ຕົກໜັກຄືນດຽວ! ຫຼາຍບ້ານໃນເມືອງນານ ເກີດໄພນໍ້າຖ້ວມ (ມີຄລິບ)

43

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 30 ກໍລະກົດ 2019 ເວລາ 8:00 ໂມງ ເກີດມີນໍ້າປ່າໄຫຼເຂົ້າຖ້ວມບ້ານເຮືອນພໍ່ແມ່ປະຊາຊົນ ເຂດບ້ານສີບຸນເຮືອງ, ສີມຸງຄຸນ, ບ້ານນາເລົ່າ, ນາຝາຍ ເມືອງນານ ແຂວງຫຼວງພະບາງ.

 

 

 

 

 

ປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງກຳລັງເຂົ້າໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ, ເຊິ່ງລາຍລະອຽດຈະລາຍງານຕາມພາຍຫຼັງ.

 

 

 

ເນື່ອງຈາກຊ່ວງໜ້າຝົນ ຂໍໃຫ້ພໍ່ແມ່ປະຊາຊົນມີສະຕິລະມັດລະວັງກ່ຽວກັບນໍ້າປ່າໄຫຊຸ, ຫຼື ນໍ້າຍຶ່ງຂຶ້ນຖ້ວມດ້ວຍ ເພື່ອຄວາມປອດໄພຂອງຕົວທ່ານເອງ.

 

ຄລິບນໍ້າຖ້ວມ