ບໍ່ແກ້ວ ຢຶດຢາບ້າໄດ້ 1.000 ກວ່າມັດ ເຂດເມືອງຫ້ວຍຊາຍ, ສ່ວນຜູ້ຄ້າໜີເຂົ້າປ່າ

122

ໃນວັນທີ 27 ສິງຫາ 2019 ຜ່ານມາ, ໜ່ວຍສະເພາະກິດ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານ ປາກງາວ ຫາ ບ້ານຫ້ວຍຕາບ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ; ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດລົງກວດກາ ແລະ ຕິດຕາມຢູ່ເຂດດັ່ງກ່າວ ເຖິງເວລາປະມານ 1-2 ໂມງກາງຄືນຂອງວັນທີ 28 ສິງຫາ 2019 ແມ່ນໄດ້ຍິນສຽງເຮືອຈັກລ່ອງລົງມາແຕ່ທາງບ້ານປາກງາວ ມາຈອດຢູຂອບເຂດຫ້ວຍດົງດໍາ ຈຶ່ງເຂົ້າໄປເພື່ອກວດຄົ້ນ ເຫັນເປົ້າໝາຍພະຍາຍາມລົບໜີເຂົ້າໄປໃນປ່າ ກວດຄົ້ນສະຖານທີ່ເກີດເຫດ ແມ່ນໄດ້ພົບເຫັນເຮືອກາບ 5 ແຮງຈໍານວນ 1 ລໍາ ຢູ່ໃນເຮືອດັງກ່າວແມ່ນພົບເຫັນເປົາຈໍານວນ 13 ເປົາ.

ຜ່ານການກວດຄົ້ນຕົວຈິງ, ຈຶ່ງຮູ້ວ່າຢູ່ໃນເປົາແມ່ນຢາເສບຕິດ (ປະເພດຢາບ້າ) ຈໍານວນ 1.280 ມັດ ນໍ້າໜັກ 295 kg ແລະ ໄດ້ສົ່ງໝອບໃຫ້ທາງຫ້ອງຕໍາຫຼວດ ພະແນກ ສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອດໍາເນີນການຕໍ່ໄປ.

ປັດຈຸບັນທາງເຈົ້າໜ້າຕໍາຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວພວມສືບສວນ-ສອບສວນຊອກຫາກຸ່ມແກ່ງມາດໍາເນີນຄະດີຕາມຂັ້ນຕອນຂອງລະບຽບກົດໝາຍ.