ອຸຕຸເຕືອນ! ກຽມຮັບມືຈະມີຝົນຕົກໜັກ ວັນທີ 31 ກໍລະກົດ-4 ສິງຫາ

42

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 29 ກໍລະກົດ ຫາ 04 ສິງຫາ 2019ວ່າ: ໃນໄລຍະວັນທີ 29-30 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ. ພ້ອມດຽວກັນລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງຢູ່ແຕ່ລະພາກ ແລະ ຕົກປານກາງຫາຕົກໜັກ ຢູ່ບາງທ້ອງຖິ່ນ.

 

 

ຈາກນັ້ນ, ວັນທີ 31 ກໍລະກົດ ຫາ 04 ສິງຫາ 2019 ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ບໍລິເວນທະເລຈີນຕອນໃຕ້ ມີທ່າອ່ຽງເພີ່ມກຳລັງແຮງຂຶ້ນກາຍເປັນພາຍຸດິເປຊັນ ຄາດວ່າຈະເຄື່ອນຜ່ານເກາະໄຮໜານສູ່ພາກເໜືອປະເທດຫວຽດນາມ ເຊິ່ງວົງລັດສະໝີຂອງພະຍຸນີ້ ຈະກວມເອົາພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງພັດປົກຄຸມ ແລະ ຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ในภาพอาจจะมี สถานที่กลางแจ้ง

 

     ຄຳເຕືອນ: ເນື່ອງຈາກວ່າໃນໄລຍະວັນທີ 30 ກໍລະກົດ ຫາ 04 ສິງຫາ ຄວາມກົດດັນຕໍ່າທີ່ປົກຄຸມຢູ່ບໍລິເວນຈີນຕອນໃຕ້ຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນ ກາຍເປັນພາຍຸດິເປຊັນ ຄາດວ່າຈະເຄື່ອນຜ່ານເກາະໄຮໜານເຂົ້າສູ່ພາກເໜືອຂອງປະເທດຫວຽດນາມ ເຊິ່ງວົງລັດສະໝີຂອງພະຍຸຫົວນີ້ຈະກວມເອົາພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງປົກຄຸມ ແລະ ຈະເຮັດໃຫ້ຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ในภาพอาจจะมี สถานที่กลางแจ้ง

 

ດັ່ງນັ້ນ, ຈຶ່ງແຈ້ງເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຖດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ນັບທັງນະຄອນຫຼວງວຽງຈັນ, ສາລະວັນ, ເຊກອງ, ອັດຕະປື ແລະ  ຈຳປາສັກ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ເຊິ່ງຈະເຮັດໃຫ້ມີນໍ້າຖ້ວມ, ດິນເຈື່ອນ ພ້ອມລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ຫຼັງຄາເຮືອນເປ່ເພ. ສະນັ້ນ,​ຈຶ່ງຂໍໃຫ້ຕິດຕາມສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.