ສູນບໍລິການປະກັນສັງຄົມ ແຂວງໄຊຍະບູລີ ເປີດນໍາໃຊ້ຫ້ອງການຫຼັງໃໝ່

106

ພິທີມອບ – ຮັບໂຄງການກໍ່ສ້າງສູນບໍລິການປະກັນສັງຄົມ ແຂວງໄຊຍະບູລີ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໃນນາມເຈົ້າຂອງໂຄງການ ແລະ ບໍລິສັດ ລາວພີພີ ອຸດສາຫະກຳຖ່ານຂາວ ແລະ ກໍ່ສ້າງ ຈຳກັດ ຜູ້ຮັບເໝົາກໍ່ສ້າງ ໄດ້ຈັດຂຶ້ນໃນວັນທີ 27 ສິງຫາຜ່ານມາ ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າ, ຮອງຫົວໜ້າພະແນກການ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ທ່ານ ວຽງຄອນ ວັນເທວາ ຫົວໜ້າວິສະວະກອນທີ່ປຶກສາປະຈໍາໂຄງການ ໄດ້ກ່າວວ່າ: ການກໍ່ສ້າງສູນບໍລິການປະກັນສັງຄົມ ແຂວງໄຊຍະບູລີ ແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນປີ 2018 ມາຮອດກາງເດືອນສິງຫາ 2019 ແມ່ນສໍາເລັດ 100% ໃນມູນຄ່າການກໍ່ສ້າງທັງໝົດ 6 ຕື້ 490 ລ້ານກວ່າກີບ ໂດຍແມ່ນທຶນງົບປະມານຂອງລັດ ກໍຄືກະຊວງ ຮສສ.

ສູນບໍລິການປະກັນສັງຄົມແຂວງຕັ້ງຢູ່ບ້ານນາໄຮ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ເປັນອາຄານ 3 ຊັ້ັນ, ເສົາຄານເຮັດດ້ວຍເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ປະຕູ, ປ່ອງຢ້ຽມ, ເຮັດດ້ວຍໄມ້ເນື້ອແຂງ ແລະ ໂລມີນຽມ, ມຸງດ້ວຍຊີແພັກ, ປະກອບມີ 15 ຫ້ອງ. ໃນນີ້, ມີຫ້ອງເຮັດວຽກ 10 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງນໍ້າຍິງ – ຊາຍທັງ 3 ຊັ້ນ, ມີທາງຂຶ້ນ 2 ເບື້ອງ ເບື້ອງໜ້າ ແລະ ເບື້ອງຫຼັງ ໄວ້ໃຫ້ຄົນພິການຂຶ້ນ, ໃນອາຄານປະກອບມີນໍ້າປະປາ, ໄຟຟ້າ. ນອກນີ້, ຍັງກໍ່ກໍາແພງອ້ອມສູນບໍລິການປະກັນສັງຄົມຕື່ມອີກ.

ໃນໂອກາດນີ້, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ແລະ ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍແຂກຖືກເຊີນ ໄດ້ຮ່ວມກັນຕັດແຖບຜ້າເພື່ອເປີດນໍາໃຊ້ສູນບໍລິການປະກັນສັງຄົມ ແຂວງໄຊຍະບູລີ ຫຼັງໃໝ່ຢ່າງເປັນທາງການ.

( ຂ່າວ: ບຸນທີ )