1 ເດືອນ ແຂວງຫຼວງນໍ້າທາມີມູນຄ່າເສຍຫາຍຈາກອຸບັດເຫດ 200 ກວ່າລ້ານ

58

ກໍລະກົດເດືອນດຽວ ແຂວງຫຼວງນໍ້າທາ ມີອຸບັດເຫດເກີດຂຶ້ນທັງໝົດ 26 ລາຍ, ສົ່ງຜົນໃຫ້ມີຜູ້ບາດເຈັບ 33 ຄົນ, ເສຍຊີວິດແລ້ວ 3 ລາຍ ສະຫຼຸບມູນຄ່າຄວາມເສຍຫາຍ 200 ກວ່າລ້ານກີບ.

 

ในภาพอาจจะมี 2 คน, สถานที่กลางแจ้ง

ເປັນພຽງພາບປະກອບ

 

ອີງຕາມການລາຍງານຂອງທ່ານ ຮອ ແຕະອຸດົມ ຫົວໜ້າໜ່ວຍງານກອງຄະດີອຸບັດເຫດ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ໃນວັນທີ 26 ກໍລະກົດ 2019 ວ່າ: ໃນເດືອນ ກໍລະກົດ ທົ່ວແຂວງມີອຸບັດເຫດເກີດຂຶ້ນທັງໝົດ 26 ລາຍ ໃນນີ້, ລົດໃຫຍ່ຕໍາລົດໃຫຍ່ 7 ລາຍ, ລົດໃຫຍ່ຕໍາລົດຈັກ 7 ລາຍ; ລົດຈັກຕໍາລົດຈັກ 7 ລາຍ; ລົດຈັກຕໍາລົດຖີບ 1 ລາຍ;  ລົດຈັກຕໍາຄົນຍ່າງ 4 ລາຍ; ລົດຈັກລົ້ມເອງ 4 ລາຍ; ລົດໃຫຍ່ຕໍາລົດແຕ໋ກເຕີ 1 ລາຍ.

 

ເປັນພຽງພາບປະກອບ

 

ເຊິ່ງສົ່ງຜົນເຮັດໃຫ້ມີພາຫະນະເປ່ເພເລັກນ້ອຍ 30 ຄັນ, ເປເພສົມຄວນ 11 ຄັນ, ໃຊ້ການບໍ່ໄດ້ 3 ຄັນ, ມີຄົນໄດ້ຮັບບາດເຈັບເລັກນ້ອຍ 28 ຄົນ, ບາດເຈັບສາຫັດ 5 ຄົນ ແລະ ເສຍຊີວິດ 3 ຄົນ. ໄດ້ສ້າງຄວາມເສຍຫາຍທັງໝົດ 223,7 ລ້ານກີບ.

ຜູ້ເຂົ້າຮ່ວມກໍ່ໃຫ້ເກີດມີອຸບັດເຫດມີພະນັກງານ 7 ຄົນ, ປະຊາຊົນ 28 ຄົນ, ນັກຮຽນ-ນັກສຶກສາ 12 ຄົນ. ປັດຈຸບັນໄດ້ແກ້ໄຂຂັ້ນເຈົ້າໜ້າທີ່ແລ້ວ 16 ລາຍ, ພວມດຳເນີນ 7 ລາຍ, ຊັດມ້ຽນ 2 ລາຍ, ສົ່ງໄອຍະການ 1 ລາຍ.

 

ในภาพอาจจะมี 2 คน, สถานที่กลางแจ้ง

ເປັນພຽງພາບປະກອບ

 

ທ່ານ ຫົວໜ້າໜ່ວຍງານກອງຄະດີອຸປະຕິເຫດ ໃຫ້ຮູ້ຕື່ມອີກວ່າ: ຄະດີອຸບັດເຫດທີ່ເກີດຂຶ້ນຖ້າທຽບໃສ່ເດືອນຜ່ານມາຫຼຸດລົງ 3 ລາຍ. ແຕ່ກໍ່ຢາກຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນ, ພໍ່ແມ່ຜູ້ປົກຄອງຈົ່ງເປັນເຈົ້າການຄຸ້ມຄອງບອກສອນລູກຫຼານ ໄລຍະພັກຮຽນບໍ່ໃຫ້ໄປຫຼິ້ນ-ທ່ຽວເດິກ, ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດກວນເມືອງອັນໄດ້ສ້າງຜົນກະທົບທີ່ບໍ່ດີຕາມມາ, ເຮັດໃຫ້ເກີດມີຄວາມເສຍຫາຍທາງດ້ານວັດຖຸເງິນຄໍາ ແລະ ຮ້າຍແຮງເຖິງຂັ້ນເສຍຊີວິດໄດ້.

 

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, รถมอเตอร์ไซค์ และสถานที่กลางแจ้ง

ເປັນພຽງພາບປະກອບ

 

ທີ່ມາ: ຂ່າວສານຫຼວງນໍ້າທາ