ແຂວງສາລະວັນ ເກັບລາຍຮັບບັນລຸພຽງ 48,67%

42

ແຂວງສາລະວັນ ໄດ້ຂຸ້ນຂ້ຽວ ແລະ ຈັດຕັ້ງປະຕິບັດໃນການຈັດເກັບລາຍຮັບເຂົ້າງົບປະມານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ພາຍຫຼັງທີ່ໄດ້ຮັບມະຕິຈາກສະພາໃນການເກັບລາຍຮັບປີ 2019 ໃຫ້ບັນລຸ 115 ຕື້ກວ່າກີບ, ມາຮອດປັດຈຸບັນສາມາດເກັບລາຍຮັບໄດ້ 56 ຕື້ກວ່າກີບ ບັນລຸພຽງແຕ່ 48,67%.

ທ່ານ ຂັນທະລັກ ໂພໄຊ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີຜ່ານມາ ໄດ້ຊຸກຍູ້, ຕິດຕາມ, ກວດກາຖານຂໍ້ມູນຄືນໃໝ່ຂັ້ນແຂວງ ແລະ ເມືອງ ມີຫົວໜ່ວຍທຸລະກິດທັງໝົດ 3 ພັນກວ່າຫົວໜ່ວຍ ເພີ່ມຂຶ້ນຈາກຂໍ້ມູນປີຜ່ານມາ 101 ຫົວໜ່ວຍ, ໄດ້ແບ່ງຂັ້ນຄຸ້ມຄອງຫົວໜ່ວຍທຸລະກິດລະຫວ່າງແຂວງກັບເມືອງແລະ ເມືອງກັບບ້ານຕາມທິດສາມສ້າງ. ໃນນີ້, ຂັ້ນແຂວງຄຸ້ມຄອງ 313 ຫົວໜ່ວຍ, ເມືອງຄຸ້ມຄອງ 3.025 ຫົວໜ່ວຍ. ໃນນັ້ນ, ການຄຸ້ມຄອງການຈັດເກັບລາຍຮັບຄ່າທຳນຽມນຳໃຊ້ທີ່ດິນ. ມາຮອດປັດຈຸບັນ ແຂວງສາລະວັນ ເກັບລາຍຮັບບັນລຸໄດ້ 56 ຕື້ກວ່າກີບ ເທົ່າກັບ 48,67% ທຽບໃສ່ແຜນການປີ. ໃນນັ້ນ, ຂະແໜງການອ້ອມຂ້າງແຂວງ ປະຕິບັດໄດ້ 34 ຕື້ກວ່າກີບ, ບັນດາເມືອງ ປະຕິບັດໄດ້ 22 ຕື້ກວ່າກີບ, ລາຍຮັບສ່ວຍສາອາກອນປົກກະຕິ, ທີ່ດິນ, ຄ່າທຳນຽມ ແລະ ລາຍຮັບວິຊາການ ປະຕິບັດໄດ້ 51 ຕື້ກວ່າກີບ, ລາຍຮັບຊັບສິນຂອງລັດ ປະຕິບັດໄດ້ 4 ຕື້ກວ່າກີບ, ລາຍຮັບຄຸ້ມຄອງການເງິນລັດວິສາຫະກິດ ປະຕິບັດໄດ້ 102 ຕື້ກວ່າກີບ.

ສຳລັບສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບບໍ່ບັນລຸຕາມແຜນການ ຍ້ອນວ່າຍັງມີຫຼາຍຫົວໜ່ວຍທຸລະກິດບໍ່ທັນປະຕິບັດລະບົບອາກອນມູນຄ່າເພີ່ມ, ການປະຕິບັດລະບອບການແຈ້ງອາກອນຂອງຫົວໜ່ວຍທຸລະກິດຍັງບໍ່ທັນຖືກຕ້ອງຄົບຖ້ວນ, ການກວດກາໄລ່ລຽງລາຍຮັບຕາມລະບອບບັນຊີດຽວເກັບບໍ່ໄດ້ຄົບຖ້ວນ, ການແກ້ໄຂບັນຫາຕ່າງໆຍັງບໍ່ທັນນຳໃຊ້ມາດຕະການທາງດ້ານລະບຽບກົດໝາຍຢ່າງເດັດຂາດ ໂດຍສະເພາະຕໍ່ຫົວໜ່ວຍທຸລະກິດທີ່ຄ້າງມອບພັນທະ, ອາກອນ, ຊັບສິນ, ການຖືບັນຊີບໍ່ນຳໃຊ້ໃບເກັບເງິນອາກອນ ແລະ ບັນຫາໜີ້ສິນຕະຫຼາດ 3 ເມືອງ ທີ່ຍັງບໍ່ໄດ້ຮັບການແກ້ໄຂຢ່າງຖືກຕ້ອງ.

ກອງປະຊຸມຄະນະຊີ້ນຳ ແລະ ກອງເລຂາຕິດຕາມ, ຊຸກຍູ້, ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປີ 2019 ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2019 ນີ້ ທີ່ພະແນກການເງິນແຂວງສາລະວັນ ໂດຍການເຂົ້າຮ່ວມຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງ, ມີບັນດາທ່ານຫົວໜ້າ – ຮອງພະແນກການອ້ອມຂ້າງ, ທ່ານຮອງເຈົ້າເມືອງ 8 ເມືອງ, ຫົວໜ້າຫ້ອງການການເງິນເມືອງ 8 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

[ ຮູບ – ຂ່າວ: ທິດລານີ ໂຄດໂຍທາ ]