7ບ້ານໃນລ້ອງນ້ຳນານກະທົບໜັກຈາກນ້ຳຖ້ວມ, ເຈົ້າໜ້າທີ່ເລັ່ງຊ່ວຍເຫຼືອຜູ້ຕິດຢູ່ພາຍໃນເຮືອນ

78

ເນື່ອງຈາກຝົນຕົກໜັກນັບແຕ່ເວລາ 3:00 ໂມງເຊົ້າຂອງວັນທີ 30 ກໍລະກົດຈື່ງເຮັດໃຫ້ນ້ຳນານເກີດໄຫລຊຸເລີ່ມແຕ່ເວລາປະມານ8:00 ໂມງ ນ້ຳໄດ້ໄຫລເຂົ້າຖ້ວມບ້ານເຮືອນແລະພື້ນທີ່ທຳການຜະລິດຂອງປະຊາຊົນຕາມລ້ອງແມ່ນ້ຳນານໃນນັ້ນມີ7ບ້ານເຊັ່ນ: ບ້ານນາຝາຍ, ບ້ານປ່າໄຜ່, ບ້ານສີມຸງຄຸນ, ບ້ານສີບຸນເຮືອງ, ບ້ານນາເລົາ, ບ້ານໂພນຫີນ ແລະບ້ານນາເຄີນ ຖືກຜົນກະທົບໜັກ ປະຊາຊົນບາງຄອບຄົວໄດ້ພຽງເຄື່ອງນຸ່ງຄາຄີງ ແລະຍັງມີບາງຄົນຍັງຕິດຢູ່ໃນເຮືອນ ຕາມການເກັບກຳຂໍ້ມູນເບື້ອງຕົ້ນມີພຽງຜູ້ໄດ້ຮັບບາດເຈັບ ບໍມີຄົນເສຍຊີວິດ ສ່ວນຂໍ້ມູນຄວາມເສຍຫາຍຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນ.

ເບື້ອງຕົ້ນອົງການປົກຄອງເມືືອງໄດ້ສົ່ງກຳລັງເຈົ້າໜ້າທີ່ທະຫານຕຳຫລວດເຂົ້າຊ່ວຍເຫລືອປະຊາຊົນທີ່ຕິດຄ້າງຢູ່ໃນເຮືອນ, ພ້ອມທັງຊ່ວຍປ້ອງກັນຜົນກະທົບໃຫ້ບາງຄອບຄົວ ແລະຈັດຕັ້ງການປ້ອງກັນເວນຍາມເຝົ້າລະວັງຕະຫລອດ24ຊົ່ວໂມງ.

ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍຫລາຍກ່ວາທຸກປີຜ່ານມາ, ປະຈຸບັນປະຊາຊົນຕ້ອງການສະບຽງອາຫານ ແລະນ້ຳກີນ ເພື່ອບັນເທົາໄພເບື້ອງຕົ້ນ.