ ຫຼື ( MLAO ) ເພື່ອເພີ່ມຄວາມອາດສາມາດໃນການດໍາເນີນທຸລະກິດ ແລະ ໃຫ້ບໍລິການ ລິບ – ຂັ້ນໄດເລື່ອນແຕ່ພຽງຜູ້ດຽວໃນປະເທດລາວ.

ໂອກາດນີ້, ພອນໄຊ ສຸດທິພົງ ປະທານສະມາຄົມສະຖາປານິກ ແລະວິສະວະກອນກໍ່ສ້າງລາວ ກ່າວຕື່ມວ່າ: ລິບ ແລະ ຂັ້ນໄດເລື່ອນ ເປັນຜະລິດຕະພັນໜຶ່ງທີ່ມີຈໍາໜ່າຍໃນລາວ ປັດຈຸບັນຄວາມຕ້ອງການນໍາໃຊ້ສິນຄ້າດັ່ງກ່າວນັບມື້ເພີ່ມຂຶ້ນ ເພາະໂຄງການກໍ່ສ້າງຕ່າງໆມີຫຼາຍ. ສະນັ້ນ, ຈຶ່ງມີ ຄວາມຕ້ອງການຜະລິດຕະພັນທີ່ໄດ້ມາດຕະຖານ ແລະ ມີຄວາມປອດໄພສູງ ໂດຍລິບຍີ່ຫໍ້ ມິດຊູບິຊິ ດັ່ງກ່າວກໍຖືກນໍາໃຊ້ຫຼາຍໂຄງການຜ່ານມາ.

ທ່ານ ສົນທິ ປ່ຽມສະຫວັດ ຜູ້ຈັດການທົ່ວໄປ ບໍລິສັດ MLAO ໃຫ້ສໍາພາດວ່າ: ເນື່ອງຈາກເຮັດທຸລະກິດເປັນປີທຳອິດ ຈຶ່ງຕັ້ງເປົ້າຈໍາໜ່າຍສິນຄ້າປະມານ 60 ໜ່ວຍ. ໃນນັ້ນ, ລິບ 55 ໜ່ວຍ ແລະ ຂັ້ນໄດເລື່ອນ 5 ໜ່ວຍ ເພາະການເຕີບໂຕຂອງເສດຖະກິດທີ່ຫຼາຍໂຄງການກໍາລັງຈະສໍາເລັດໃນອີກ 2 – 3 ປີຂ້າງໜ້າ ຈຶ່ງເຮັດໃຫ້ມີການຊົມໃຊ້ລິບ ແລະ ຂັ້ນໄດເລື່ອນຫຼາຍຂຶ້ນ ໂດຍ ເອັມລາວ ເປັນຕົວແທນຈໍາໜ່າຍລິບ ແລະ ຂັ້ນໄດ້ເລື່ອນ ຍີ່ຫໍ້ ມິດຊູບິຊິ ແຕ່ພຽງຜູ້ດຽວ ຫາກລູກຄ້າສົນໃຈສາມາດຊື້ໄດ້ແຕ່ຢູ່ບໍລິສັດນີ້ເທົ່ານັ້ນ ຕັ້ງຢູ່ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ສໍາລັບກຸ່ມລູກຄ້າເປົ້າໝາຍແມ່ນນັກລົງທຶນຈາກໄທ, ສປ ຈີນ, ສສ ຫວຽດນາມ ແລະ ບັນດາໂຄງການຕ່າງໆທີ່ມີຢູ່ຫຼາຍແຫ່ງໃນລາວ. ປັດຈຸບັນ ລິບ – ຂັ້ນໄດ້ເລື່ອນ ຍີ່ຫໍ້ ມິດຊູບິຊິ ໄດ້ຖືກນໍາໃຊ້ຢູ່ທົ່ວປະເທດປະມານ 400 ໜ່ວຍ ເຊິ່ງຫຼາຍ ກວ່າໝູ່ແມ່ນນະຄອນຫຼວງວຽງຈັນ, ຮອງລົງມາແມ່ນຈໍາປາສັກ, ສະຫວັນນະເຂດ ແລະ ແຂວງອື່ນໆ. ນອກນັ້ນ, ພວກເຮົາຍັງມີແຜນບຸກຕະຫຼາດທາງພາກເໜືອຕື່ມອີກ “ ທ່ານ ສົນທິ ກ່າວ ”.

ພິທີເປີດໂຕບໍລິສັດດັ່ງກ່າວ ຈັດຂຶ້ນໃນຕອນແລງວັນທີ 27 ສິງຫາ 2019 ຜ່ານມາທີ່ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າຂອງ ທ່ານ ມຸເນະຣິສະ ໂອກະໂມະໂຕະ ກໍາມະການຜູ້ຈັດການ ບໍລິສັດ ມິດຊູບິຊິ ເອລເລເວເຕີ ( ປະເທດໄທ ), ທ່ານ ພອນໄຊ ສຸດທິພົງ ປະທານສະມາຄົມສະຖາປານິກ ແລະ ວິສະວະກອນກໍ່ສ້າງລາວ, ທ່ານ ສົນທິ ປ່ຽມສະຫວັດ ຜູ້ຈັດການທົ່ວໄປ ບໍລິສັດ MLAO ພ້ອມດ້ວຍແຂກຖືກເຊີນຈາກ ບໍລິສັດ – ຫ້າງຮ້ານເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ ]