ຝົນຕົກໜັກໃນເກາະຄິວຊູ ພາກໃຕ້ສຸດຂອງປະເທດຍີ່ປຸ່ນ ເຮັດໃຫ້ເກີດນໍ້າຖ້ວມໃນຫຼາຍພື້ນທີ່ ແລະ ດິນເຈື່ອນ ມີຜູ້ເສຍຊີວິດແລ້ວ 3 ຄົນ ເມື່ອວັນພຸດ ຜ່ານມາ ທາງການອອກຄໍາສັ່ງຍົກຍ້າຍປະຊາຊົນ ກວ່າ 9 ແສນຄົນ ອອກຈາກທີ່ຢູ່ອາໄສໃນເຂດສ່ຽງ ແລະ ຫຼາຍກວ່າ 1 ລ້ານຄົນ ໄດ້ຮັບ “ຄຳແນະນຳ” ໃຫ້ຍ້າຍໄປຢູ່ບ່ອນປອດໄພຊົ່ວຄາວ.
ສຳນັກຂ່າວຣອຍເຕີ ລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນພຸດ ທີ 28 ສິງຫາ ວ່າ ເຈົ້າໜ້າທີ່ທ້ອງຖິ່ນເປີດເຜີຍ ເມື່ອວັນພຸດ ໃຫ້ຮູ້ວ່າ ຝົນທີ່ຕົກລົງມາຢ່າງໜັກໃນຫຼາຍພື້ນທີ່ຂອງເກາະຄິວຊູ ເຮັດໃຫ້ປະລິມານນໍ້າຝົນໃນໄລຍະ 2 ວັນ ລະຫວ່າງວັນທີ 27 – 28 ສິງຫາ ຫຼາຍກວ່າລະດັບສະເລ່ຍ ກວ່າ 2 ເທົ່າ ໃນເດືອນສິງຫາ ຈຶ່ງເກີດນໍ້າຖ້ວມກະທັນຫັນ, ແມ່ນໍ້າຫຼາຍສາຍຍື່ງລົ້ນຝັ່ງ, ຫົນທາງຖືກກະແສນໍ້າຕັດຂາດ ແລະ ລົດໄຟໂດຍສານຢຸດໃຫ້ບໍລິການຊົ່ວຄາວ.
ສະຖານີໂທລະພາບ NHK ລາຍງານວ່າ ປະຊາຊົນຫຼາຍກວ່າ 9 ແສນຄົນ ໃນເກາະຄິວຊູ ຖືກສັ່ງໃຫ້ຍົກຍ້າຍອອກຈາກບ້ານເຮືອນ ສ່ວນສໍານັກງານຄຸ້ມຄອງໄພພິບັດ ແລະ ດັບເພີງຍີ່ປຸ່ນ ໃຫ້ຮູ້ວ່າ ປະຊາຊົນຫຼາຍກວ່າ 1 ລ້ານຄົນ ຖືກຄໍາແນະນຳໃຫ້ຍ້າຍໄປຢູ່ບ່ອນປອດໄພຊົ່ວຄາວ.
ຂະນະທີ່ບໍລິສັດໂຕໂຍຕ້າ ມໍເຕີ້ ຄັອບ ໄດ້ສັ່ງໃຫ້ພັກວຽກ ເມື່ອແລງວັນພຸດ ຂອງໂຮງງານແຫ່ງໜຶ່ງ ໃນເກາະຄິວຊູ ເຊິ່ງຜະລິດລົດຍີ່ຫໍ້ ເລັກຊັສ ຂະນະທີ່ບໍລິສັດໄດຮັສສຸ ມໍເຕີ ປະກາດຢຸດການຜະລິດຊົ່ວຄາວ ໃນໂຮງງານຫຼາຍແຫ່ງຂອງເກາະຄິວຊູເຊັ່ນກັນ.