Monthly Archives: August, 2019

ສ.ເກົາຫຼີ ສົນໃຈລົງທຶນ ດ້ານອຸດສາຫະກຳພະລັງງານໃນ ລາວ

ນັກທຸລະກິດຈາກ ສ.ເກົາຫຼີ ທີ່ມີ ຄວາມຊ່ຽວຊານດ້ານອຸດສາຫະກຳຕ່າງໆຫຼາຍຂະແໜງການທີ່ມີຊື່ສຽງລະດັບໂລກ ໂດຍສະເພາະທາງດ້ານອຸດສາຫະກຳພະລັງງານໄດ້ມີການພົບປະແລກປ່ຽນບົດຮຽນລະຫວ່າງພາກລັດ ແລະ ເອກະຊົນທັງສອງຝ່າຍ ສປປ ລາວ - ສ.ເກົາຫຼີ ເພື່ອຊອກຫາຊ່ອງທາງຄວາມເປັນໄປໄດ້ໃນການຮ່ວມມືດ້ານພະລັງງານໃນອະນາຄົດ. ກອງປະຊຸມປຶກສາຫາລືລະຫວ່າງນັກທຸລະກິດ ລາວ - ສ.ເກົາຫຼີ ໃນຫົວຂໍ້ “ ທຸລະກິດດ້ານພະລັງງານໄຟຟ້າ ” ຈັດຂຶ້ນ ...

ເພັດມະນີ ຄວ້າອັນດັບ 2 ລາຍການດອກປີກໄກ່ນາໆຊາດ ທີ່ ສປ ຈີນ

ນາງ ເພັດມະນີ ແກ້ວເພຍຈັນ ຫຼື ນ້ອງແອນນ່າ ສາວນັກກີລາດອກປີກໄກ່ຂອງ ສະໂມສອນເສດຖາ ( ລາວ ) ສ້າງຜົນງານໄດ້ຢ່າງໂດດເດັ່ນຄວ້າຮອງແຊັມ ຫຼັງເສຍໃຫ້ກັບນັກກີລາສາວຈາກປະເທດອິນໂດເນເຊຍ 0 - 2 ເຊັດ ໃນຮອບຊີງຊະນະເລີດ ຄວ້າ 1...

ທະຫານລາວ ແລະ ກຳປູເຈຍ ສຳເລັດການຖອນກຳລັງອອກຈາກບໍລິເວນທີ່ຕົກລົງກັນແລ້ວ

ການຖອນກຳລັງທະຫານອອກຈາກບໍລິເວນຊາຍແດນຈຸດພິກັດ E 0523410, N 1579776 ເມືອງມຸນລະປະໂມກ ແຂວງຈຳປາສັກ ໃນວັນທີ 29 ສິງຫາ 2019 ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປະສົບຜົນສຳເລັດຢ່າງໜ້າເພິ່ງພໍໃຈຂອງສອງຝ່າຍ. ເຊິ່ງການຖອນກຳລັງທະຫານຄັ້ງນີ້ແມ່ນປະຕິບັດຕາມບົດບັນທຶກກອງປະຊຸມພົບປະກຳນົດການຖອນກຳລັງທະ ຫານ ລາວ- ກຳປູເຈຍ ອອກຈາກບໍລິເວນຊາຍແດນລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ຢູ່ບໍລິເວນເມືອງມຸນລະປະໂມກ...

ເຮືອຊ່ວງນະຄອນຫຼວງຄວ້າອັນດັບ1 ຊ່ວງເຮືອຫຼວງພະບາງປີນີ້ທີ່ປາກນ້ຳຄານ

  ພໍເຖິງມື້ແຮມ 14 ຄໍ່າ ຂອງເດືອນ 9 ລາວ ທຸກໆປີ, ງານຊ່ວງເຮືອປະເພນີ ເດືອນ 9 ຫໍ່ເຂົ້າປະດັບດີນ ອັນເປັນເອກະລັກສະເພາະຂອງຊາວນະຄອນຫຼວງພະບາງ, ເມືອງມໍລະດົກໂລກ ໄດ້ຖືກຈັດຂື້ນ ໂດຍປີນີ້ ແມ່ນກົງກັບວັນທີ 29 ສິງຫາ 2019, ຊຶ່ງປະກອບມີຫຼາກຫຼາຍກິດຈະກຳເພື່ອຮ່ວມສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນ 2019 ຢູ່ແຂວງຫຼວງພະບາງ. ສຳລັບບັນຍາກາດໂດຍລວມຂອງງານສຳລັບປີນີ້ ເຫັນວ່າມີຄວາມຄືກຄື້ນມ່ວນຊື່ນກວ່າປີຜ່ານມາ, ໂດຍມີເຮືອຊ່ວງມາຈາກບັນດາບ້ານ,...

ຝາກເຊຍ ໜຸ່ມຫຼໍ່ອາລີ້ ທະນູພົນ MR03 ຜູ້ເຂົ້າປະກວດ Mr International Laos

ອີກໜຶ່ງໜຸ່ມທີ່ບອກເລີຍວ່າບໍ່ທໍາມະດາ ເປັນອາດີດນັກສຶກສາ ສາຂາບໍລິຫານທຸລະກິດສາກົນ ທີ່ຈົບມາຈາກ ສສ ຫວຽດນາມ ໜຸ່ມອາລີ້ ທະນູພົນ ໄຊຖາວອນ ໜຸ່ມໄວ 24 ປີ ໜຶ່ງໃນຜູ້ເຂົ້າປະກວດ Mr International Laos 2019 * * * * * * ປັດຈຸບັນຢູ່ບ້ານ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ອາລີ້ ບອກວ່າ: ໄດ້ຈົບການສຶກສາລະດັບປະລິນຍາຕີຈາກ ສ.ສ ຫວຽດນາມ...

ຄູອາສານະຄອນຫຼວງ ຈະໄດ້ຮັບການແກ້ໄຂຜ່ານ 3 ມາດຕະການນີ້

ທົ່ວປະເທດຍັງມີຄູອາສາສະໝັກຫຼາຍຮ້ອຍຄົນ ທີ່ຍັງບໍ່ທັນບັນຈຸເຂົ້າເປັນລັດຖະກອນ ຫຼື ແມ່ນແຕ່ນະຄອນຫຼວງວຽງຈັນເອງ ກໍ່ຍັງມີຄູອາສາເຫຼືອປະມານ 1000 ກວ່າຄົນ ຍັງບໍ່ທັນໄດ້ລັດ. ສະນັ້ນ, ເພື່ອເປັນການແກ້ໄຂຄູອາສາທີ່ຍັງຄົງຄ້າງຢູ່ ສຶກສານະຄອນຫຼວງໄດ້ວາງ 3 ມາດຕະການໃນການແກ້ໄຂ ແລະ ຄາດວ່າຕ້ອງໃຊ້ເວລາອີກດົນສົມຄວນໃນການບັນຈຸຕົວເລກລັດຖະກອນ.   ເປັນພຽງພາບປະກອບຂ່າວ   ທ່ານ ຊົມພູ ແກ້ວປັນຍາ, ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເພື່ອແກ້ໄຂບັນຫາຄູອາສາສະໝັກຢູ່ນະຄອນຫຼວງວຽງຈັນ, ພວກເຮົາໄດ້ປະຕິບັດຕາມ 3...

ຮັກໃຜເຊຍໃຜ ໂຫວດເລີຍ ລາງວັນນາງງາມຂວັນໃຈມະຫາຊົນ ເວທີປະກວດ Miss Teen Laos 2019 ເປັ່ງປະກາຍດວງດາວ ແຫ່ງຍຸກສະໄຫມ

ເວທີປະກວດ Miss Teen Laos 2019 ເປັ່ງປະກາຍດວງດາວ ແຫ່ງຍຸກສະໄຫມ ໄດ້ເປີດໃຫ້ໂຫວດ ສາວງາມທີ່ທ່ານມັກໄດ້ແລ້ວນັບແຕ່ມື້ນີ້ເພື່ອຊິງລາງວັນ ນາງງາມຂວັນໃຈມະຫາຊົນ ເຊິ່ງຈະປິດໂຫວດ 10ນາທີ ກ່ອນການປະກາດຜົນ 11 ຄົນສຸດທ້າຍໃນມື້ຕັດສິນ. 1ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ "ນາງງາມຂວັນໃຈມະຫາຊົນ" ໂດຍ ນ້ຳຫອມ MK & Darling Perfume Laos...

ຈະຊົດເຊີຍສວນທີ່ຖືກຊ້າງປ່າທຳລາຍ, ພ້ອມຂຶ້ນທະບຽນຊ້າງບໍ່ໃຫ້ສູນພັນ

ເມື່ອກາງເດືອນສິງຫານີ້ ມີຝູງຊ້າງປ່າຈຳນວນ 16 ໂຕເຂົ້າມາທຳລາຍຜົນລະປູກ ໂດຍສະເພາະແມ່ນໄຮ່ເຂົ້າ ແລະ ຕູບຂອງປະຊາຊົນຢູ່ບ້ານຫາດນິກ ເມືອງ ຫຼາ ແຂວງອຸດົມໄຊ ເຮັດເນື້ອທີ່ໄຮ່ເຂົ້າຂອງຊາວບ້ານທັງໝົດປະມານ 0,3 ເຮັກຕາ ຕູບຈຳນວນ 3 ຕູບ ກວມເອົາຈຳນວນ 6 ຄອບຄົວ ໄດ້ຮັບຄວາມເສຍຫາຍຄິດເປັນມູນຄ່າທັງໝົດ 9,2 ລ້ານກີບ. ຂະນະທີ່ເຈົ້າແຂວງຊີ້ແຈງປະຊາຊົນຈົ່ງອະນຸລັກຝູງຊ້າງໄວ້ບໍ່ໃຫ້ທຳລາຍ ພ້ອມທັງໃຫ້ພາກສ່ວນກ່ຽວຂ້ອງມາຂຶ້ນທະບຽນອະນຸລັກບໍ່ໃຫ້ສູນພັນ.     ໃນວັນທີ...

ຍິງນັດດຽວໄດ້ນົກສອງໂຕ ສຸກໃຈຄູນສອງ (ນັກທ່ອງທ່ຽວມາເລເຊຍ)

ຊາບຊື້ງເມື່ອໄດ້ເຫັນພາບປະທັບໃຈທີ່ນັກທ່ອງທ່ຽວມາເລເຊຍມອບໃຫ້ ງານນີ້ເວົ້າໄດ້ວ່າຍິງນັດດຽວໄດ້ນົກສອງໂຕເລີຍລະ ມາທ່ອງທ່ຽວໄດ້ຄວາມເພີດເພີນເພີ່ມຄວາມສຸກໃຫ້ຊີວິດແຖມສ້າງບຸນກຸສົນໃຫ້ການຊ່ວຍເຫຼືອອີກ ໜ້ອຍຫຼື ຫຼາຍບໍ່ສຳຄັນທີ່ແນ່ນອນກວ່ານັ້ນຄືຄວາມສຸກໃຈທັງຜູ້ໃຫ້ ແລະຜູ້ຮັບ. * * ຕາມຂ່າວທ້ອງຖິ່ນຈາກ ຫຼວງນໍ້າທາ ໄດ້ເຜີຍພາບ ແລະ ຂໍ້ມູນຂອງ ບໍລິສັດ ທ່ອງທ່ຽວສະຫວັນນະເຂດ ນໍາໂດຍທ່ານ ທຸງໄຊ ພ້ອມຄະນະ ໄດ້ນໍາພາຂະບວນຄາລາວານ ນັກທ່ອງທ່ຽວ ຈາກປະເທດມາເລເຊຍໄດ້ມາມອບເຄື່ອງຊ່ວຍເຫຼືອໃຫ້ບ້ານຕາຫວານ ເມືອງຫຼວງນໍ້າທາ ໃນວັນທີ 25 ສິງຫາ 2019 ຜ່ານມາ. * ໂດຍມີທ່ານ...

ກອງປະຊຸມ ໄຊເຕສ ປະກາດໃຫ້ ຢີຣາບ ເປັນສັດຄຸ້ມຄອງໃນຮອບເກືອບ 40 ປີ

ສະມາຊິກ "ໄຊເຕສ" ມີມະຕິເຫັນຊອບຂຶ້ນບັນຊີຄຸ້ມຄອງ ຢີຣາບ ເປັນຄັ້ງທຳອິດ ໃນຮອບ 4 ທົດສະວັດ ຂະນະທີ່ກອງປະຊຸມປີນີ້ ເຊິ່ງໄດ້ເພີ່ມຄວາມເຂັ້ມງວດຕໍ່ການຄ້າ ແລະ ຍົກລະດັບການຄຸ້ມຄອງສັດໃນອາຟຣິກາຫຼາຍຊະນິດ ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ແກ່ບັນດາປະເທດໃນພາກພື້ນ. ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນພະຫັດ ທີ 29 ສິງຫາ ວ່າ ໃນກອງປະຊຸມສົນທິສັນຍາ ວ່າດ້ວຍການຄ້າລະຫວ່າງປະເທດກ່ຽວກັບ ຊະນິດສັດປ່າ ແລະ ພືດພັນປ່າ...
- Advertisment -
Slide
Slide

Most Read

error: Content is protected !!