Monthly Archives: July, 2019

ເປີດໃຫ້ສະໝັກແລ້ວໂຄງການກອງທຶນວັດທະນະທໍາ

ລັດຖະບານສະວິດ ມີນະໂຍບາຍໃນການສົ່ງເສີມໃຫ້ປະຊາຊົນລາວໃນການຜະລິດ ແລະ ກະຈາຍຜະລິດຕະພັນອອກສູ່ຕະຫຼາຜ່ານການຝຶກອົບຮົມ ຜ່ານໂຄງການກອງທຶນວັດທະນະທໍາ ພາຍໃຕ້ຫົວຂໍ້: “ ວັດທະນະທໍາລາວ ແລະ ເພື່ອປະຊາຊົນລາວ ” ໄລຍະໂຄງການດັ່ງກ່າວແມ່ນແຕ່ປີ 2017 - 2021 ໃນມູນຄ່າ 26 ລ້ານໂດລາ. ຫຼ້າສຸດ, ໃນວັນທີ 30 ກໍລະກົດຜ່ານມາ ຫ້ອງການເພື່ອການພັດທະນາ ແລະ ຮ່ວມມືແຫ່ງປະເທດສະວິດ...

ນາຊາຍທອງ ຕິດກາໝາຍໂອດ໊ອບໃຫ້ 3 ກຸ່ມຜູ້ຜະລິດ

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ໄດ້ຈັດພິທີມອບກາໝາຍສິນຄ້າໂອດ໊ອບໃຫ້ 3 ກຸ່ມຜະລິດ ເພື່ອສົ່ງເສີມຂອດຜະລິດ, ໂດຍຕັ້ງເປົ້າຮອດປີ 2020 ຈະຂະຫຍາຍຕື່ມອີກ 2 ຜະລິດຕະພັນ ສ່ວນເຈົ້າເມືອງເນັ້ນໃຫ້ທຸກພາກສ່ວນຊຸກຍູ້ສົ່ງເສີມຕິດກາໝາຍແລ້ວຕ້ອງໃຫ້ມີຄວາມຍືນຍົງ. ພິທີຕິດກາໝາຍມີຂຶ້ນໃນວັນທີ 30 ກໍລະກົດ 2019 ທີ່ປົກຄອງເມືອງນາຊາຍທອງ ໂດຍການເຂົ້າຮ່ວມຂອງ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງນາຊາຍທອງ ມີຫົວໜ້າຫ້ອງການ...

ວິທະຍາໄລການຄ້າ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 114 ຄົນ

ສົກຮຽນ 2018 - 2019 ວິທະຍາໄລການຄ້າ ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 114 ຄົນ ເຊິ່ງ ທ່ານຮອງລັດຖະມົນຕີ ໄດ້ມີຄວາມຄາດຫວັງຕໍ່ບັນດິດຈົບໃໝ່ເຫຼົ່ານີ້ຈະປະກອບສ່ວນສຳຄັນໃນຂະແໜງທຸລະກິດການຄ້າໃນຕໍາແໜ່ງງານຕ່າງໆ. ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2019 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ກາຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບປິດສົກຮຽນ 2018 - 2019 ຂອງວິທະຍາໄລການຄ້າ ໂດຍການເປັນປະທານຂອງ...

ລົງທຶນ 250 ລ້ານໂດລາ ພັດທະນາເຂດເສດຖະກິດ ວັງເຕົ່າ – ໂພນທອງ

ໂຄງການກໍ່ສ້າງພັດທະນາເຂດເສດຖະກິດ ວັງເຕົ່າ - ໂພນທອງ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ສໍາເລັດການສ້າງແຜນແມ່ບົດ ດ້ວຍມູນຄ່າການລົງທຶນໝົດປະມານ 250 ລ້ານໂດລາສະຫະລັດ ຫຼື ປະມານ 2.125 ຕື້ກີບ. ຫຼ້າສຸດ, ໃນກາງເດືອນກໍລະກົດຜ່ານມານີ້ ໄດ້ມີພິທີວາງສີລາລືກຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາພັນ      ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ບຸນຖອງ ດີວິໄຊ...

ນໍ້າຖ້ວມ 7 ບ້ານ ເມືອງນານ ເສຍຫາຍໜັກ

ຝົນທີ່ຕົກແຮງຫຼາຍຊົ່ວໂມງ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນຢູ່ 7 ບ້ານ ລຽບຕາມລ້ອງແມ່ນ້ຳນານ ເມືອງນານ ແຂວງ ຫຼວງພະບາງ ເມື່ອວັນທີ 30 ກໍລະກົດ 2019 ບາງຄອບຄົວໄດ້ພຽງເຄື່ອງນຸ່ງຄາຄີງ ແລະ ກຳລັງປະເຊີນກັບສະພາບການຂາດສະບຽງອາຫານ ແລະ ເຄື່ອງນຸ່ງຫົ່ມ. ສ່ວນອຳນາດການປົກຄອງເມືອງໄດ້ສົ່ງກຳລັງປະຈຳເພື່ອໃຫ້ການຊ່ວຍເຫຼືອປະຊາຊົນຢ່າງເຕັມທີ່. ດ້ານອຸຕຸນິຍົມແຈ້ງເຕືອນປະຊາຊົນທົ່ວທຸກພາກກຽມຮັບມືກັບສະພາບຝົນຕົກໜັກອາດເຮັດໃຫ້ເກີດນ້ຳຖ້ວມ, ດິນເຈື່ອນ ແລະ ລົມພັດແຮງໄລຍະ 30 ກໍລະກົດ...

ເລີ່ມເດືອນໜ້າຫຼວງນໍ້າທາ ຈະເປິດໃຊ້ລະບົບຄຸ້ມຄອງລາຍຮັບແບບໃໝ່ (Tax RIS )

ເພື່ອອໍານວຍຄວາມສະດວກ ໃນການແຈ້ງມອບອາກອນຂອງຜູ້ເສຍອາກອນໃຫ້ວ່ອງໄວທັນສະໄໝ ແລະ ສາມາດກວດສອບໄດ້ ປັບປຸງກົນໄກການແຈ້ງມອບໃຫ້ມີຄວາມຍຸຕິທໍາ ຖືກຕ້ອງຕາມລະບຽບກົດ  ໜາຍ ແລະ ຮັບປະກັນການເກັບອາກອນຈາກຜູ້ເສຍອາກອນເຂົ້າງົບປະມານແຫ່ງລັດໄດ້ຢ່າງລວມສູນ, ມີຄວາມຖືກຕ້ອງໂປ່ງໃສ ແຂວງຫຼວງນໍ້າທາ ຈະເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ (Tax RIS ) ເລີ່ມເດືອນສິງຫາ 2019 ເປັນຕົ້ນໄປ.     ໃນວັນທີ 30 ກໍລະກົດ 2019 ນີ້, ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດພິທີເຜີຍແຜ່ການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ...

9 ອາຫານຕ້ອງຫ້າມສໍາລັບຄົນທີ່ເປັນພະຍາດ ສະເກັດເງິນ

ສະເກັດເງິນ  (Psoriasis) ເປັນໂລກຜິວໜັງທີ່ເກີດຈາກການແບ່ງໂຕຜິດປົກກະຕິຂອງເຊວຜິວໜັງຢ່າງໄວກວ່າປົກກະຕິ ໂດຍການກະຕຸ້ນຂອງສານເຄມີຈາກເຊວເມັດເລືອດຂາວ (Lymphocytes) ຊະນິດ (T-cell) ເຮັດໃຫ້ເກີດອັກເສບຈົນເກີດເປັນຜື່ນໜາໃຫຍ່ ມີລັກສະນະສີເງິນ ແລະ ແດງທົ່ວຮ່າງກາຍ ສາມາດເກີດຂຶ້ນໄດ້ທຸກເພດທຸກໄວ ແຕ່ບໍ່ສາມາດຕິດຕໍ່ກັນໂດຍກົງ. ເຊິ່ງອາຫານການກິນມີສ່ວນສໍາຄັນຕໍ່ກັບພະຍາດສະເກັດເງິນຫຼາຍ ເພາະມັນສາມາດກະຕຸ້ນເຮັດໃຫ້ແຜ່ລາມໄປທົ່ວຕົນໂຕເຮົາ ສະນັ້ນ ເພື່ອສະກັດບໍ່ໃຫ້ພະຍາດແຜ່ລາມໄປຫຼາຍເຮົາຄວນຫຼີກລ້ຽງອາຫານເຫຼົ່ານີ້: 1 ບໍ່ຄວນຮັບປະທານອາຫານທີ່ມີໄຂມັນສູງ ເຊັນເຂົ້າໜົມຊັອກໂກແລັດ, ໂດນັດ ເຄັກ, ຄຣີມ, ນົມງົວ ຄວນຫັນມາກິນໝາກໄມ້ແທນ. 2 ອາຫານແປຮູບຕ່າງໆເພາະອາຫານເຫຼົ່ານີ້ເຂົາເຈົ້າຈະໃສ່ສານກັນບູດ...

ຢືດພ້ອມທຳລາຍກັນຊາກວ່າ 300 ຕົ້ນ ຢູ່ນະຄອນໄກສອນພົມວິຫານ

ດັ່ງທີ່ຮູ້ນຳກັນແລ້ວວ່າ ກັນຊາເປັນສານເສບຕິດຊະນິດໜຶ່ງ ທີ່ລັດຖະບານລາວເກືອດຫ້າມ ແລະ ບໍ່ອະນຸຍາດໃຫ້ປະຊາຊົນປູກດ້ວຍຈຸດປະສົງໃດກໍ່ຕາມ. ຖ້າຫາກບໍ່ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ເມື່ອເຈົ້າໜ້າທີ່ຫາກກວດພົບເຫັນ ກໍ່ຈະໄດ້ຢຶດ ແລະ ນຳໄປທຳລາຍຖິ້ມ ດັ່ງເລື່ອງລາວທີ່ເກີດຂຶ້ນຢູ່ແຂວງສະຫວັນນະເຂດ ຜ່ານມານີ້.     ໃນວັນທີ 29 ກໍລະກົດ 2019 ນີ້ ເຈົ້າໜ້າ ທີ່ຕໍາຫຼວດກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໄດ້ລົງທຳລາຍຕົ້ນກັນຊາ ທີ່ເປັນສານເສບຕິດ ຢູ່ຂອບເຂດບ້ານສົມສະອາດ...

ເສຍຊີວິດ 18 ຄົນ! ເຫດຍົນກອງທັບປາກິດສະຖານຕົກໃສ່ບ້ານເຮືອນປະຊາຊົນ

ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ ໃນເຫດຍົນໂດຍສານຂອງກອງທັບປາກິສຖານ ເຊິ່ງຕົກໃສ່ເຂດທີ່ຢູ່ອາໄສ ທາງພາກເໜືອຂອງປະເທດ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຣາວັລພິນດິ ປະເທດປາກິສຖານ ເມື່ອວັນອັງຄານ ທີ 30 ກໍລະກົດ ວ່າ ເກີດເຫດຍົນໂດຍສານບິຊຄຮາຟ ຄິງ ແອຣ໌ 350 (Beechcraft king air 350) ເປັນຍົນໂດຍສານເຄື່ອງຈັກເທີໂບພຮັອບຂອງກອງທັບປາກິສຖານ ເຊິ່ງຢູ່ລະຫວ່າງການເຝີກຊ້ອມບິນ ໄດ້ຕົກລົງໃນເຂດຊຸມຊົນແຫ່ງໜຶ່ງຂອງເມືອງຣາວັລພິນດິ ທາງພາກເໜືອຂອງປະເທດ...

ສວນອາຫານແວ່ນາ ສະຖານທີ່ຜັກຜ່ອນແຫ່ງໃໝ່ເມືອງ ຫາດຊາຍຟອງ ບັນຍາກາດີສຸດໆ

ຍັງບໍ່ຮອດທ້າຍອາທິດ ແຕ່ຫຼາຍທທ່ານຄົງຄິດໄວ້ແນ່ແລ້ວວ່າຈະໄປທ່ຽວໃສດີໃນທ້າຍອາທິດນີ້ ແຕ່ຂໍແນະນໍາໜຶ່ງສະຖານທີ່ບັນຍາກາດແບບດີສຸດໆກາງທົ່ງນາ ເຊິ່ງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນເຮົານີ້ເອງ ນັ້ນກໍຄື ສວນອາຫານແວ່ນາ ເປັນສະຖານທີ່ພັກຜ່ອນ ກິນເຂົ້າ ຊົມວິວທິວທັດທໍາມະຊາດຕາມທ້ອງທົ່ງນາ     ບອກເລີຍວ່າເໝາະກັບສາຍອ໊າດສຸດໆ ເພາະວິວງາມ ມຸມດີ ເໝາະກັບການຖ່າຍຮູບສຸດໆ ເຊິ່ງສວນອາຫານແວ່ນາ ສະຖານທີ່ຕັ້ງຢູ່ ຖະຫນົນລະຫວ່າງໄຟແດງດົງຄຳຊ້າງຫາໂຮງງານເບຍລາວ ບ້ານ​ນາໄຫ, ເມືອງ​ ຫາດຊາຍຟອງ, ນະຄອນຫລວງວຽງຈັນ ຈະເລີ່ມເປີດບໍລິການ ວັນທີ​ 01 ສິງຫາ...
- Advertisment -
Slide
Slide

Most Read

error: Content is protected !!