ອິນໂດເນເຊຍ ສົ່ງຂີ້ເຫຍື້ອຜິດກົດໝາຍກັບຄືນ ຝຣັ່ງ – ຮົງກົງ

35

ລັດຖະບານອິນໂດເນເຊຍໄດ້ສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ 7 ຕູ້ ກັບຄືນສູ່ທ່າເຮືອຕົ້ນທາງ ເຊິ່ງຄັ້ງນີ້ ແມ່ນຝຣັ່ງ ແລະ ຮົງກົງ.ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ໃນວັນອັງຄານ ທີ 30 ກໍລະກົດ ວ່າ ສໍານັກງານພາສີຂອງແຂວງຣິເຍົາ ເທິງເກາະສຸມາຕຣາ ປະເທດອິນໂດເນເຊຍ ອອກຖະແຫຼງການເລື່ອງການຈັດສົ່ງຕູ້ຄອນເທນເນີ 7 ຕູ້ ທີ່ບັນຈຸ “ຂີ້ເຫຍື້ອຜິດກົດໝາຍ” ທີ່ບໍ່ສາມາດນຳ ກັບມາໃຊ້ໃໝ່ໄດ້ຈາກສິ່ງເສດເຫຼືອປະເພດພລາດສະຕິກ ແລະ ຂີ້ເຫຍື້ອອີເລັກໂທຣນິກ ກັບຄືນໄປທີ່ຕົ້ນທາງ ໂດຍໃນຮອບນີ້ ແມ່ນຝຣັ່ງ ແລະ ຮົງກົງ ລາຍງານລະບຸວ່າ ເປັນຕູ້ຄອນເທນເນີຂອງຝຣັ່ງ 5 ຕູ້ ແລະ ຂອງຮົງກົງ 2 ຕູ້ ເຮືອບັນທຸກສິນຄ້າດັ່ງກ່າວ ເດີນທາງອອກຈາກທ່າເຮືອໃນເມືອງບາຕໍາ ເຊິ່ງເປັນເມືອງເອກຂອງແຂວງຣິເຍົາ ເມື່ອວັນຈັນ.

ในภาพอาจจะมี หนึ่งคนขึ้นไป

ຂະນະດຽວກັນ ເຈົ້າໜ້າທີ່ພາສີກຳລັງກວດກາຕູ້ຄອນເທນເນີ 42 ຕູ້ ແລະ ທຸກພາກສ່ວນເຊື່ອວ່າ ທຸກໆຕູ້ຈະຖືກສົ່ງກັບຄືນປະເທດຕົ້ນໆທາງໃນອີກບໍ່ດົນ ເຊິ່ງລວມເຖິງ ສະຫະລັດ ອາເມຣິກາ, ອົດສະຕຣາລີ ແລະ ເຢຍລະມັນ. ທັງນີ້ ເມື່ອຢ້ອນກັບໄປເມື່ອຕົ້ນເດືອນນີ້ ສໍານັກງານພາສີແຂວງຊະວາ ຕາເວັນອອກຂອງອິນໂດເນເຊຍ ໄດ້ຈັດສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ 8 ຕູ້ ນໍ້າໜັກ 200 ໂຕ້ນ ກັບຄືນໄປປະເທດອົດສະຕຣາລີ. ນອກຈາກນີ້, ເຈົ້າໜ້າທີ່ອິນໂດເນເຊຍໄດ້ສົ່ງຕູ້ຄອນເທນເນີຂີ້ເຫຍື້ອ 64 ຕູ້ ກັບຄືນສູ່ທ່າເຮືອຕົ້ນທາງໃນສະຫະລັດ, ອົດສະຕຣາລີ, ຝຣັ່ງ, ເຢຍລະມັນ ແລະ ຮົງກົງ ໃນທ້າຍເດືອນມິຖຸນາ ເຖິງຕົ້ນເດືອນກໍລະກົດ ທີ່ຜ່ານມາ.

ในภาพอาจจะมี ผู้คนกำลังยืน

ການເຄື່ອນໄຫວດັ່ງກ່າວຂອງອິນໂດເນເຊຍ ແມ່ນຄວາມພະຍາຍາມຫຼ້າສຸດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃນການຊ່ວຍປົກປ້ອງຂົງເຂດຈາກການເປັນ “ບ່ອນຖິ້ມຂີ້ເຫຍື້ອໂລກ” ໂດຍທັງປະເທດຟີລິບປິນ, ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ໄທ ລ້ວນແລ້ວແຕ່ມີນະໂຍບາຍທີ່ເຂັ້ມງວດຫຼາຍຂຶ້ນຢ່າງຊັດເຈນ ໃນການກວດກາຂີ້ເຫຍື້ອຈາກຕູ້ຄອນເທນເນີ. ອີກປະການໜຶ່ງ ການປະຊຸມ 10 ປະເທດຂອງປະຊາຄົມອາຊຽນ ໄດ້ລົງນາມຮ່ວມກັນໃນສົນທິສັນຍາກຣຸງເທບ ວ່າດ້ວຍການຕໍ່ຕ້ານຂີ້ເຫຍື້ອທະເລໃນພາກພື້ນ ລະຫວ່າງການປະຊຸມທີ່ກຣຸງເທບມະຫານະຄອນ ເມື່ອທ້າຍເດືອນມິຖຸນາ ຜ່ານມາ.