Monthly Archives: July, 2019

ອຸຕຸເຕືອນ! ກຽມຮັບມືຈະມີຝົນຕົກໜັກ ວັນທີ 31 ກໍລະກົດ-4 ສິງຫາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 29 ກໍລະກົດ ຫາ 04 ສິງຫາ 2019ວ່າ: ໃນໄລຍະວັນທີ 29-30 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ. ພ້ອມດຽວກັນລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງຢູ່ແຕ່ລະພາກ...

ສໍາເລັດໄປຢ່າງຈົບງາມງານ “ ແລ່ນເພື່ອນ້ອງ ”

ສໍາເລັດໄປເປັນທີ່ຮຽບຮ້ອຍ ສໍາລັບໂຄງການແລ່ນການກຸສົນ “ ແລ່ນເພື່ອນ້ອງ ( Run for school ) ” ຄັ້ງທໍາອິດຂອງ ສາວລົດແກ້ວ ອິນທະກຸມມານ ນັກແລ່ນຍິງທີມຊາດລາວ ຮ່ວມກັບຫຼາຍພາກສ່ວນໃຈບຸນໃນການລະດົມທຶນຊ່ວຍໂຮງຮຽນທີ່ຂາດເຂີນ ໂດຍຫຼ້າສຸດໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2019 ໄດ້ຈັດພິທີແລ່ນຂຶ້ນຢ່າງເປັນທາງການ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ຄົນ. ໂຄງການ ແລ່ນເພື່ອນ້ອງ...

ໂຄງການຕາຝັ່ງເຈື່ອນໄລຍະ 2 ຈະລົງມືກໍ່ສ້າງຕົ້ນປີໜ້າ

ນະຄອນຫຼວງວຽງຈັນ ກຽມເປີດຊອງປະມູນຫາບໍລິສັດທີ່ມີຄວາມເໝາະສົມເພື່ອລົງມືກໍ່ສ້າງໂຄງການຕາຝັ່ງເຈື່ອນໄລຍະ 2 ແຕ່ເຂດຫຼັກ 3 ຫາ ຫາດດອກແກ້ວ ຍາວປະມານ 12 ກິໂລແມັດ ເຊິ່ງໂຄງການຈະໃຫ້ໄດ້ລົງມືກໍ່ສ້າງໃນຕົ້ນປີ 2020. ໃນປີ 2018 ນ້ຳຂອງໄດ້ໄຫຼລົ້ນຕາຝັ່ງເຂົ້າມາຫຼາຍບ້ານໃນນະຄອນຫຼວງທີ່ຢູ່ເຂດຕ່ຳ ນັບແຕ່ເຂດໜອງດາ ເມືອງສີໂຄດຕະບອງ ແລະ ໄດ້ມີການເຝົ້າລະວັງຢູ່ຫຼາຍເຂດ ໂດຍສະເພາະເຂດດອນຈັນ, ເຂດຫຼັກ 3 ວິທະຍາໄລເຕັກນິກ ລາວ -...

ເງິນປອນອ່ອນຄ່າທີ່ສຸດໃນຮອບກວ່າ 2 ປີ ຫຼັງຜູ້ນໍາອັງກິດ ກົດດັນອີຢູ ແກ້ໄຂຂໍ້ຕົກລົງເບຣັກຊິດ

ສະຫະຣາຊະອານາຈັກ ເຂົ້າໃກ້ການອອກຈາກສະຫະພາບເອີຣົບ “ໂດຍບໍ່ມີຂໍ້ຕົກລົງ” ສົ່ງຜົນໃຫ້ສະກຸນເງິນປອນອ່ອນຄ່າຫຼາຍທີ່ສຸດໃນຮອບກວ່າ 2 ປີ ເມື່ອ ທ່ານນາຍົກລັດຖະມົນຕີບໍຣິສ ຈອນສັນ ຢືນຢັນວ່າ ຈະບໍ່ເຈລະຈາກັບອີຢູ ຖ້າອີກຝ່າຍຍັງບໍ່ຍອມຫາລືເພື່ອແກ້ໄຂບາງປະເດັນໃນຂໍ້ຕົກລົງເບຣັກຊິດສະບັບເກົ່າ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດສະຫະຣາຊະອານາຈັກ ເມື່ອວັນອັງຄານ ທີ 30 ກໍລະກົດ ວ່າ ທ່ານນາຍົກລັດຖະມົນຕີບໍຣິສ ຈອນສັນ ໄດ້ເດີນທາງຢ້ຽມຢາມປະເທດສະກັອດແລນ ເມື່ອວັນຈັນ ແລະ ໄດ້ຮັບການຕ້ອນຮັບຈາກ...

ສຳເລັດການເຊື່ອມຈອດຂົວຂ້າມນໍ້າຂອງໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ

ການກໍ່ສ້າງຂົວຂ້າມນ້ຳຂອງ ໂຄງການທາງລົດໄຟ ລາວ - ຈີນ ທີ່ແຂວງ ຫຼວງພະບາງ ທີ່ມີລວງຍາວ 1.458 ແມັດ ໄດ້ເຊື່ອມຈອດກັນເປັນທີ່ຮຽບຮ້ອຍແລ້ວ ໃນເວລາປະມານ 2:00 ໂມງເຊົ້າ ຂອງວັນທີ 28 ກໍລະກົດ, ກ່ອນຈະຈັດພິທີສະເຫຼີມສະຫຼອງການເຊື່ອມຈອດໃນຕອນເຊົ້າຂອງວັນດຽວກັນນີ້. ຂົວດັ່ງກ່າວນີ້ນອນຢູ່ໃນສັນຍາທີ 3 ຫຼື ໄລຍະທີ 3 ເຊິ່ງເລີ່ມແຕ່ເມືອງງາ ແຂວງອຸດົມໄຊ...

ແຂວງສາລະວັນ ເກັບລາຍຮັບບັນລຸພຽງ 48,67%

ແຂວງສາລະວັນ ໄດ້ຂຸ້ນຂ້ຽວ ແລະ ຈັດຕັ້ງປະຕິບັດໃນການຈັດເກັບລາຍຮັບເຂົ້າງົບປະມານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ພາຍຫຼັງທີ່ໄດ້ຮັບມະຕິຈາກສະພາໃນການເກັບລາຍຮັບປີ 2019 ໃຫ້ບັນລຸ 115 ຕື້ກວ່າກີບ, ມາຮອດປັດຈຸບັນສາມາດເກັບລາຍຮັບໄດ້ 56 ຕື້ກວ່າກີບ ບັນລຸພຽງແຕ່ 48,67%. ທ່ານ ຂັນທະລັກ ໂພໄຊ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີຜ່ານມາ ໄດ້ຊຸກຍູ້, ຕິດຕາມ, ກວດກາຖານຂໍ້ມູນຄືນໃໝ່ຂັ້ນແຂວງ...

ນາຍົກ ເນັ້ນຕໍ່ ສທຍ ເອົາໃຈໃສ່ປະຕິບັດ 4 ຢ່າງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ກອງປະຊຸມພົບປະ ສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອໃຫ້ກ້າວທັນຍຸກດິຈິຕອລ ແລະ ບໍ່ຖິ້ມຜູ້ໃດໄວ້ທາງຫຼັງ ທີ່ຈັດຂຶ້ນເມື່ອວັນທີ 26 ກໍລະກົດ 2019 ວ່າ: ແມ່ຍິງລາວ ແມ່ນມີບົດບາດສຳຄົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫຼອດໄລຍະປະຕິວັດ, ຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການຊີ້ນຳ...

ສະຫວັນນະເຂດ ເລັ່ງປ້ອງກັນໄຂ້ຍຸງລາຍ ພາຍຫຼັງພົບຜູ້ເສຍຊີວິດແລ້ວ 12 ລາຍ

ປັດຈຸບັນ ພະຍາດໄຂ້ຍຸງລາຍໄດ້ແຜ່ລະບາດຢ່າງກວ້າງຂວາງ ແລະ ຍັງມີທ່າອ່ຽງຈະເພີ່ມຂຶ້ນ. ສະນັ້ນ, ເພື່ອເປັນການສະກັດກັ້ນຕ້ານເຊື້ອພະຍາດດັ່ງກ່າວ ກະຊວງສາລະນະສຸກໄດ້ແນະນຳໃຫ້ປະຊາຊົນ ເອົາໃຈໃສ່ປະຕິບັດ 5 ປໍຢ່າງເຄັ່ງຄັດ, ດ້ານສາທາລະນະສຸກແຂວງສະຫວັນນະເຂດເລັ່ງໃຫ້ປະຊາຊົນປ້ອງກັນຕົນເອງ ຫຼັງພົບຜູ້ຕິດເຊື້ອໄຂ້ຍຸງ 2.681 ກໍລະນີ, ເສຍຊີວິດແລ້ວ 12 ຄົນ.   ເປັນພາບປະກອບຂ່າວ   ໃນວັນທີ 24 ກໍລະກົດ 2019 ຢູ່ພະແນກ ສາທາລະນະສຸກແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນທົບທວນມາດຕະການ ແລະ...

1 ເດືອນ ແຂວງຫຼວງນໍ້າທາມີມູນຄ່າເສຍຫາຍຈາກອຸບັດເຫດ 200 ກວ່າລ້ານ

ກໍລະກົດເດືອນດຽວ ແຂວງຫຼວງນໍ້າທາ ມີອຸບັດເຫດເກີດຂຶ້ນທັງໝົດ 26 ລາຍ, ສົ່ງຜົນໃຫ້ມີຜູ້ບາດເຈັບ 33 ຄົນ, ເສຍຊີວິດແລ້ວ 3 ລາຍ ສະຫຼຸບມູນຄ່າຄວາມເສຍຫາຍ 200 ກວ່າລ້ານກີບ.   ເປັນພຽງພາບປະກອບ   ອີງຕາມການລາຍງານຂອງທ່ານ ຮອ ແຕະອຸດົມ ຫົວໜ້າໜ່ວຍງານກອງຄະດີອຸບັດເຫດ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ໃນວັນທີ 26 ກໍລະກົດ 2019...

ລາວ-ໄທ ລົງນາມຮ່ວມຮັກສາຄວາມສະຫງົບຕາມແນວຊາຍແດນ

ໃນລະຫວ່າງ ວັນທີ 17-19 ກໍລະກົດ 2019 ຜ່ານມາ ຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ໄທ-ລາວ ໄດ້ຈັດກອງປະຊຸມປຶກສາຫາລືກວດກາຂອບເຂດຮ່ວມຊາຍແດນລາວ-ໄທ ລະຫວ່າງເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ສປປ ລາວ ແລະ ເມືອງຊຽງແສນ ແຂວງ ຊຽງຣາຍ ຣາຊະອານາຈັກໄທ. ຝ່າຍລາວນຳໂດຍ ທ່ານ ພົນ ຈັດຕະວາ ສີພັນ...
- Advertisment -
Slide
Slide

Most Read

error: Content is protected !!