ຫຼວງນໍ້າທາ ໄດ້ຊ່ວຍເຫຼືອຜູ້ສ່ຽງຕໍ່ການຖືກຄ້າມະນຸດ 200 ກວ່າລາຍ

54

ດ້ວຍສະພາບເສດຖະກິດ, ຄວາມຂາດເຂີນພາຍໃນຄອບຄົວ ແລະ ພື້ນທີ່ພູມລຳເນົາຫ່າງໄກຈາກຄວາມຈະເລີນ ຈິ່ງເຮັດປະຊາຊົນຈຳນວນໜຶ່ງຕ້ອງດິ້ນຮົນຊອກຫາຊ່ອງທາງອອກດ້ວຍການໄປເຮັດວຽກຢູ່ຕ່າງປະເທດຢ່າງຜິດກົດໝາຍ ຫຼາຍລາຍຕົກເປັນເຫຍື່ອຂອງການຄ້າມະນຸດໂດຍປະລິຍາຍ, ບາງຄົນຖືກຄ້າໂດຍການຍິນຍອມຈາກຄອບຄົວໃນຮູບແບບການແຕ່ງງານ ແລະ ອື່ນໆ, ສະເພາະແຂວງຫຼວງນ້ຳທາ ໃນ 6 ເດືອນຜ່ານມາເຈົ້າໜ້າທີ່ໄດ້ໃຫ້ການຊ່ວຍເຫຼືອ ຜູ້ທີ່ສ່ຽງຕໍ່ການຄ້າມະນຸດຈຳນວນ 200 ກວ່າຄົນໃຫ້ກັບຄືນຖິ່ນຖານ.

 

 

ອີງໃສ່ເນື້ອໃນກອງປະຊຸມສະຫຼຸບວຽກງານ 6 ເດືອນ ຂອງຄະນະກຳມະການຕ້ານການຄ້າມະນຸດ ແຂວງຫຼວງນ້ຳທາ ທີ່ຈັດຂຶ້ນໃນກາງເດືອນກໍລະກົດຜ່ານມາ ທ່ານ ພັນໂທ ນາງ ມະລິຈັນ ແກ້ວມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ກຳມະການຕ້ານການຄ້າມະນຸດ ປກສ ແຂວງຫຼວງນໍ້າທາ ໄດ້ຍົກໃຫ້ເຫັນປະກົດການຫຍໍ້ທໍ້ຂອງສັງຄົມ, ມີຄະດີການຄ້າມະນຸດເກີດຂຶ້ນ 5 ເລື່ອງ, ຜູ້ຖືກຫາ 8 ຄົນ, ຍິງ 3 ຄົນ, (ຄົນຕ່າງປະເທດ 2 ຄົນ) ຕ່ຳກ່ວາ 18 ປີ 1 ຄົນ, ກະທຳຊຳເລົາເດັກ 1 ເລື່ອງ ແລະ ໄດ້ຮັບແຈ້ງຄວາມຄົນຫາຍ 7 ເລື່ອງ.

ປັດຈຸບັນໄດ້ແກ້ໄຂຂັ້ນເຈົ້າໜ້າທີ່ແລ້ວ 3 ລາຍ, ຜູ້ຖືກຫາ 6 ຄົນ, ສົ່ງໄອຍະການ 1 ລາຍ ຜູ້ຖືກຫາ 1 ຄົນ, ພວມດຳເນີນ 1 ເລື່ອງ ຜູ້ຖືກຫາ 1 ຄົນ ແລະ ຍັງໄດ້ສະກັດກັ້ນຍິງລາວ ທີ່ມີຄວາມສ່ຽງຕົກເປັນເຫຍື່ອຂອງການຄ້າມະນຸດ ແນະນຳໃຫ້ກັບຖິ່ນຖານຈຳນວນ 257 ຄົນ, ຕໍ່າກ່ວາ 18 ປີ 19 ຄົນ.

 

 

ກອງປະຊຸມຄັ້ງນີ້ຍັງໄດ້ຜ່ານດໍາລັດເລກທີ 245/ນຍ ລົງວັນທີ 3 ກໍລະກົດ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຕ້ານການຄ້າມະນຸດ, ຜ່ານຄຳສັງແນະນຳເລກທີ 15/ຕຫຼ ລົງວັນທີ 12 ຕຸລາ 2018 ວ່າດ້ວຍການເອົາໃຈໃສ່ຊີ້ນຳ-ນຳພາ ໃນການດຳເນີນຄະດີ ແລະ ແກ້ໄຂບັນຫາການຄ້າມະນຸດ ແລະ ວຽກງານຍຸດຕິທຳສຳລັບເດັກ, ຄຳສັ່ງແນະນຳເລກທີ 044/ຄຕມຊ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານຕ້ານການມະນຸດລະດັບຊາດ.

ໂອກາດດັ່ງກ່າວທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງໆ ຫຼວງນ້ຳທາໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ ແລະ ຍັງໄດ້ເນັ້ນໃຫ້ບັນດາຄະນະກຳມາການທີ່ເຮັດວຽກງານຕ້ານການຄ້າມານຸດ ນຳພາພະນັກງານລົງໂຄສະນາ ຢູ່ບັນດາເຂດຫ່າງໄກສອກຫຼີກ ເພື່ອໃຫ້ພໍ່ແມ່ປະຊາຊົນ ມີສະຕິບໍ່ຫຼົງເຊື່ອຄຳຕົວະຍົວະຫຼອກລວງຂອງກຸ່ມຄົນບໍ່ດີ. ຖ້າພົບເຫັນໃຫ້ລາຍງານເຈົ້າໜ້າທີ່ໆກ່ຽວຂອງຢ່າງຮີບດ່ວນເພື່ອປ້ອງກັນ ແລະ ແກ້ໄຂໄດ້ທັນເຫດການ.

 

 

ຂໍ້ມູນ: ຂ່າວສານຫຼວງນໍ້າທາ