ຮ່ວມກັນສຸມໃສ່ 5 ໜ້າວຽກຕ້ານການຄ້າມະນຸດ

96

ທຸກໆວັນທີ 30 ກໍລະກົດຂອງແຕ່ລະປີແມ່ນວັນສາກົນ ເພື່ອຕ້ານການຄ້າມະນຸດ ປີນີ້ກໍເຊັ່ນກັນ ສປປ ລາວ ໄດ້ມີກິດຈະກຳຍ່າງມາຣາທອນ ດ້ານທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນັ້ນໃຫ້ທຸກພາກສ່ວນສຸມໃສ່ 5 ໜ້າວຽກ ເພື່ອສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ນັບມື້ຫຼຸດໜ້ອຍລົງ.

ວັນທີ 27 ກໍລະກົດ 2019 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີຍ່າງມາຣາທອນ ວັນຕ້ານການຄ້າມະນຸດສາກົນທີ 30 ກໍລະກົດ 2019 ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ      ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາທ່ານທູດ, ທູຕານຸທູດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ກ່າວວ່າ: ສະພາບການຂອງໂລກໄດ້ຜັນແປຢ່າງໄວວາ ແລະ ສັບຊ້ອນໃນຫຼາຍດ້ານຫຼາຍຂົງເຂດ ໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ, ຊັບສິນ ແລະ ສິດທິຂັ້ນພື້ນຖານຂອງປະຊາຊົນ. ຄວາມແຕກໂຕນດ້ານການພັດທະນາ, ບັນຫາຊາວອົບພະຍົບທີ່ຫຼົບໜີຈາກຄວາມໂຫດຮ້າຍຂອງສົງຄາມ, ບັນຫາຂາດເຂີນສະບຽງອາຫານ, ພະຍາດລະບາດ, ໄພແຫ້ງແລ້ງ ແລະ ອື່ນໆ ພາໃຫ້ເກີດມີການຄ້າມະນຸດດ້ວຍຮູບການຕ່າງໆ ເຊັ່ນ: ຖືກບັງຄັບໃຊ້ແຮງງານ ແລະ ຖືກບັງຄົບແຕ່ງດອງ, ດ້ວຍການຕົວະຍົວະຫຼອກຫຼວງໃນຮູບການໄປທ່ອງທ່ຽວ, ຄ້າຂາຍ, ອອກແຮງງານ, ແຕ່ງດອງກັບຄົນຕ່າງປະເທດ ໂດຍບໍ່ຜ່ານອົງການທີ່ກ່ຽວຂ້ອງ.

ສຳລັບ ສປປ ລາວ ຍັງເປັນປະເທດຕົ້ນທາງຂອງຂະບວນການຄ້າມະນຸດ ເຊິ່ງສາເຫດແມ່ນເກີດມາຈາກຫຼາຍປັດໄຈ ເປັນຕົ້ນບັນຫາຄວາມທຸກຍາກ, ລະດັບການສຶກສາ, ຄວາມຮູ້ດ້ານວິຊາຊີບ, ສີມືແຮງງານ ແລະ ສະພາບຄວາມແຕກໂຕນດ້ານພັດທະນາໃນອະນຸພາກພື້ນບວກກັບການຂະຫຍາຍຕົວຢ່າງໄວວາຂອງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກສາທາລະນະ, ເຕັກໂນໂລຊີ – ການສື່ສານທີ່ບໍ່ມີເຂດແດນ ແລະ ອື່ນໆ ໄດ້ກະຕຸກຊຸກຍູ້ເປັນປັດໄຈດຶງດູດເຮັດໃຫ້ມີການເຄື່ອນຍ້າຍພົນລະເມືອງຈາກຊົນນະບົດສູ່ຕົວເມືອງ ແລະ ຈາກລາວໄປຫາປະເທດອື່ນ, ເພື່ອສະແຫວງຫາຊີວິດການເປັນຢູ່ທີ່ດີກວ່າ. ຕໍ່ບັນຫາດັ່ງກ່າວໃນປີ 2013 ສປຊ ໄດ້ຮັບຮອງເອົາຍັດຕິ 192 ກ່ຽວກັບການເພີ່ມທະວີຄວາມພະຍາຍາມໃນການປະສານງານເພື່ອຕ້ານການຄ້າມະນຸດ ແລະ ຕົກລົງຮັບຮອງເອົາວັນທີ 30 ກໍລະກົດຂອງທຸກໆປີ ເປັນວັນສາກົນເພື່ອຕ້ານການຄ້າມະນຸດ.

ທ່ານ ຍັງກ່າວຕື່ມວ່າ: ໃນໄລຍະຜ່ານມາ ພັກ – ລັດຖະບານລາວ ໄດ້ເອົາໃຈໃສ່ຕໍ່ການຕ້ານສະກັດກັ້ນການຄ້າມະນຸດ, ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ດຳເນີນຄະດີຜູ້ກະທຳຜິດຢ່າງເຂັ້ມງວດ ແຕ່ເຫັນວ່າຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ ຍ້ອນການປະສານງານລະຫວ່າງພາກສ່ວນກ່ຽວຂ້ອງຍັງບໍ່ທັນກົມກຽວ, ບາງຂະແໜງຍັງບໍ່ທັນເລິກເຊິ່ງເຖິງຖອງ ແລະ ລະດັບຄວາມສາມາດຂອງພະນັກງານຍັງຈຳກັດ. ດັ່ງນັ້ນ, ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ ໂດຍສະເພາະແຜນດຳເນີນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ 2017 – 2020, ບັນດາພາກສ່ວນກ່ຽວຂ້ອງພ້ອມດ້ວຍປະຊາຊົນບັນດາເຜົ່າຈົ່ງຮ່ວມມື, ພ້ອມສະກັດກັ້ນ ໂດຍສຸມໃສ່ 5 ວຽກງານ:

1). ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດເປັນພັນທະ ແລະ ໜ້າທີ່ຂອງທຸກພາກສ່ວນ ນັບແຕ່ສູນກາງຮອດທ້ອງຖິ່ນ, ຖືເອົາວຽກງານດັ່ງກ່າວເປັນຈຸດສຸມໜຶ່ງທີ່ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

2). ເອົາໃຈໃສ່ໂຄສະນາ ແລະ ສຶກສາອົບຮົມດ້ວຍຫຼາຍຮູບການ ເພື່ອໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມໃນການຕ້ານການຄ້າມະນຸດ.

3). ເພີ່ມທະວີການກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ – ອອກເມືອງ, ບັນດາດ່ານຊາຍແດນ, ເຂດຫຼໍ່ແຫຼມ ເກັບກຳບັນດາເປົ້າໝາຍນັບທັງຄົນລາວ ແລະ ຕ່າງປະເທດ ທີ່ເຂົ້າມາດຳລົງຊີວິດ, ດຳເນີນທຸລະກິດ ທີ່ມີການເຄື່ອນໄຫວຄ້າມະນຸດ; ພ້ອມທັງດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ ແລະ ຟື້ນຟູພື້ນຖານໂຄງລ່າງຕໍ່ຜູ້ຖືກເຄາະຮ້າຍໃຫ້ໄດ້ກັບຄືນສູ່ຄອບຄົວ.

4). ສຸມໃສ່ສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຕ້ານການຄ້າມະນຸດ ໃຫ້ບຸກຄະລາກອນທີ່ກ່ຽວຂ້ອງ ພ້ອມຈັດສັນງົບປະມານທີ່ເໝາະສົມ, ເພື່ອໃຫ້ມີຄວາມສາມາດ, ມີປະສິດທິພາບໃນການເຄື່ອນໄຫວ.

5). ເພີ່ມທະວີການພົວພັນຮ່ວມມືກັບສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການແບ່ງປັນ, ສະໜອງຂໍ້ມູນຈຳເປັນ ລວມທັງປະສານງານໃນການຕ້ານການຄ້າມະນຸດ.

ເຊິ່ງພິທີຍ່າງມາຣາທອນນຳໂດຍທ່ານຮອງນາຍົກໄດ້ເລີ່ມແຕ່ສວນເຈົ້າຟ້າງຸ່ມໄປຫາໄຟແດງໂບດນາຄຳ ແລ້ວກໍລ້ຽວກັບຄືນສູ່ສວນເຈົ້າຟ້າງຸ່ມຢ່າງເປັນຂະບວນການຟົດຟື້ນ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫັວນ )