ສໍາເລັດໄປຢ່າງຈົບງາມງານ “ ແລ່ນເພື່ອນ້ອງ ”

49

ສໍາເລັດໄປເປັນທີ່ຮຽບຮ້ອຍ ສໍາລັບໂຄງການແລ່ນການກຸສົນ “ ແລ່ນເພື່ອນ້ອງ ( Run for school ) ” ຄັ້ງທໍາອິດຂອງ ສາວລົດແກ້ວ ອິນທະກຸມມານ ນັກແລ່ນຍິງທີມຊາດລາວ ຮ່ວມກັບຫຼາຍພາກສ່ວນໃຈບຸນໃນການລະດົມທຶນຊ່ວຍໂຮງຮຽນທີ່ຂາດເຂີນ ໂດຍຫຼ້າສຸດໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2019 ໄດ້ຈັດພິທີແລ່ນຂຶ້ນຢ່າງເປັນທາງການ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ຄົນ.

ໂຄງການ ແລ່ນເພື່ອນ້ອງ ແມ່ນພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຮ່ວມກັບ ທີມງານນັກແລ່ນທາງໄກນະຄອນຫຼວງວຽງຈັນ ແລະ ທີມຊາດລາວ ນໍາໂດຍ ນາງ ລົດແກ້ວ ອິນທະກຸມມານ ແລະ ນັກສິລະປິນລາວ  ຈັດຂຶ້ນເພື່ອການກຸສົນ ແລະ ນໍາລາຍໄດ້ທັງໝົດປະກອບສ່ວນເຂົ້າໃນການສ້າງຫ້ອງຮຽນ, ຫ້ອງສະໝຸດ ແລະ ຫ້ອງນໍ້າ ພ້ອມລະບົບນໍ້າສະອາດໃຫ້ນ້ອງໆທີ່ຢູ່ໃນໂຮງຮຽນເຂດຫ່າງໄກສອກຫຼີກທີ່ຂາດເຂີນ.

ງານ ແລ່ນເພື່ອນ້ອງ ຄັ້ງນີ້ມີຜູ້ລົງທະບຽນເຂົ້າຮ່ວມ 600 ຄົນ ແລ່ນໄລຍະທາງ 7 ກິໂລແມັດ ເລີ່ມຈາກສວນເຈົ້າອານຸວົງ ໄປຫາ ໄຟແດງວັດນາກ ກ່ອນໂຄ້ງກັບມາຫາ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍ 300 ຄົນທໍາອິດ ( ແບ່ງເປັນຍິງ 150 ແລະ ຊາຍ 150 ຄົນ ) ທີ່ເຂົ້າເສັ້ນໄຊແມ່ນຈະໄດ້ຮັບຫຼຽນລາງວັນເປັນທີ່ລະນຶກ.

ລົດແກ້ວ ເປີດເຜີຍຫຼັງຈົບງານແລ່ນດັ່ງກ່າວວ່າ: ໃນງານການກຸສົນຄັ້ງນີ້ມີນັກແລ່ນທີ່ລົງທະບຽນເຂົ້າຮ່ວມຢ່າງເປັນທາງການ 600 ຄົນ ແລະ ມີບັນດາຜູ້ສະໜັບສະໜູນເກືອບ 100 ຄົນ ເຂົ້າຮ່ວມເອົາບຸນນໍາກັນ ເຊິ່ງເປັນບັນຍາກາດທີ່ດີ ແລະ ເບີກບານມ່ວນຊື່ນທີ່ສຸດ ເພາະມີຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ, ສ່ວນຍອດບໍລິຈາກແມ່ນທາງທີມງານຈະສະຫຼຸບອອກມາພາຍໃນອາທິດນີ້ ແລະ ຈະສືບຕໍ່ຮັບບໍລິຈາກຜ່ານທາງ One Heart ຕໍ່ໄປຈົນເຖິງທ້າຍເດືອນກັນຍາ 2019 ຈຶ່ງຈະປິດໂຄງການດັ່ງກ່າວກ່ອນຈະມີການເດີນທາງໄປຊ່ວຍເຫຼືອໂຮງຮຽນທີ່ຂາດເຂີນໃນເຂດຫ່າງໄກສອກຫຼີກ.

ສໍາລັບໂຄງການ “ ແລ່ນເພື່ອນ້ອງ ” ຈັດຂຶ້ນເພື່ອການກຸສົນ ແລະ ນໍາລາຍໄດ້ທັງໝົດປະກອບສ່ວນເຂົ້າໃນການສ້າງຫ້ອງຮຽນ, ຫ້ອງສະໝຸດ ແລະ ຫ້ອງນໍ້າ ພ້ອມລະບົບນໍ້າສະອາດໃຫ້ນ້ອງໆທີ່ຢູ່ໃນໂຮງຮຽນເຂດຫ່າງໄກສອນຫຼີກທີ່ຂາດເຂີນ ເຊິ່ງທາງຜູ້ຈັດໄດ້ເປີດໃຫ້ສັງຄົມຮ່ວມບໍລິຈາກຜ່ານທາງ One Heart ( https://oneheart.la/projects/runforschool1st ) ໃນ BCEL ONE ຂອງທະນາຄານການຄ້າ ໄປຈົນເຖິງທ້າຍເດືອນກັນຍາ 2019 ຈຶ່ງຈະປິດຮັບບໍລິຈາກ.

( ຄໍາສອນ: ຮູບຈາກ: ລົດແກ້ວ ແລະ Yak Lao )