ລົດບັນທຸກນໍ້າໜັກເກີນ ສົ່ງຜົນກະທົບເຮັດໃຫ້ເສັ້ນທາງເປ່ເພໄວ

40

ການຄຸ້ມຄອງນໍ້າໜັກລົດບັນທຸກ ແມ່ນມີຄວາມສຳຄັນຕໍ່ຄຸນນະພາບຂອງເສັ້ນທາງ ຖ້າລົດບັນທຸກນໍ້າໜັກເກີນຈະສົ່ງຜົນໃຫ້ເສັ້ນທາງເປ່ເພໄວກ່ອນກຳນົດ. ຜ່ານການຈັດຕັ້ງປະຕິບັດການກວດການໍ້າໜັກລົດບັນທຸກ 11 ສະຖານີ ຈໍານວນ 121.923 ຄັນ ເຫັນວ່າມີການລະເມີດບັນທຸກນໍ້າໜັກເກີນ 8.415 ຄັນ.


ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມຂົວທາງ ລາຍງານໃນກອງປະຊຸມ ຍທຂ ປະຈຳປີ 2023 ວ່າ: ການຈັດຕັ້ງປະຕິບັດວຽກຄຸ້ມຄອງນໍ້າໜັກລົດບັນທຸກ ນັບແຕ່ເດືອນມິຖຸນາ 2023 ເປັນຕົ້ນມາ ພາຍຫຼັງໄດ້ສຳເລັດການສ້າງ, ປັບປຸງ ແລະ ໄດ້ຮັບອະນຸມັດບັນດານິຕິກຳກົມຂົວທາງ ໄດ້ປະຕິບັດດັ່ງນີ້:
(1) ໄດ້ສົມທົບ ກັບ ພາກສ່ວນກ່ຽວຂ້ອງ ຂອງກະຊວງ ຍທຂ, ບັນດາພະແນກ ຍທຂ ແຂວງ ແລະ ນະຄອນຫຼວງວຽງຈັນ ກວດນັບ ແລະ ປະເມີນຊັບສິນທີ່ມີໃນສະຖານີຕິດຊັ່ງນໍ້າໜັກທັງໝົດ 39 ແຫ່ງ ໃນຂອບເຂດທົ່ວປະເທດ;
(2) ໄດ້ລົງເຜີຍແຜ່ບັນດານິຕິກຳກ່ຽວກັບ ວຽກຄຸ້ມຄອງນໍ້າໜັກລົດບັນທຸກໃຫ້ສັງຄົມ, ຜູ້ປະກອບການຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເຂົ້າໃຈ ໂດຍການໂຄສະນາເຜີຍແຜ່ຜ່ານສື່ໜັງສືພິມ, ໂທລະພາບ, ສື່ອອນລາຍ ແລະ ໄດ້ລົງສົມທົບເຮັດວຽກຮ່ວມກັບ ພະແນກ ຍທຂ ແຂວງ, ນະຄອນຫຼວງວຽງຈັນ;


(3) ໄດ້ລົງສົມທົບກັບພະແນກ ຍທຂ ແຂວງ, ນະຄອນຫຼວງວຽງຈັນ ໃນການມອບ – ໂອນ ຄວາມຮັບຜິດຊອບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງນໍ້າໜັກລົດບັນທຸກຈາກຂະແໜງຂົນສົ່ງມອບໃຫ້ຂະແໜງຂົວທາງ, ປັບປຸງບຸກຄະລາກອນ ປະຈຳສະຖານີຕິດຊັງນໍ້າໜັກ, ປັບປຸງກົນໄກການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງນໍ້າໜັກລົດບັນທຸກແບບປະຈຳສະຖານີ ແລະ ແບບສະເພາະກິດໃນຂອບເຂດທົ່ວປະເທດ.
(4) ໄດ້ຈັດຕັ້ງປະຕິບັດວຽກງານຄຸ້ມຄອງນໍ້າໜັກລົດບັນທຸກຢູ່ 11 ສະຖານີ ແລະ ດຳເນີນການກວດກາສະເພາະກິດ ໂດຍນໍາໃຊ້ຊິງຊັ່ງແບບເຄື່ອນທີ່ຢູ່ບັນດາແຂວງທີ່ເຫັນວ່າມີປາກົດການຫຍໍ້ທໍ້ການບັນທຸກນໍ້າໜັກເກີນ.

ທ່ານກ່າວຕື່ມວ່າ: ຜ່ານການຕີລາຄາດ້ານດີ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນດ້ານດີ: ວຽກຄຸ້ມຄອງນໍ້າໜັກລົດບັນທຸກ ຜ່ານການຈັດຕັ້ງປະຕິບັດການກວດການໍ້າໜັກລົດບັນທຸກ ຈຳນວນ 11 ສະຖານີ, ສາມາດກວດກາລົດບັນທຸກ ຈໍານວນ 121.923 ຄັນ ເຫັນວ່າມີການລະເມີດບັນທຸກນໍ້າໜັກເກີນ ຈຳນວນ 8.415 ຄັນ, ໄດ້ຄ່ຽນຖ່າຍນໍ້າໜັກເກີນລົງ ປະມານ 4.517 ໂຕນ; ຜູ້ປະກອບການຂົນສົ່ງໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບຽບການຄຸ້ມຄອງນໍ້າໜັກລົດບັນທຸກຕາມທາງຫຼວງຫຼາຍຂຶ້ນ, ຈຳນວນຜູ້ລະເມີດຫຼຸດລົງຫຼາຍສົມຄວນ ຖ້າທຽບໃສ່ໄລຍະເລີ່ມຕົ້ນການປະຕິບັດວຽກງານດັ່ງກ່າວ.


ສຳລັບສິ່ງທ້າທາຍເຫັນວ່າການຈັດຕັ້ງກວດກາ ແລະ ຄຸ້ມຄອງນໍ້າໜັກລົດບັນທຸກຕາມທາງຫຼວງໃນສະພາບປັດຈຸບັນ ເຫັນວ່າຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ ຍ້ອນວ່າຈຸດທີ່ຕັ້ງຂອງສະຖານີຕິດຊັ່ງນໍ້າໜັກລົດບັນທຸກທີ່ມີຢູ່ໃນປັດຈຸບັນບໍ່ເໝາະສົມ, ບໍ່ສາມາດຄວບຄຸມໄດ້ຫຼາຍທິດທາງ ເຮັດໃຫ້ຜູ້ປະກອບການຂົນສົ່ງສາມາດຫຼົບຫຼີກສະຖານີຕິດຊັ່ງ; ສະຖານີຕິດຊັ່ງທີ່ມີຢູ່ໃນປັດຈຸບັນໃຊ້ການບໍ່ໄດ້, ລະບົບຊິງຊັ່ງບໍ່ທັນສະໄໝ ບໍ່ສາມາດເຊື່ອມຕໍ່ ແລະ ສົ່ງຂໍ້ມູນເຂົ້າລະບົບຢູ່ສູນກາງໄດ້, ການຕິດຊັ່ງສ່ວນຫຼາຍແມ່ນນຳໃຊ້ຊິງເຄື່ອນທີ່ ທີ່ມີຈໍານວນຈໍາກັດ, ບໍ່ພຽງພໍກັບຄວາມຕ້ອງການ, ມີຄວາມຊັກຊ້າ, ບໍ່ຕອບສະໜອງກັບປະລິມານລົດບັນທຸກຈໍານວນຫຼາຍ ຈຶ່ງມີຄວາມຈຳເປັນຮີບດ່ວນຕ້ອງໄດ້ປັບປຸງສະຖານີ, ສ້ອມແປງລະບົບຊິງຊັ່ງຄົງທີ່ ແລະ ຈັດຊື້ຊິງເຄື່ອນທີ່ເພີ່ມຕື່ມ ໃຫ້ສາມາດຮອງຮັບຄວາມຕ້ອງການໃນການກວດກາຕິດຊັ່ງນໍ້າໜັກລົດບັນທຸກໄດ້.