ຈະສ້ອມແປງຊົນລະປະທານຍອດຫ້ວຍບັກ ໃຫ້ສຳເລັດທ້າຍປີນີ້

53

ໂຄງການຊົນລະປະທານຍອດຫ້ວຍບັກ ເມືອງຈຳພອນ ເປັນຊົນລະປະທານທີ່ສະໜອງນໍ້າໃຫ້ແກ່ຊາວກະສິກອນໄດ້ທຳການຜະລິດໃນລະດູແລ້ງໄດ້ຫຼາຍຮ້ອຍເຮັກຕາ. ຊົນລະປະທານຍອດຫ້ວຍບັກ ໄດ້ເລີ່ມກໍ່ສ້າງມາແຕ່ປີ 1993 ແລະ ເປີດນຳໃຊ້ຢ່າງເປັນທາງການໃນປີ 1996 ມີບໍລິມາດນໍ້າປົກກະຕິທັງໝົດ 16 ລ້ານກວ່າແມັດກ້ອນ ແລະ ບໍລິມາດນ້ຳໃຊ້ງານ 14 ລ້ານກວ່າແມັດກ້ອນ ກວມເອົາ 10 ບ້ານໃນເມືອງຈຳພອນ.

ປັດຈຸບັນ ຊົນລະປະທານຍອດຫ້ວຍພັກ ໄດ້ມີການສ້ອມແປງຄືນໃໝ່ ທັງນີ້ກໍ່ເພື່ອແນໃສ່ ຮັບໃຊ້ເຂົ້າໃນການຜະລິດກະສິກຳຂອງຊາວກະສິກອນໄດ້ທັນສະພາບການ ເຊິ່ງຄາດວ່າຈະສຳເລັດໃນທ້າຍປີນີ້.

 

ໃນວັນທີ 23 ສິງຫາ 2019 ຜ່ານມາ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະ ຫວັນນະເຂດ, ທ່ານ ວາລິຍະ ສີຈັນທອງທິບ ຫົວໜ້າພະແນກແຜນການ ແລະ ການລົງທຶນ ພ້ອມດ້ວຍຮອງຫົວໜ້າຂະແໜງຊົນລະປະທານ, ຮອງຫົວໜ້າຂະແໜງຂົວ-ທາງ ໂດຍສົມທົບກັບການການນຳ ແລະ ຫ້ອງການທີ່ກ່ຽວຂ້ອງຂອງ ເມືອງຈຳພອນ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການກໍ່ສ້າງສ້ອມແປງຊົນລະປະທານຍອດຫ້ວຍບັກ.

ທ່ານ ກຽງສັກ ໄຊຍະວົງ ຮອງຫົວໜ້າຂະແໜງຊົນລະປະທານ, ພະແນກກະສິກຳ-ປ່າ ໄມ້ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການຊົນລະປະທານຍອດຫ້ວຍບັກ ເມືອງຈຳພອນ ໄດ້ເລີ່ມກໍ່ ສ້າງມາແຕ່ປີ 1993 ແລະ ເປີດ ນຳໃຊ້ຢ່າງເປັນທາງການໃນປີ 1996, ເຂື່ອນມີລວງຍາວ ປະມານ 690 ແມັດ, ສັນເຂື່ອນກວ້າງ 6 ແມັດ, ສູງ 24 ແມັດ, ຄອງເໝືອງແມ່ຍາວ 12.000 ແມັດ, ອ່າງເກັບນ້ຳ 900 ເຮັກຕາ, ລະດັບສັນເຂື່ອນ 170 ແມັດ, ລະດັບນ້ຳສູງສຸດ 167 ແມັດ, ບໍລິມາດນ້ຳປົກກະຕິທັງໝົດ 16 ລ້ານກວ່າແມັດກ້ອນ ແລະ ບໍລິມາດນ້ຳໃຊ້ງານ 14 ລ້ານກວ່າແມັດກ້ອນ.

 

ນອກນັ້ນ, ມີຈຳນວນພົນໃນເຂດໂຄງການ 7 ພັນກວ່າຄົນ, ກວມເອົາ 10 ບ້ານ ຂອງເມືອງຈຳພອນ, ສາມາດຕ້ານແລ້ງນາປີໄດ້ 950 ເຮັກຕາ ແລະ ນາແຊງໄດ້ 550 ເຮັກຕາ, ພືດ 400 ເຮັກຕາ.

ພາຍຫຼັງ ຜ່ານການນຳໃຊ້ຊົນລະປະທານດັ່ງກ່າວມາເປັນເວລາຫຼາຍປີ, ກໍ່ເຫັນວ່າມີຫຼາຍຈຸດທີ່ຊຸດໂຊມ ແລະ ຈຳເປັນຕ້ອງໄດ້ມີການປັບປຸງສ້ອມແປງຄືນໃໝ່ ທັງນີ້ກໍ່ເພື່ອຮັບໃຊ້ເຂົ້າໃນການຜະລິດກະສິກຳຂອງຊາວກະສິກອນໄດ້ທັນສະພາບການ.

 

 

ສໍາລັບການປັບປຸງສ້ອມແປງຄືນແມ່ນແບ່ງເປັນສອງໜ້າວຽກຫຼັກຄື: ວຽກສ້ອມແປງ ຊົນລະປະທານ ໂດຍແມ່ນບໍລິສັດພູຂົງກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດວຽກຕົວຈິງນັບແຕ່ວັນທີ 24 ເມສາ 2018, ກຳນົດເວລາກໍ່ສ້າງ 18 ເດືອນ, ມີມູນຄ່າສັນຍາກໍ່ສ້າງສ້ອມແປງແມ່ນ 1,61 ລ້ານກວ່າໂດລາ, ເງິນແຮ 32 ພັນກວ່າໂດລາ, ໃນນີ້, ແມ່ນຈະໄດ້ມີການກໍ່ສ້າງສ້ອມແປງຄອງເບື້ອງຊ້າຍຄວາມຍາວ 12.367 ແມັດ ທີ່ສາມາດຮັບໃຊ້ການຜະລິດໄດ້ 283 ເຮັກຕາ ແລະ ຄອງເບື້ອງຂວາຍາວ 15.300 ແມັດ ທີ່ ຮັບໃຊ້ການຜະລິດໄດ້ 432 ເຮັກຕາ.

ມາຮອດປະຈຸບັນການຈັດ ຕັ້ງປະຕິບັດວຽກກໍ່ສ້າງດັ່ງກ່າວມີຄວາມຄືບໜ້າແລ້ວ 51,67%; ສ່ວນວຽກສ້ອມແປງທາງຊອຍທີ່ໄດ້ກໍ່ສ້າງລຽບຕາມຄອງເບື້ອງຊ້າຍ ແລະ ເບື້ອງຂວາ  ເຊິ່ງເລີ່ມແຕ່ເສັ້ນທີ 1 ແມ່ນນັບແຕ່ທາງບ້ານຄຳນ້ອຍ-ບ້ານໂຄກແລ້ງ, ມີຄວາມຍາວທັງໝົດ 9.835 ແມັດ ແລະ ເສັ້ນທີ 2 ແມ່ນແຕ່ບ້ານຂາມເຖົ້າ-ບ້ານຄໍ້ ມີຄວາມຍາວທັງໝົດ 2.490 ແມັດ ໂດຍແມ່ນບໍລິສັດຮ່ວງຊະນະໄຊກໍ່ສ້າງຈຳກັດຜູ້ດຽວເປັນ ຜູ້ຮັບເໝົາກໍ່ສ້າງ ເຊິ່ງໄດ້ລົງ ມືກໍ່ສ້າງຕົວຈິງໃນວັນທີ 13 ກໍລະກົດ 2018, ກຳນົດເວລາການກໍ່ສ້າງ 12 ເດືອນ, ມູນຄ່າການກໍ່ສ້າງສ້ອມແປງ 7,51 ແສນກວ່າໂດລາ ແລະ ເງິນແຮ 37 ພັນກວ່າໂດລາ, ລວມມູນຄ່າທັງໝົດ 7,89 ແສນກວ່າໂດລາ.

 

 

ມາຮອດປັດຈຸບັນໄດ້ສໍາເລັດການກໍ່ສ້າງໄປແລ້ວ 41% ຂອງແຜນການ ເຊິ່ງງົບປະມານໃນການກໍ່ສ້າງສ້ອມແປງຊົນລະປະທານ ແລະ ທາງຊອຍລຽບຕາມຄອງແມ່ນເປັນທຶນກູ້ຍືມຈາກທະນາຄານພັດທະນາອາຊີ ຫຼື ADB ຄາດວ່າການກໍ່ສ້າງສ້ອມແປງ ທັງໝົດແມ່ນຈະໃຫ້ສຳເລັດໃນເດືອນ 12 ປີ 2019 ນີ້.

 

ທີ່ມາ: ສະຫວັນພັດທະນາຂ່າວ