ການນຳເຂົ້ານ້ຳມັນຜ່ານດ່ານສາກົນນໍ້າພາວຫຼຸດລົງ ເປັນອີກປັດໄຈເກັບລາຍຮັບບໍ່ບັນລຸເປົ້າ

267

ໃນປີ 2019 ດ່ານພາສີສາກົນນໍ້າພາວ ໄດ້ຮັບມອບໝາຍຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານ 360 ຕື້ກີບ ຜ່ານການເກັບລາຍຮັບຮອດປັດຈຸບັນປະຕິບັດໄດ້ 211 ຕື້ກວ່າກີບ ເທົ່າກັບ 58,67% ຂອງແຜນການປີ ເຊິ່ງບໍ່ສາມາດປະຕິບັດໄດ້ຕາມແຜນການ, ສາເຫດການນຳເຂົ້ານ້ຳມັນເຊື້ອໄຟຫຼຸດລົງ 15 ລ້ານກວ່າລິດ ຄິດໄລ່ເປັນຄ່າພາສີ – ອາກອນ 36 ຕື້ກວ່າກີບ ແລະ ສິນຄ້າສ່ວນໃຫຍ່ໃນຮູບແບບສົ່ງເສີມການລົງທຶນ.

ທ່ານ ແກ້ວວິລາ ທິບດາລາ ຮອງຫົວໜ້າດ່ານພາສີສາກົນນໍ້າພາວ ໄດ້ໃຫ້ສໍາພາດກັບທີມຂ່າວການເງິນວ່າງບໍ່ດົນມານີ້ວ່າ: ປີ 2019 ດ່ານພາສີສາກົນນໍ້າພາວ ໄດ້ມອບໝາຍໃຫ້ຈັດເກັບລາຍຮັບເຂົ້າງົບປະມານ 360 ຕື້ກີບ, ແຕ່ຜ່ານການຈັດເກັບລາຍຮັບໃນ 8 ເດືອນປີ 2019 ( ນັບແຕ່ວັນທີ 1 ມັງກອນ 2019 ຫາວັນທີ 25 ສິງຫາ 2019 ) ສາມາດປະຕິບັດໄດ້ 211,2 ຕື້ກວ່າກີບ ເທົ່າກັບ 92,63% ຂອງແຜນການແຜນ 8 ເດືອນ ຫຼື ເທົ່າກັບ 58,67% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 89,47% ຫຼຸດລົງ 10, 53% ເທົ່າກັບ 24,8 ຕື້ກວ່າກີບ.

ລາຍຮັບສ່ວນໃຫຍ່ໃນການຈັດເກັບແຍກຕາມໝວດສິນຄ້າຕົ້ນຕໍ ເຊັ່ນ: ຄ່າຊັກພິເສດ, ນ້ຳມັນເຊື້ອໄຟ, ປະເພດພາຫະນະ ແລະ ຊິ້ນສ່ວນ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ – ບໍລິໂພກ, ສິນຄ້າອາຊຽນ ( From D ), ສິນຄ້າສັນຍາສອງຝ່າຍ ( From S ), ສິນຄ້າຕິດຕົວຜູ້ໂດຍສານ, ຄ່າທຳນຽມຕ່າງໆ, ຄ່າທຳນຽມຄັງແຮ, ສິນຄ້າຕາມນະໂຍບາຍສົ່ງເສີມການລົງທຶນ, ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຈາກການປັບໃໝ – ຂາຍເຄື່ອງຮິບ ແລະ ອື່ນໆ.

ທ່ານຮອງຫົວໜ້າດ່ານພາສີສາກົນນໍ້າພາວ ເນັ້ນອີກວ່າ: ໂດຍລວມແລ້ວການຈັດເກັບລາຍຮັບໃນ 8 ເດືອນ ປີ 2019 ຖ້າທຽບໃສ່ແຜນການປີບໍ່ສາມາດປະຕິບັດໄດ້ຕາມແຜນ ເນື່ອງຈາກວ່າສິນຄ້າທີ່ເປັນລາຍຮັບຕົ້ນຕໍມີລັກສະນະຫຼຸດລົງ ເຊັ່ນ: ນ້ຳມັນເຊື້ອໄຟ ການນຳເຂົ້າຫຼຸດລົງ 15 ລ້ານກວ່າລິດ ຄິດໄລ່ເປັນຄ່າພາສີ – ອາກອນ 36 ຕື້ ກວ່າກີບ. ໃນນີ້, ນໍ້າມັນກາຊວນຫຼຸດລົງ 11 ລ້ານກວ່າລິດ ຄິດໄລ່ເປັນຄ່າພາສີ – ອາກອນ 23 ຕື້ກວ່າກີບ, ນໍ້າມັນແອັດຊັງຫຼຸດລົງ 3 ລ້ານກວ່າລິດ ຄິດໄລ່ເປັນຄ່າພາສີ – ອາກອນ 12 ຕື້ກວ່າກີບ, ການນຳເຂົ້າໃນຮູບແບບສົ່ງເສີມການລົງທຶນເສຍອາກອນມູນຄ່າເພີ່ມ ( ອມພ ) 10% ຂອງໂຮງງານຄຳຮຸ່ງ ຫຼຸດລົງ 6 ຕື້ກວ່າກີບ ເນື່ອງຈາກວ່າໃນປີ 2019 ທາງໂຮງງານໄດ້ຮັບອານຸຍາດຍົກເວັ້ນພາສີ – ອາກອນ 0%, ການນໍາເຂົ້າໃນຮູບແບບການສົ່ງເສີມການລົງທຶນ, ການຈັດຕັ້ງປະຕິບັດດໍາລັດ 48/ລບ ລົງວັນທີ 19 ກຸມພາ 2019 ວ່າດ້ວຍການລົບລ້າງມາດຕາຂອງຂໍ້ຕົກລົງຂອງສະພາລັດຖະມົນຕີສະບັບເລກທີ 47/ປສລ ລົງວັນທີ 26 ມິຖຸນາ 1989 ແມ່ນຍົກເລີກການເກັບຄ່າຊັກພິເສດ ເຊັ່ນ: ແຮ່ບຣາລິດ, ຫີນກາວ ແລະ ອື່ນໆ ປັດຈຸບັນແມ່ນບໍ່ໄດ້ເກັບຄ່າຊັກພິເສດ. ນອກຈາກນີ້, ໃນໄລຍະຕົ້ນປີເປັນໄລຍະພັກບຸນປີໃໝ່ຂອງ ສສ ຫວຽດນາມ ເຮັດໃຫ້ການນຳເຂົ້າ ແລະ ສົ່ງອອກສິນຄ້າທຸກໝວດຫຼຸດລົງ ແລະ ອື່ນໆ.

ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທີ່ໄດ້ຮັບມອບໝາຍ 360 ຕື້ກີບ ທ່ານ ແກ້ວວິລາ ທິບດາລາ ຮອງຫົວໜ້າດ່ານພາສີສາກົນນໍ້າພາວ ເນັ້ນຕ້ອງໄດ້ເພີ່ມທະວີສຶກສາອົບຮົມການເມືອງ – ແນວຄິດໃຫ້ຖັນແຖວພະນັກງານ, ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກໃຫ້ມີ ຄວາມຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ, ຕິດຕາມກວດກາການປະຕິບັດໜ້າທີ່, ກວດກາການເຄື່ອນໄຫວຂອງພະນັກງານ – ລັດຖະກອນ, ຮັບປະກັນບໍ່ໃຫ້ເກີດມີປາກົດການຫຍໍ້ທໍ້, ເພີ່ມທະວີຄຸ້ມຄອງໃນການກວດກາສິນຄ້າ, ເຄື່ອງຂອງອອກ – ເຂົ້າຜ່ານດ່ານໃຫ້ມີຄວາມເຂັ້ມງວດ, ຮັບປະກັນ ຄວາມຖືກຕ້ອງ, ຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພະນັກງານຢູ່ແຕ່ລະໜ່ວຍງານ, ດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ ເພື່ອຮັບປະກັນການປະຕິບັດວຽກງານໃຫ້ມີຄວາມໂປ່ງໃສ, ບໍລິການວ່ອງໄວ.

ເພີ່ມທະວີການຄຸ້ມຄອງຈັດເກັບລາຍຮັບຈາກການນຳເຂົ້າປະເພດສິນຄ້າ, ເຄື່ອງຂອງທີ່ລັດຄຸ້ມຄອງ ເປັນຕົ້ນ: ນ້ຳມັນເຊື້ອໄຟ, ເຫຼັກ, ສິນຄ້າ, ເຄື່ອງຂອງນຳເຂົ້າຮູບແບບສົ່ງເສີມການລົງທຶນໃຫ້ຖືກຕ້ອງຕາມລະບຽບການ ແລະ ນຳໃຊ້ໃຫ້ຖືກເປົ້າໝາຍ ໂດຍປະສານສົມທົບກັບປາຍທາງແຕ່ລະຄັ້ງເພື່ອຕິດຕາມ, ຄຸ້ມຄອງບໍ່ໃຫ້ເກີດມີການລະເມີດລະບຽບກົດໝາຍ, ສືບຕໍ່ເລັ່ງທວງບັນດາໂຄງການ, ກະຊວງ, ຫ້ອງການຂອງລັດ, ບໍລິສັດຕ່າງໆທີ່ຍັງຄ້າງຊໍາລະໃຫ້ຮີບຮ້ອນປະກອບເອກະສານມາຊໍາລະສະສາງໃຫ້ທັນຕາມເວລາ, ຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີທຸກຮູບແບບ, ປະສານສົມທົບກັບອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງພາຍໃນດ່ານໃຫ້ກົມກຽວ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝທີ່ມີເຂົ້າໃນວຽກງານພາສີໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນສູງ.

( ຂ່າວ – ຮູບ: ກະຊວງການເງິນ )