ອີກໜຶ່ງສາວງາມຈາກເວທີການປະກວດ ມິສຢູນິເວີຣສລາວ 2019 ທີ່ຫາກໍປະກາດຜົນຈົບລົງໄປ ກັບສາວ ສາລະວັນ ຄື ແດງ ລັດຕະນາ ໝັ້ນວິໄລ ອາຍຸ 25 ປີ, ຈົບການສຶກສາຈາກຄະນະສະຖາປັດຕະຍະກຳສາດ ປັດຈຸບັນແມ່ນເຮັດວຽກແລ້ວ…
*
*
*
*
*
*
ແດງ ບອກວ່າ: ເຫດຜົນໃນການເຂົ້າປະກວດກໍເພາະຄວາມມັກທາງດ້ານນີ້, ທີ່ນີ້ເປັນເວທີສາກົນທີ່ນ້ອງເຄີຍເບິ່ງມາຕັ້ງແຕ່ຕອນຍັງນ້ອຍ ແລະ ຄິດໄວ້ວ່າມື້ໜຶ່ງຕ້ອງພາໂຕເອງເຂົ້າໄປເປັນສ່ວນໜຶ່ງໃນເວທີອັນຊົງກຽດນັ້ນ ແລະ ນ້ອງກໍດີໃຈສຸດໆ ທີ່ໄດ້ເປັນຮອງອັນດັບ 2 ຂອງ ມິສຢູນິເວີຣສລາວ.
*
*
*
*
*
*
ສິ່ງໜຶ່ງທີ່ພາກພູມໃຈໃນການປະກວດຄັ້ງນີ້ ນອກຕາກຕຳແໜ່ງທີ່ໄດ້ຮັບແລ້ວສິ່ງທີ່ປຽບບໍ່ໄດ້ຄື ມິດຕະພາບລະຫວ່າງໝູ່ເພື່ອນ, ປະສົບການທີ່ດີໃນການສານຕໍ່ ແລະ ເລີ່ມຕົ້ນໃນຫຼາຍໆຢ່າງໃນວົງການນາງງາມ, ການບັນເທີງຕ່າງໆ ເຮັດໃຫ້ຄົນຮູ້ຈັກເຮົາຫຼາຍຂຶ້ນອີກ …
*
*
*
*
*
*
ຜ່ານມາ ແດງ ກໍເຄີຍປະກວດໃນເວທີ Lao Supermodel ປີ 2017 ຕິດ Top 10 ແລະກໍມີຖ່າຍວາລະສານ, ຮ່ວມສະແດງຮູບເງົາລາວ Long Walk ເປັນຮູບເງົາໃໝ່ຂອງຜູ້ກຳກັບດຽວກັບຮູບເງົາ ນ້ອງຮັກ.
ເຄັດລັບໃນການຮັກສຸຂະພາບແມ່ນ ການພັກຜ່ອນ ໃຫ້ພຽງພໍ, ອອກກຳລັງກາຍ, ຄວບຄຸມອາຫານ …
ເວລາວ່າງ ມັກເບິ່ງຮູບເງົາ, ສາລະຄະດີປະເພດການປູກພຶດກະສິກຳເພາະເປັນຄົນມັກປູກຜັກ…
ໃນອະນາຄົດ ແດງເອງ ກໍຢາກໄປຮຽນຕໍ່ ໃນສາຍທີ່ຕົນຈົບມາ ແລະ ຢາກສ້າງຟາມອໍການິກ, ໂຮມສະເຕ ຢູ່ບ້ານເກີດ ແຂວງ ສາລະວັນ…
*
*
*