ສຳເລັດການເຊື່ອມຈອດຂົວຂ້າມນໍ້າຂອງໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ

55

ການກໍ່ສ້າງຂົວຂ້າມນ້ຳຂອງ ໂຄງການທາງລົດໄຟ ລາວ – ຈີນ ທີ່ແຂວງ ຫຼວງພະບາງ ທີ່ມີລວງຍາວ 1.458 ແມັດ ໄດ້ເຊື່ອມຈອດກັນເປັນທີ່ຮຽບຮ້ອຍແລ້ວ ໃນເວລາປະມານ 2:00 ໂມງເຊົ້າ ຂອງວັນທີ 28 ກໍລະກົດ, ກ່ອນຈະຈັດພິທີສະເຫຼີມສະຫຼອງການເຊື່ອມຈອດໃນຕອນເຊົ້າຂອງວັນດຽວກັນນີ້.

ຂົວດັ່ງກ່າວນີ້ນອນຢູ່ໃນສັນຍາທີ 3 ຫຼື ໄລຍະທີ 3 ເຊິ່ງເລີ່ມແຕ່ເມືອງງາ ແຂວງອຸດົມໄຊ ຫາ ເມືອງຊຽງເງິນ ແຂວງຫຼວງພະບາງ, ມີຄວາມຍາວປະມານ 60 ກິໂລແມັດ.

ທ່ານ ຟາປາວ ເຊຍ ( FABAO•XIA ) ຜູ້ຊ່ວຍຜູ້ອຳນວຍການ ກຸ່ມບໍລິສັດ ວິສະວະກຳທາງລົດໄຟເລກ 8 ສປ ຈີນ ໃນນາມບໍລິສັດຜູ້ຮັບເໝົາກໍ່ສ້າງ ກ່າວວ່າ: ຂົວຂ້າມແມ່ນໍ້າຂອງທີ່ແຂວງຫຼວງພະບາງ ໄດ້ສໍາເລັດການເຊື່ອມຈອດ ເຊິ່ງສໍາເລັດກ່ອນແຜນທີ່ກໍານົດໄວ້ 7 ເດືອນ, ສາມາດບັນລຸເປົ້າໝາຍການເຊື່ອມຈອດເສັ້ນທາງລົດໄຟ ລາວ – ຈີນ, ການບັນລຸການເຊື່ອມຈອດຂອງຂົວແຫ່ງນີ້ເປັນບາດລ້ຽວສຳຄັນຕໍ່ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ. ນອກຈາກນີ້, ຍັງມີຄວາມໝາຍສຳຄັນຕໍ່ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງລັດຖະບານຈີນ ທັງເປັນສັນຍະລັກມິດຕະພາບ ລາວ – ຈີນ.

ຂົວຂ້າມນໍ້າຂອງ ແຂວງຫຼວງພະບາງ ຕັ້ງຢູ່ນະຄອນຫຼວງພະບາງ, ມີ ຄວາມຍາວ 1.458 ແມັດ, ມີ 34 ເສົາ, ມີເສົາຂົວຫຼັກ 5 ເສົາ ຕັ້ງຢູ່ກາງແມ່ນໍ້າຂອງ, ນໍາໃຊ້ຂາງຂົວແບບຫຼໍ່ກັບທີ່ ເຊິ່ງເປັນຈຸດໜຶ່ງທີ່ມີ ຄວາມຫຍຸ້ງຍາກໃນການກໍ່ສ້າງ ແລະ ນໍາໃຊ້ເຕັກນິກການກໍ່ສ້າງທີ່ຂ້ອນຂ້າງຍາກ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 29 ມິຖຸນາ 2017 ເປັນຕົ້ນມາ, ບໍລິສັດກໍ່ສ້າງ, ອອກແບບ, ທີ່ປຶກສາ ແລະ ພາກສ່ວນທີ່ມີສ່ວນຮ່ວມໄດ້ຕັ້ງໜ້າຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງການນຳຂອງສອງພັກ – ສອງລັດ, ໃນເດືອນກັນຍາການນໍາຂັ້ນສູງຂອງສອງພັກ – ສອງລັດໄດ້ມາຢ້ຽມຢາມກວດກາຂົວແຫ່ງນີ້ ແລະ ໄດ້ໃຫ້ທິດຊີ້ນໍາໃນວຽກງານ ກໍຄືຕ້ອງຢຶດໝັ້ນຄຸນນະພາບເປັນຫຼັກ, ແບ່ງສ່ວນຊັບພະຍາກອນກໍ່ສ້າງຢ່າງເປັນລະບົບ ແລະ ມີເຕັກນິກວິທະຍາສາດ, ອອກແບບການກໍ່ສ້າງຄຽງຄູ່ກັບການອະນຸຮັກສິ່ງແວດລ້ອມ, ຖືເອົາຄວາມປອດໃສເປັນສິ່ງຊັກຈູງພຶດຕິກໍາການກໍ່ສ້າງ, ບາກບັ່ນອົດທົນຜ່ານຜ່າຕໍ່ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນນໍ້າເລິກ ແລະ ໄຫຼແຮງ, ລະດູຝົນລະດັບນໍ້າຂຶ້ນສູງ ແລະ ໄຫຼແຮງ, ພື້ນຖານພື້ນນໍ້າມີຄວາມຫຍຸ້ງຍາກໃນການຂຸດເຈາະເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງຍາກ ແຕ່ວິສະວະກອນ ແລະ ກຳມະກອນກໍມີຄວາມມານະອົດທົນຜ່ານຜ່າຕະຫຼອດ 25 ເດືອນທີ່ຈັດຕັ້ງປະຕິບັດ, ສາມາດສ້າງສໍາເລັດ ແລະ ເຊື່ອມຈອດກ່ອນແຜນ 7 ເດືອນ ເຊິ່ງເປັນເງື່ອນໄຂອັນດີທີ່ຈະສາມາດເປີດແລ່ນລົດໄຟໃນເດືອນທັນວາ 2021.

ທາງລົດໄຟ    ລາວ – ຈີນ ເປັນໂຄງການທີ່ການນໍາຂັ້ນສູງຂອງສອງພັກ – ສອງລັດ ໃຫ້ການຊຸກຍູ້, ເປັນໂຄງການໃນການເຊື່ອມຈອດຕາມຍຸດທະສາດ ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ກັບຂໍ້ລິເລີ່ມ ” ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ, ເຊິ່ງເລີ່ມຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຮອດນະຄອນຫຼວງວຽງຈັນ ມີຄວາມຍາວ ທັງໝົດ 414 ກວ່າກິໂລແມັດ, ກໍານົດໃຫ້ເປີດການນໍາໃຊ້ໃນເດືອນທັນວາ 2021.

( ຮູບ: ປະຊາຊົນ )