ນະຄອນຫຼວງວຽງຈັນ ສະເໜີທາງອອກໜີ້ສິນໄຟເຍືອງທາງ

367

ໜີ້ສິນໄຟເຍືອງທາງ ໃນນະຄອນຫຼວງວຽງຈັນ ທີ່ແກ່ຍາວມາຫຼາຍປີ ມາຮອດເດືອນເມສາ 2019 ມີຕົວເລກໜີ້ສິນແລ້ວທັງໝົດ 46 ຕື້ກວ່າກີບ, ປັດຈຸບັນຍັງບໍ່ມີພາກສ່ວນໃດທີ່ຈະເຂົ້າມາເປັນເຈົ້າການໃນການແກ້ໄຂບັນຫາໜີ້ສິນທີ່ກຳລັງຈະທະວີຂຶ້ນ. ຫຼ້າສຸດ, ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ເຊິ່ງມີ 6 ຢ່າງ ໃນການບໍລິຫານໜີ້ສິນດັ່ງກ່າວໃຫ້ຫຼຸດຜ່ອນລົງ.

ທ່ານ ບຸນແຫງ ບຸນຍະແສງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກ່າວເມື່ອບໍ່ດົນນີ້ວ່າ: ປັດຈຸບັນຕົວເລກໜີ້ສິນໄຟເຍືອງທາງ ໃນນະຄອນຫຼວງວຽງຈັນ ທີ່ແກ່ຍາວມາແຕ່ປີ 2012 ມາຮອດເດືອນເມສາ 2019 ຕົວເລກໜີ້ສິນທັງໝົດຢູ່ທີ່ 46 ຕື້ກວ່າກີບ, ໜີ້ສິນຈຳນວນດັ່ງກ່າວຄຸມເຄືອມາຫຼາຍປີ ແລະ ພົວພັນກັບຫຼາຍພາກສ່ວນລະຫວ່າງ ຫ້ອງການຄຸ້ມຄອງບໍລິຫານຕົວເມືອງ ( ອພບ ) ແລະ ລັດວິສາຫະກິດໄຟຟ້າ ນະຄອນຫຼວງວຽງຈັນ, ກ່ອນໜ້ານີ້ກໍມີການສະເໜີໄປຍັງນະຄອນຫຼວງວຽງຈັນ ວ່າຈະໃຫ້ປະຊາຊົນມີສ່ວນຮ່ວມໃນການແກ້ໄຂ.

ປັດຈຸບັນນະຄອນຫຼວງ ຍັງຂາດງົບປະມານໃນການຊຳລະໜີ້ສິນຄ່າກະແສໄຟຟ້າ ແລະ ບຳລຸງຮັກສາສ້ອມແປງໃນແຕ່ລະປີ, ອຸປະກອນເປ່ເພ, ໝົດອາຍຸການໃຊ້ງານ ແລະ ອຸປະກອນຖືກເສຍຫາຍຈາກຄົນຂີ້ລັກໃນບາງເສັ້ນທາງ ແລະ ຄວນແບ່ງຄວາມຮັບຜິດຊອບທີ່ບໍ່ທັນຈະແຈ້ງ ໂດຍສະເໜີໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ມີພາລະບົດບາດໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕິດຕັ້ງລະບົບໄຟເຍືອງທາງ ປະຕິບັດໄປພ້ອມກັບການກໍ່ສ້າງທາງຕາມກົດໝາຍວ່າດ້ວຍທາງຫຼວງ ກຳນົດວ່າດ້ວຍສິ່ງປະກອບຂອງທາງ.

ພະແນກພະລັງງານ ແລະ ບໍ່ແຮ່ ມີພາລະບົດບາດໃນການວາງແຜນພັດທະນາ, ປັບປຸງແກ້ໄຂ, ຕິດຕາມກວດກາ, ຄຸ້ມຄອງການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຕາມກົດໝາຍວ່າດ້ວຍໄຟຟ້າ ແລະ ມາດຕະຖານເຕັກນິກໄຟຟ້າຂອງລາວກຳນົດ, ອພບ ຈະບໍ່ມີສ່ວນກ່ຽວຂ້ອງຕາມພາລະບົດບາດ ສະບັບເລກທີ 0849/ຈນວ ລົງວັນທີ 8/3/2013 ບໍ່ໄດ້ກຳນົດໄວ້ກ່ຽວກັບໄຟເຍືອງທາງ, ສ່ວນຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ປັດຈຸບັນເຮັດໜ້າທີ່ໃນການຄຸ້ມຄອງບຳລຸງຮັກສາບົວລະບັດໄຟເຍືອງທາງ ໃນນະຄອນຫຼວງວຽງຈັນ ຕາມບົດບັນທຶກມອບ – ຮັບ ລະຫວ່າງ ອພບ ແລະ ໄຟຟ້ານະຄອນຫຼວງວຽງຈັນ ສະບັບລົງວັນທີ 7/2/2012 ມີການສ້ອມແປງ, ປ່ຽນຖ່າຍ, ການຂຶ້ນແຜນສ້ອມແປງ.

ຕໍ່ບັນຫາໜີ້ສິນທີ່ກຳລັງຈະເພີ່ມຂຶ້ນຕາມເວລາ ທ່ານ ບຸນແຫງ ບຸນຍະແສງ ສະເໜີຕໍ່ສະພາປະຊາຊົນ ນະຄອນຫຼວງ ແກ້ໄຂໂດຍປະກອບມີ 6 ຂໍ້ ຄື:
1. ຄວນມີການຊອກຫາຈັດສັນທຶນ ແລະ ງົບປະມານເພື່ອມາຊຳລະຢ່າງເປັນລະບົບ.
2. ຄວນມີນິຕິກຳທີ່ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງຢ່າງຍືນຍົງ.
3. ຄວນມີການຄົ້ນຄວ້າປັບປຸງເນື້ອໃນຂອງຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 052/ນຍ ລົງວັນທີ 25/5/2009 ວ່າດ້ວຍການດັດແກ້ອັດຕາການເກັບຄ່າບຳບັດນ້ຳເປື້ອນ ແລະ ຄ່າບໍລິການແສງສະຫວ່າງ. ໃນນີ້, ໄດ້ມອບໃຫ້ໄຟຟ້າລາວ ຫັກຄ່າອາກອນໄຟຟ້າທີ່ຕ້ອງມອບເຂົ້າງົບປະມານຕາມຈຳນວນໝໍ້ນັບໄຟ 80.528 ໜ່ວຍ ຄູນ 2.000 ກີບ ເທົ່າກັບ 161.056.000 ກີບຕໍ່ເດືອນ ເຊິ່ງເຫັນວ່າຄວນໃຫ້ເພີ່ມຈຳນວນໝໍ້ນັບໄຟຂຶ້ນຕາມສະພາບຕົວຈິງໃນເທສະບານ 300 ບ້ານ ໃນນະຄອນຫຼວງ ໃນອັດຕາ 3.000 ກີບຕໍ່ 1 ໃບແຈ້ງຄ່າໄຟຟ້າຕໍ່ເດືອນ.
4. ຄົ້ນຄວ້ານຳໃຊ້ພະລັງງານທົດແທນ ແລະ ພະລັງງານທາງເລືອກອື່ນໆເພື່ອມານຳໃຊ້ ໂດຍສົມທົບກັບການຂຸດຄົ້ນທ່າແຮງຈາກມວນຊົນໃຫ້ມີສ່ວນຮ່ວມ.
5. ຊອກແຫຼ່ງທຶນຊ່ວຍເຫຼືອລ້າ, ເງິນກູ້ດອກເບ້ຍຕ່ຳຈາກຕ່າງປະເທດຕາມເງື່ອນໄຂທີ່ເໝາະສົມ ເຊັ່ນ: ສປ ຈີນ, ຫວຽດນາມ ເປັນຕົ້ນ.
6. ຄົ້ນຄວ້າໃນແງ່ຂອງການຮ່ວມມືດ້ານການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ.