ການກໍ່ສ້າງເສັ້ນທາງແຕ່ໄຊຍະບູລີ, ບໍ່ແກ້ວ ຫາ ຈັງຫວັດພະເຍົາ ເປີດນຳໃຊ້ແລ້ວ

189

ໂຄງການກໍ່ສ້າງເສັ້ນທາງແຕ່ເມືອງຄອບ/ປາກຄອບ-ບ້ານກ້ອນຕື້ນ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ ຫາ ບ້ານຮວກ, ອໍາເພີພູຊາງ, ຈັງຫວັດພະເຍົາ, ຣາຊະອານາຈັກໄທ ທີ່ມີມູນຄ່າກໍ່ສ້າງ 188 ຕື້ກີບ ເຊິ່ງເປັນໂຄງການບໍລິມະສິດຂອງລັດຖະບານລາວ, ປັດຈຸບັນສ້າງສຳເລັດ ແລະ ມີພິທີເປີດນຳໃຊ້ຢ່າງເປັນທາງການແລ້ວ. ຂະນະທີ່ໂຄງການກໍ່ສ້າງທາງແຕ່ເມືອງຊຽງຮ່ອນ ຫາ ເມືອງຄອບ, ແຂວງ ໄຊຍະບູລີຄາດຈະສຳເລັດພາຍໃນ 30 ເດືອນ.

 

 

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2019 ຜ່ານມາ, ທີ່ດ່ານທ້ອງຖິ່ນປາງມອນ, ເມືອງຄອບ, ແຂວງໄຊຍະບູລີ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ​ ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພົງສະຫັວນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ທ່ານ ກຽດຕິກຸນ ຊາດປະເສີດ, ເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ ແລະ ທ່ານ ພິລະເມດ ວຸດທິທອນທິລັກ, ປະທານອົງການນີດາ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍບັນດາການນຳອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ໃນພິທີ, ທ່ານ ແພງ ດວງເງິນ, ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງແຕ່ ເມືອງຄອບ/ປາກຄອບ-ບ້ານກ້ອນຕື້ນ, ແຂວງໄຊຍະບູລີ ແລະ ແຂວງ ບໍ່ແກ້ວ ຫາ ບ້ານຮວກ, ອໍາເພີພູຊາງ, ຈັງຫວັດພະເຍົາ ຣາຊະອານາຈັກໄທ ພ້ອມທັງໂຄງການກໍ່ສ້າງທາງແຕ່ເມືອງຊຽງຮ່ອນຫາເມືອງຄອບ, ແຂວງ ໄຊຍະບູລີ ເປັນໂຄງການບໍລິມະສິດຂອງລັດຖະບານລາວ ທີ່ນອນຢູ່ໃນແຜນຍຸດທະສາດ ກໍ່ຄື ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ 7 ແຫ່ງລັດ.

ການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນ ເປັນທາງຊັ້ນ 4 ຕາມມາດຕະຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງ; ໂຄງສ້າງຂອງທາງປະກອບມີ: ຊັ້ນຍົກລະດັບ, ຊັ້ນວັດສະດຸຄັດເລືອກໜາ 20 ຊັງຕີແມັດ, ຊັ້ນຮອງພື້ນທາງໜາ 20 ຊັງຕີແມັດ, ຊັ້ນທາງປູດ້ວຍຫີນຂົບໜາ 20 ຊັງຕີແມັດ, ຄວາມກ້ວາງໜ້າທາງ 8 ຫາ 9 ແມັດ, ປູຢາງ 2 ຊັ້ນ ແລະ ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ. ເຊິ່ງໂຄງການນີ້ລັດຖະບານແຫ່ງລາຊະອານາຈັກໄທ ໄດ້ຕົກລົງໃຫ້ການສະໜັບສະໜູນເງິນກູ້ ແລະ ໃຫ້ການຊ່ວຍເຫຼືອລ້າແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການນີດາ ແຫ່ງປະເທດໄທ.

 

 

ການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນນອນຢູ່ໃນເສັ້ນທາງຫຼວງຂອງແຂວງ ເລກທີ 3603, ໂດຍໄດ້ແບ່ງອອກ ສອງສັນຍາຄື: ສັນຍາທີ 1: ເລີ່ມແຕ່ບ້ານຮວກ, ອໍາເພີພູຊາງ ຈັງຫວັດພະເຍົາ, ລາຊະອານາຈັກໄທ-ເມືອງຄອບ/ປາກຄອບ-ບ້ານກ້ອນຕື້ນ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ, ມີລວງຍາວທັງໝົດ 54 ກິໂລແມັດ. ໃນນີ້, ປະກອບມີເສັ້ນທາງສາຍຫຼັກຍາວ 44,5 ກິໂລແມັດ, ປັບປຸງເສັ້ນທາງພາຍໃນເທດສະບານເມືອງຄອບ 7,5 ກິໂລແມັດ ແລະ ກໍ່ສ້າງທາງແຍກໄປຫາ ທ່າເຮືອປາກຄອບ 2 ກິໂລແມັດ, ພ້ອມທັງຕິດຕັ້ງໄຟເຍືອງທາງບາງຊ່ວງ. ມູນຄ່າຂອງການກໍ່ສ້າງເສັ້ນທາງສັນຍາທີ 1 ແມ່ນ 656.999.000 ບາດ ຫຼື ປະມານ 188 ຕື້ກີບ, ໂດຍແມ່ນບໍລິສັດຊີໂນໄທ ເອັນຈີເນຍຣິງ ແອນຄອນສະຕຣັກຊັນ ຈຳກັດມະຫາຊົນແຫ່ງປະເທດໄທ ເປັນຜູ້ຮັບເໝົາກໍ່ສ້າງ.

 

 

ສ່ວນສັນຍາທີ 2 ແມ່ນເລີ່ມຈາກ ເມືອງຊຽງຮ່ອນ – ເມືອງຄອບ ແຂວງໄຊຍະບູລີ; ເສັ້ນທາງມີໄລຍະທາງ 56 ກິໂລແມັດ. ໃນນັ້ນ, ມີເສັ້ນທາງສາຍຫຼັກຍາວ 45 ກິໂລແມັດ, ແລະ ປັບປຸງເສັ້ນທາງພາຍໃນເທດສະບານເມືອງຊຽງຮ່ອນ 11 ກິໂລແມັດ. ສໍາລັບມູນຄ່າການກໍ່ສ້າງຕາມສັນຍາແມ່ນ 612.995.000 ບາດ ຫຼື ປະມານ 175 ຕື້ກີບ, ໂດຍແມ່ນບໍລິສັດເນົາວະລັດ ພັດທະນາການຈໍາກັດມະຫາຊົນແຫ່ງປະເທດໄທ ເປັນຜູ້ຮັບເມົາກໍ່ສ້າງ.

ໂຄງການດັ່ງກ່າວ ແມ່ນກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງປະເທດລາວ ເປັນເຈົ້າຂອງໂຄງການ ແລະ ມີບໍລິສັດ ເອຊ່ຽນ ເອັນຈີເນັຍລິງຄອນຊາວຕານຈໍາກັດ ແຫ່ງປະເທດໄທ ຮ່ວມກັບ ລັດວິສະຫະກິດວິສະວະກໍາຄົມມະນາຄົມແຫ່ງປະເທດລາວ ເປັນທີ່ປືກສາ ແລະ ຄຸມງານກໍ່ສ້າງ ໂດຍມີໄລຍະປະຕິບັດສັນຍາແມ່ນ 30 ເດືອນຈຶ່ງສໍາເລັດ ທ່ານ ແພງ ດວງເງິນ ກ່າວ.

 

 

ເພື່ອຄວາມເປັນສິລິມຸງຄຸນ ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍການນໍາຂອງສູນກາງ ແລະ ທ້ອງຖິ່ນ ໄດ້ຂຶ້ນຕັດແຖບຜ້າ ພ້ອມທັງລັ່ນຄ້ອງ 9 ບາດ ກ່ອນທີ່ຈະກ່າວເປີດການນໍາໃຊ້ເສັ້ນທາງດັ່ງກ່າວຢ່າງເປັນທາງການ.

 

ທີ່ມາ: Lao National Radio