ເງິນປອນອ່ອນຄ່າທີ່ສຸດໃນຮອບກວ່າ 2 ປີ ຫຼັງຜູ້ນໍາອັງກິດ ກົດດັນອີຢູ ແກ້ໄຂຂໍ້ຕົກລົງເບຣັກຊິດ

47

ສະຫະຣາຊະອານາຈັກ ເຂົ້າໃກ້ການອອກຈາກສະຫະພາບເອີຣົບ “ໂດຍບໍ່ມີຂໍ້ຕົກລົງ” ສົ່ງຜົນໃຫ້ສະກຸນເງິນປອນອ່ອນຄ່າຫຼາຍທີ່ສຸດໃນຮອບກວ່າ 2 ປີ ເມື່ອ ທ່ານນາຍົກລັດຖະມົນຕີບໍຣິສ ຈອນສັນ ຢືນຢັນວ່າ ຈະບໍ່ເຈລະຈາກັບອີຢູ ຖ້າອີກຝ່າຍຍັງບໍ່ຍອມຫາລືເພື່ອແກ້ໄຂບາງປະເດັນໃນຂໍ້ຕົກລົງເບຣັກຊິດສະບັບເກົ່າ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດສະຫະຣາຊະອານາຈັກ ເມື່ອວັນອັງຄານ ທີ 30 ກໍລະກົດ ວ່າ ທ່ານນາຍົກລັດຖະມົນຕີບໍຣິສ ຈອນສັນ ໄດ້ເດີນທາງຢ້ຽມຢາມປະເທດສະກັອດແລນ ເມື່ອວັນຈັນ ແລະ ໄດ້ຮັບການຕ້ອນຮັບຈາກ ທ່ານນາງນິໂຄລາ ສະເຕີຈຽນ ລັດຖະມົນຕີທີ 1 ຂອງສະກັອດແລນ ທີ່ທໍານຽບໃນນະຄອນຫຼວງເອດິນບະຣະ ໂດຍ ທ່ານຈອນສັນ ກ່າວກັບ ທ່ານນາງສະເຕີຈຽນ ວ່າມີຈຸດຢືນຕ່າງກັນຢ່າງຊັດເຈນໃນເລື່ອງເບຣັກຊິດ ວ່າ ເນື້ອໃນສ່ວນໃຫຍ່ຂອງຂໍ້ຕົກລົງທີ່ຈັດເຮັດໂດຍລັດຖະບານຊຸດກ່ອນໜ້ານັ້ນ “ໃຊ້ບໍ່ໄດ້ແລ້ວ” ຢ່າງໃດກໍ່ຕາມ ທ່ານຈອນສັນ ຍັງເຊື່ອໝັ້ນວ່າລັດຖະບານຈະສາມາດແກ້ໄຂ “ປະເດັນສໍາຄັນ” ຂອງຂໍ້ຕົກລົງສະບັບເກົ່າໄດ້ ແຕ່ໃນເວລາດຽວກັນທຸກຝ່າຍຕ້ອງກຽມພ້ອມໄປດ້ວຍ ສໍາລັບການອອກຈາກສະຫະພາບເອີຣົບ ແບບບໍ່ມີຂໍ້ຕົກລົງ ແລະ ຈະເປັນໄປຕາມກໍານົດ ໃນວັນທີ 31 ຕຸລາ ນີ້.

ຂະນະທີ່ ບໍ່ຊັດເຈນວ່າ ທ່ານນາງສະເຕີຈຽນ ໄດ້ກ່າວຫຍັງກັບຜູ້ນໍາອັງກິດ ແຕ່ຜູ້ນໍາຍິງຂອງສະກັອດແລນໄດ້ກ່າວໃນເວລາຕໍ່ມາວ່າ ເປັນທີ່ຊັດເຈນວ່າ ທ່ານຈອນສັນ ຕ້ອງການຊຸກດັນແຜນຍຸດທະສາດເບຣັກຊິດແບບບໍ່ມີຂໍ້ຕົກລົງຫຼາຍກວ່າ ແລະ ຖ້າ ອີຢູ ປັບປ່ຽນທ່າທີຕາມຄວາມຕ້ອງການຂອງທ່ານຈອນສັນ “ນັ້ນຄືສັນຍານສູ່ຄວາມລົ້ມເຫຼວ” ດ້ານສະມາພັນອຸດສາຫະກໍາພຣິຕິຊ (CBI: Confederation of British Industry) ເຊິ່ງເປັນຜູ້ສະໜັບສະໜຸນທາງທຸລະກິດທີ່ມີອິດທິພົນທີ່ສຸດຂອງສະຫະຣາຊະອານາຈັກ ອອກຖະແຫຼງການຮຽກຮ້ອງໃຫ້ທັງລັດຖະບານສະຫະຣາຊະອານາຈັກ ແລະ ອີຢູ ຮ່ວມກັນ “ເພິ່ມຄວາມຈິງຈັງ” ຕໍ່ຂະບວນການເບຣັກຊິດ ໂດຍຍື່ນຂໍ້ສະເໜີປະມານ 200 ຂໍ້ ທີ່ລວມເຖິງການເຮັດກົດໝາຍໃໝ່ດ້ານເສດຖະກິດ, ການວາງເຄືອຂ່າຍເທັກໂນໂລຢີຂໍ້ມູນຂ່າວສານໃໝ່ ແລະ ການຄົງຢູ່ຂອງສະຖານະພາບ ແລະ ສິດຂອງສະຫະຣາຊະອານາຈັກ “ໃນຖານະສະມາຊິກ” ຂອງອີຢູໄວ້ຊົ່ວຄາວກ່ອນ.

ในภาพอาจจะมี 11 คน, ผู้คนกำลังยืน และชุดสูท

ດ້ານຄະນະກໍາມາທິການເອີຣົບ (EC: European Commission) ຍັງບໍ່ສະແດງທ່າທີຢ່າງຊັດເຈນຕໍ່ການກົດດັນຂອງທ່ານຈອນສັນ ແຕ່ການເປີດເຜີຍຈຸດຢືນທີ່ຊັດເຈນຫຼາຍຂຶ້ນຂອງຜູ້ນໍາສະຫະຣາຊະອານາຈັກ ເລື່ອງເບຣັກຊິດ ສົ່ງຜົນໃຫ້ສະກຸນເງິນປອນສະເຕີລິງອ່ອນຄ່າລົງ ເກືອບ 1,5% ໃນໄລຍະໜຶ່ງຂອງການຊື້-ຂາຍ ເມື່ອວັນຈັນ ລົງມາເຫຼືອພຽງ 1,2214 ໂດລາ ຕໍ່າທີ່ສຸດ ນັບຕັ້ງແຕ່ເດືອນມິນາ 2017.