Monthly Archives: July, 2019

ອິນໂດເນເຊຍ ສົ່ງຂີ້ເຫຍື້ອຜິດກົດໝາຍກັບຄືນ ຝຣັ່ງ – ຮົງກົງ

ລັດຖະບານອິນໂດເນເຊຍໄດ້ສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ 7 ຕູ້ ກັບຄືນສູ່ທ່າເຮືອຕົ້ນທາງ ເຊິ່ງຄັ້ງນີ້ ແມ່ນຝຣັ່ງ ແລະ ຮົງກົງ.ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ໃນວັນອັງຄານ ທີ 30 ກໍລະກົດ ວ່າ ສໍານັກງານພາສີຂອງແຂວງຣິເຍົາ ເທິງເກາະສຸມາຕຣາ ປະເທດອິນໂດເນເຊຍ ອອກຖະແຫຼງການເລື່ອງການຈັດສົ່ງຕູ້ຄອນເທນເນີ 7 ຕູ້ ທີ່ບັນຈຸ "ຂີ້ເຫຍື້ອຜິດກົດໝາຍ" ທີ່ບໍ່ສາມາດນຳ ກັບມາໃຊ້ໃໝ່ໄດ້ຈາກສິ່ງເສດເຫຼືອປະເພດພລາດສະຕິກ...

ຫຼວງນໍ້າທາ ໄດ້ຊ່ວຍເຫຼືອຜູ້ສ່ຽງຕໍ່ການຖືກຄ້າມະນຸດ 200 ກວ່າລາຍ

ດ້ວຍສະພາບເສດຖະກິດ, ຄວາມຂາດເຂີນພາຍໃນຄອບຄົວ ແລະ ພື້ນທີ່ພູມລຳເນົາຫ່າງໄກຈາກຄວາມຈະເລີນ ຈິ່ງເຮັດປະຊາຊົນຈຳນວນໜຶ່ງຕ້ອງດິ້ນຮົນຊອກຫາຊ່ອງທາງອອກດ້ວຍການໄປເຮັດວຽກຢູ່ຕ່າງປະເທດຢ່າງຜິດກົດໝາຍ ຫຼາຍລາຍຕົກເປັນເຫຍື່ອຂອງການຄ້າມະນຸດໂດຍປະລິຍາຍ, ບາງຄົນຖືກຄ້າໂດຍການຍິນຍອມຈາກຄອບຄົວໃນຮູບແບບການແຕ່ງງານ ແລະ ອື່ນໆ, ສະເພາະແຂວງຫຼວງນ້ຳທາ ໃນ 6 ເດືອນຜ່ານມາເຈົ້າໜ້າທີ່ໄດ້ໃຫ້ການຊ່ວຍເຫຼືອ ຜູ້ທີ່ສ່ຽງຕໍ່ການຄ້າມະນຸດຈຳນວນ 200 ກວ່າຄົນໃຫ້ກັບຄືນຖິ່ນຖານ.     ອີງໃສ່ເນື້ອໃນກອງປະຊຸມສະຫຼຸບວຽກງານ 6 ເດືອນ ຂອງຄະນະກຳມະການຕ້ານການຄ້າມະນຸດ ແຂວງຫຼວງນ້ຳທາ ທີ່ຈັດຂຶ້ນໃນກາງເດືອນກໍລະກົດຜ່ານມາ ທ່ານ ພັນໂທ ນາງ...

ນັກສຶກສາ ເລີ່ມທະຍອຍເຂົ້າມາຍື່ນໃບສະໝັກເສັງ ແລະ ສຳພາດເຂົ້າຮຽນທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ

ນັກຮຽນນັກສຶກສາ ເລີ່ມທະຍອຍເຂົ້າມາສະໝັກເສັງ ແລະ ສຳພາດເຂົ້າຮຽນທີ່ວິທະຍາໄລເຕັກນິກລາວເຢຍລະມັນ ຫຼັງຈາກທີ່ທາງວິທະຍາໄລໄດ້ປະກາດ ເປີດຮັບສະໝັກສອບເສັງ ແລະ ສຳພາດຄັດເລືອກເອົານັກຮຽນ ເຂົ້າຮຽນ ຊັ້ນກາງ, ຊັ້ນສູງ ແລະ ຊັ້ນສູງຕໍ່ເນື່ອງ ໃນສົກຮຽນ 2019-2020 ມາແຕ່ຕົ້ນເດືອນນີ້.ພິເສດບາງຫຼັກສູດ ຜູ້ໄດ້ຮັບຄັດເລືອກຈະໄດ້ຮັບເບ້ຍລ້ຽງ ແລະ ບໍ່ໄດ້ຈ່າຍຄ່າຮຽນ. ວິຊາສອບເສັ່ງມີ: ວິຊາຄະນິດເສດ+ຟິຊິກສາດ(ໃຊ້ເວລາ90ນາທີ), ວິຊາພາສາລາວ ວັນນະຄະດີ+ຄວາມຮູ້ທົ່ວໄປ+ພາສາອັງກິດ(ໃຊ້ເວລາ90ນາທີ). ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປັນໜຶ່ງໃນບັນດາໂຮງຮຽນອະຊີວະວິຊາຊີບ...

7ບ້ານໃນລ້ອງນ້ຳນານກະທົບໜັກຈາກນ້ຳຖ້ວມ, ເຈົ້າໜ້າທີ່ເລັ່ງຊ່ວຍເຫຼືອຜູ້ຕິດຢູ່ພາຍໃນເຮືອນ

ເນື່ອງຈາກຝົນຕົກໜັກນັບແຕ່ເວລາ 3:00 ໂມງເຊົ້າຂອງວັນທີ 30 ກໍລະກົດຈື່ງເຮັດໃຫ້ນ້ຳນານເກີດໄຫລຊຸເລີ່ມແຕ່ເວລາປະມານ8:00 ໂມງ ນ້ຳໄດ້ໄຫລເຂົ້າຖ້ວມບ້ານເຮືອນແລະພື້ນທີ່ທຳການຜະລິດຂອງປະຊາຊົນຕາມລ້ອງແມ່ນ້ຳນານໃນນັ້ນມີ7ບ້ານເຊັ່ນ: ບ້ານນາຝາຍ, ບ້ານປ່າໄຜ່, ບ້ານສີມຸງຄຸນ, ບ້ານສີບຸນເຮືອງ, ບ້ານນາເລົາ, ບ້ານໂພນຫີນ ແລະບ້ານນາເຄີນ ຖືກຜົນກະທົບໜັກ ປະຊາຊົນບາງຄອບຄົວໄດ້ພຽງເຄື່ອງນຸ່ງຄາຄີງ ແລະຍັງມີບາງຄົນຍັງຕິດຢູ່ໃນເຮືອນ ຕາມການເກັບກຳຂໍ້ມູນເບື້ອງຕົ້ນມີພຽງຜູ້ໄດ້ຮັບບາດເຈັບ ບໍມີຄົນເສຍຊີວິດ ສ່ວນຂໍ້ມູນຄວາມເສຍຫາຍຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນ. ເບື້ອງຕົ້ນອົງການປົກຄອງເມືືອງໄດ້ສົ່ງກຳລັງເຈົ້າໜ້າທີ່ທະຫານຕຳຫລວດເຂົ້າຊ່ວຍເຫລືອປະຊາຊົນທີ່ຕິດຄ້າງຢູ່ໃນເຮືອນ, ພ້ອມທັງຊ່ວຍປ້ອງກັນຜົນກະທົບໃຫ້ບາງຄອບຄົວ ແລະຈັດຕັ້ງການປ້ອງກັນເວນຍາມເຝົ້າລະວັງຕະຫລອດ24ຊົ່ວໂມງ. ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍຫລາຍກ່ວາທຸກປີຜ່ານມາ, ປະຈຸບັນປະຊາຊົນຕ້ອງການສະບຽງອາຫານ ແລະນ້ຳກີນ...

ການກໍ່ສ້າງເສັ້ນທາງແຕ່ໄຊຍະບູລີ, ບໍ່ແກ້ວ ຫາ ຈັງຫວັດພະເຍົາ ເປີດນຳໃຊ້ແລ້ວ

ໂຄງການກໍ່ສ້າງເສັ້ນທາງແຕ່ເມືອງຄອບ/ປາກຄອບ-ບ້ານກ້ອນຕື້ນ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ ຫາ ບ້ານຮວກ, ອໍາເພີພູຊາງ, ຈັງຫວັດພະເຍົາ, ຣາຊະອານາຈັກໄທ ທີ່ມີມູນຄ່າກໍ່ສ້າງ 188 ຕື້ກີບ ເຊິ່ງເປັນໂຄງການບໍລິມະສິດຂອງລັດຖະບານລາວ, ປັດຈຸບັນສ້າງສຳເລັດ ແລະ ມີພິທີເປີດນຳໃຊ້ຢ່າງເປັນທາງການແລ້ວ. ຂະນະທີ່ໂຄງການກໍ່ສ້າງທາງແຕ່ເມືອງຊຽງຮ່ອນ ຫາ ເມືອງຄອບ, ແຂວງ ໄຊຍະບູລີຄາດຈະສຳເລັດພາຍໃນ 30 ເດືອນ.     ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ...

ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຈັດກິດຈະກຳຊ່ວຍເຫຼືອສັງຄົມ ປະຈຳປີ 2019

ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມປະຈຳປີ 2019. ໃນນີ້, ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອທີ່ສູນເສຍອົງຄະພິເສດ 790 ( ເຂດທ່າງ່ອນ ); ໄດ້ຖວາຍສັງຄະທານ ແລະ ປະຖົມປັດໄຈໃຫ້ແກ່ວັດປ່າຫີນປ່າຄູນ, ວັດບ້ານດອນ ແລະ ວັດບ້ານຊ້າງໄຊຍະລາມ ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 58.368.000 ກີບ. ກິດຈະກໍາດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ ເຊິ່ງໃຫ້ກຽດນໍາພາໂດຍ...

ຕົກໜັກຄືນດຽວ! ຫຼາຍບ້ານໃນເມືອງນານ ເກີດໄພນໍ້າຖ້ວມ (ມີຄລິບ)

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 30 ກໍລະກົດ 2019 ເວລາ 8:00 ໂມງ ເກີດມີນໍ້າປ່າໄຫຼເຂົ້າຖ້ວມບ້ານເຮືອນພໍ່ແມ່ປະຊາຊົນ ເຂດບ້ານສີບຸນເຮືອງ, ສີມຸງຄຸນ, ບ້ານນາເລົ່າ, ນາຝາຍ ເມືອງນານ ແຂວງຫຼວງພະບາງ.           ປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງກຳລັງເຂົ້າໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ, ເຊິ່ງລາຍລະອຽດຈະລາຍງານຕາມພາຍຫຼັງ.       ເນື່ອງຈາກຊ່ວງໜ້າຝົນ ຂໍໃຫ້ພໍ່ແມ່ປະຊາຊົນມີສະຕິລະມັດລະວັງກ່ຽວກັບນໍ້າປ່າໄຫຊຸ, ຫຼື ນໍ້າຍຶ່ງຂຶ້ນຖ້ວມດ້ວຍ ເພື່ອຄວາມປອດໄພຂອງຕົວທ່ານເອງ.   ຄລິບນໍ້າຖ້ວມ

ສູນການຄ້າວຽງຈັນ ເຊັນເຕີ ຈັດງານວຽງຈັນມໍເຕີໂຊ ຄັ້ງທີ 3

ສູນການຄ້າວຽງຈັນ ເຊັນເຕີ ຮ່ວມກັບ ບໍລິສັດ ນໍາເຂົ້າ ແລະ ຈັດຈໍາໜ່າຍລົດຫຼາຍຍີ່ຫໍ້ ແລະ ຜະລິດຕະພັນກ່ຽວຂ້ອງເປີດງານວາງສະແດງລົດ ຄັ້ງທີ 3 ປະຈໍາປີ 2019 ຂຶ້ນ ເພື່ອເຮັດໃຫ້ຜູ້ທີ່ກໍາລັງຕັດສິນໃຈຈະຊື້ລົດມີທາງເລືອກງ່າຍຂຶ້ນ, ພາຍໃນງານຍັງເປີດໃຫ້ບໍລິການຕໍ່ອາຍຸໃບຂັບຂີ່ ແລະ ເສຍຄ່າທາງໄດ້ອີກ. ພິທີເປີດງານວາງສະແດງລົດ ວຽງຈັນເຊັນເຕີ ມໍເຕີໂຊ 2019 ຈັດຂຶ້ນໃນວັນທີ 27 ກໍລະກົດ...

ຮ່ວມກັນສຸມໃສ່ 5 ໜ້າວຽກຕ້ານການຄ້າມະນຸດ

ທຸກໆວັນທີ 30 ກໍລະກົດຂອງແຕ່ລະປີແມ່ນວັນສາກົນ ເພື່ອຕ້ານການຄ້າມະນຸດ ປີນີ້ກໍເຊັ່ນກັນ ສປປ ລາວ ໄດ້ມີກິດຈະກຳຍ່າງມາຣາທອນ ດ້ານທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນັ້ນໃຫ້ທຸກພາກສ່ວນສຸມໃສ່ 5 ໜ້າວຽກ ເພື່ອສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ນັບມື້ຫຼຸດໜ້ອຍລົງ. ວັນທີ 27 ກໍລະກົດ 2019 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີຍ່າງມາຣາທອນ ວັນຕ້ານການຄ້າມະນຸດສາກົນທີ 30...

ສ.ເກົາຫຼີ ມອບປຶ້ມໃຫ້ຫໍສະໝຸດ ນວ ມູນຄ່າ 700 ກວ່າລ້ານກີບ

ວັນທີ 29 ກໍລະກົດ 2019 ຫໍສະໝຸດ ສ.ເກົາຫຼີ ໄດ້ມອບປຶ້ມອ່ານໃຫ້ຫໍສະໝຸດ ນະຄອນຫຼວງວຽງຈັນ ມອບໂດຍ ທ່ານ ນາງ ອີນສຸກຈອນ ຫົວໜ້າຫ້ອງສະໝຸດ ສ.ເກົາຫຼີ ຮັບໂດຍ ທ່ານ ແກ້ວວິໄລສັກ ແສນສັກດາ ຫົວໜ້າຫໍສະໝຸດນະຄອນຫຼວງວຽງຈັນ ໂດຍມີ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກ...
- Advertisment -
Slide
Slide

Most Read

error: Content is protected !!