ສູນການຄ້າວຽງຈັນ ເຊັນເຕີ ຈັດງານວຽງຈັນມໍເຕີໂຊ ຄັ້ງທີ 3

51

ສູນການຄ້າວຽງຈັນ ເຊັນເຕີ ຮ່ວມກັບ ບໍລິສັດ ນໍາເຂົ້າ ແລະ ຈັດຈໍາໜ່າຍລົດຫຼາຍຍີ່ຫໍ້ ແລະ ຜະລິດຕະພັນກ່ຽວຂ້ອງເປີດງານວາງສະແດງລົດ ຄັ້ງທີ 3 ປະຈໍາປີ 2019 ຂຶ້ນ ເພື່ອເຮັດໃຫ້ຜູ້ທີ່ກໍາລັງຕັດສິນໃຈຈະຊື້ລົດມີທາງເລືອກງ່າຍຂຶ້ນ, ພາຍໃນງານຍັງເປີດໃຫ້ບໍລິການຕໍ່ອາຍຸໃບຂັບຂີ່ ແລະ ເສຍຄ່າທາງໄດ້ອີກ.

ພິທີເປີດງານວາງສະແດງລົດ ວຽງຈັນເຊັນເຕີ ມໍເຕີໂຊ 2019 ຈັດຂຶ້ນໃນວັນທີ 27 ກໍລະກົດ 2019 ທີ່ສູນການຄ້າວຽງຈັນ ເຊັນເຕີ ໂດຍມີຜູ້ບໍລິຫານລະດັບສູງຂອງສູນການຄ້າວຽງຈັນ ເຊັນເຕີ ແລະ ຕາງໜ້າຈາກບັນດາຄ້າຍລົດເຂົ້າຮ່ວມ.

ພາຍໃນງານມີຫຼາກຫຼາຍກິດຈະກໍາ ເຊັ່ນ: ການວາງສະແດງລົດຈາກແຕ່ລະຄ້າຍ ພ້ອມຮັບຮູ້ໂປຣໂມຊັນສຸດພິເສດຈາກຄ້າຍລົດຕ່າງໆ, ພົບກັບຜະລິດຕະພັນໃໝ່ຈາກການຮ່ວມມືຂອງ Krungsri Leasing Service ແລະ St-muangthai insurance ໃນການໃຫ້ສິດລູກຄ້າປະກັນໄພຜ່ານ Krungsri Leasing Service ດ້ວຍລາຄາພິເສດ.

ນອກນັ້ນ, ຍັງຈະໄດ້ພົບກັບກິດຈະກໍານໍາຢາງລົດເກົ່າ ພ້ອມເງິນ 3 ແສນກີບ ມາແລກຮັບຖັງຂີ້ເຫຍື້ອທີ່ຜະລິດຈາກຢາງຕີນລົດກົ່າ ແລະ ມີຜະລິດຕະພັນແຂ່ງຂັນກີລາ E – sport ພ້ອມແຈກຂອງລາງວັນ, ກິດຈະກໍາແຂ່ງຂັນເຕັ້ນ K – POP UYD 2019 ຮອບຄັດເລືອກ, ຕະຫຼອດເວລາການຈັດງານທ່ານຍັງພົບກັບຜູ້ຊ່ຽວຊານຈາກຫຼາຍຄ້າຍລົດທີ່ຈະມາໃຫ້ຄໍາແນະນໍາ ກ່ຽວກັບລົດຢ່າງຮອບດ້ານ, ພິເສດພາຍໃນງານທ່ານຍັງສາມາດນໍາເອົາໃບຂັບຂີ່ມາຕໍ່ອາຍຸ ແລະ ເສຍຄ່າທາງໄດ້ຢ່າງສະດວກສະບາຍ.

ພາຍໃນງານທ່ານຈະໄດ້ພົບກັບລົດທີ່ມາຈາກຄ້າຍ, ຮອນດ້າ, ອີຊູຊຸ, ນິສສັນ,      ມາສດ້າ, ໂຕໂຢຕ້າ, ຊູຊຸກິ, ເອັມຈີ, ຜະລິດຕະພັນປະກັນໄພຈາກບໍລິສັດເມືອງທອງປະກັນໄພ, ບໍລິສັດ ກຸງສີບໍລິການສິນເຊື່ອ, ຮ້ານເບີບີ້ໂອໂຕຊ໊ອບ, ເຄື່ອງຕົກແຕ່ງລົດໄອລອນແມນ ແລະ ຜະລິດຕະພັນກ່ຽວຂ້ອງກັບລົດອີກຫຼາກຫຼາຍຢ່າງ.

ທ່ານ ສົມສະນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງຊາດລາວ ໄດ້ກ່າວວ່າ: ການເປີດງານຄັ້ງນີ້ເພື່ອເປັນການວາງສະແດງຜະລິດຕະພັນລົດ ເພື່ອຕອບໂຈດ ຄວາມຕ້ອງການຂອງຜູ້ຊົມໃຊ້ ໂດຍສະເພາະແມ່ນຜູ້ທີ່ກໍາລັງຕັດສິນໃຈຈະຊື້ລົດໃໝ່ໃຫ້ສາມາດຮັບຮູ້ຂໍ້ມູນລົດຫຼາກຫຼາຍຍີ່ຫໍ້ໄວ້ໃນງານດຽວ.

 

ງານວຽງຈັນ ເຊັນເຕີ ມໍເຕີໂຊ ຄັ້ງທີ 3 ປີ 2019 ຈະຈັດໄປຈົນຮອດວັນທີ 4 ສິງຫາ 2019 ທີ່ສູນການຄ້າວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ.

[ ຂ່າວ – ຮູບ: ພຸດຕີ້ ]