ນາຍົກ ເນັ້ນຕໍ່ ສທຍ ເອົາໃຈໃສ່ປະຕິບັດ 4 ຢ່າງ

53

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ກອງປະຊຸມພົບປະ ສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອໃຫ້ກ້າວທັນຍຸກດິຈິຕອລ ແລະ ບໍ່ຖິ້ມຜູ້ໃດໄວ້ທາງຫຼັງ ທີ່ຈັດຂຶ້ນເມື່ອວັນທີ 26 ກໍລະກົດ 2019 ວ່າ: ແມ່ຍິງລາວ ແມ່ນມີບົດບາດສຳຄົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫຼອດໄລຍະປະຕິວັດ, ຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການຊີ້ນຳ – ນຳພາຂອງພັກປະຊາຊົນ ປະຕິວັດລາວ, ແມ່ຍິງລາວໄດ້ປະກອບສ່ວນຢ່າງຫຼວງຫຼາຍຕໍ່ພາລະກິດປົດປ່ອຍຊາດ, ເປັນນັກຮົບປະຕິວັດ, ເປັນພະຍາບານ, ເປັນໝໍປິ່ນປົວຄົນເຈັບ, ເປັນນັກໃຕ້ດິນທີ່ຢຶດໝັ້ນແນວທາງນະໂຍບາຍຂອງພັກໂດຍບໍ່ທໍ້ຖອຍ ແລະ ພ້ອມເສຍສະຫຼະເພື່ອຊາດ, ເປັນນັກໂຄສະນານ້ຳໃຈຮັກຊາດ, ເປັນນັກການເມືອງທີ່ດີເດັ່ນ ແລະ ອື່ນໆ.

ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍ, ແມ່ຍິງລາວຍິ່ງມີບົດບາດຫຼາຍຂຶ້ນໃນການພັດທະນາປະເທດຊາດ ເປັນຕົ້ນເປັນນັກກົດໝາຍ, ເປັນນັກການເມືອງ, ເປັນນັກການທູດ, ເປັນນັກອະນຸຮັກ, ເປັນນັກວິທະຍາສາດ ແລະ ອື່ນໆ ສິ່ງທີ່ສຳຄັນທີ່ສຸດແມ່ນເປັນນັກທຸລະກິດໃນການພັດທະນາເສດຖະກິດ – ສັງຄົມ, ເປັນນັກບໍລິຫານທີ່ດີເດັ່ນ, ມີຄວາມສາມາດໃນການປະກອບທຸລະກິດ ເພື່ອສ້າງວຽກເຮັດງານທຳ ປະກອບສ່ວນໃນການແກ້ໄຂຄວາມທຸກຍາກຕາມແນວທາງນະໂຍບາຍຂອງພັກ ແລະ ລັດ.

ທ່ານ ນາຍົກກ່າວຕື່ມວ່າ: ຜົນງານດັ່ງກ່າວຍັງບໍ່ທັນເປັນທີ່ເພິ່ງພໍໃຈ ແລະ ຈຳເປັນຕ້ອງສູ້ຊົນກວ່າເກົ່າ ເພາະແມ່ຍິງລາວຍັງມີຫຼາຍບັນຫາຫຼາຍດ້ານທີ່ຍັງເປັນຈຸດອ່ອນອັນເນື່ອງມາຈາກປະຫວັດສາດ, ວັດທະນະທຳ ແລະ ຮີດຄອງປະເພນີສະນັ້ນ, ເພື່ອເຮັດໃຫ້ແມ່ຍິງລາວມີຄວາມເຂັ້ມແຂງກວ່າເກົ່າໃນການປະກອບທຸລະກິດ, ດຳເນີນທຸລະກິດ ແລະ ເປັນນັກບໍລິຫານທີ່ເກັ່ງ ແມ່ຍິງລາວຄວນເອົາໃຈໃສ່ຕື່ມໃນການປະຕິບັດ 4 ຢ່າງ ດັ່ງນີ້:

1). ແມ່ຍິງລາວຕ້ອງເປັນຄົນອ່ອນໂຍນ ແຕ່ຢ່າເປັນຄົນອ່ອນແອ, ຕ້ອງເປັນຄົນທີ່ມີຄວາມສາມາດ, ຕ້ອງຮູ້ຈັບໂອກາດໃນການດຳເນີນທຸລະກິດ, ຕ້ອງຮູ້ຈັກການຕັດສິນໃຈທີ່ຖືກຕ້ອງບົນພື້ນຖານ ຄວາມເປັນໄປໄດ້ໃນການປະກອບທຸລະກິດ.

2). ສົ່ງເສີມການຜະລິດສິນຄ້າລາວໃຫ້ຫຼາຍຂຶ້ນ ໂດຍ ສທຍ ຕ້ອງສົ່ງເສີມການຜະລິດສິນຄ້າຂອງແມ່ຍິງລາວ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເຮັດແນວໃດໃຫ້ສິນຄ້າລາວສາມາດແຂ່ງຂັນກັບຕ່າງປະເທດຫຼາຍຂຶ້ນ, ເພາະໃນຍຸກດິຈິຕອລທີ່ເສດຖະກິດຕະຫຼາດມີການແຂ່ງຂັນສູງ ເພື່ອຄວາມຢູ່ລອດຈຳເປັນຕ້ອງຊ່ວຍເຫຼືອສົ່ງເສີມການຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; ສົ່ງເສີມການຜະລິດສິນຄ້າກະສິກຳຢູ່ເຂດຊົນນະບົດ ເພື່ອເຮັດແນວໃດໃຫ້ປະຊາຊົນລາວມີລາຍຮັບ, ແມ່ຍິງລາວຕ້ອງໄດ້ນຳເອົາ ຄວາມຮູ້ໃນການຜະລິດສິນຄ້າກະສິກຳໄປຖ່າຍທອດໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ຮ່ວມກັນມີສ່ວນຮ່ວມໃນການຜະລິດ.

3). ຊຸກຍູ້ບັນດາໂຄງການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ຂອງແມ່ຍິງລາວໃຫ້ຫຼາຍຂຶ້ນ ເພາະເສດຖະກິດຕະຫຼາດທີ່ມີການແຂ່ງຂັນ, ແມ່ຍິງລາວຈຳເປັນຕ້ອງແບ່ງປັນຄວາມຮູ້ – ຄວາມສາມາດຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ການແຂ່ງຂັນບໍ່ໄດ້ໝາຍຄວາມວ່າການເອົາລັດເອົາປຽບ, ບໍ່ແມ່ນການເຮັດໃຫ້ທຸລະກິດໃດໜຶ່ງລົ້ມລະລາຍ ແຕ່ເປັນການແຂ່ງຂັນເພື່ອການພັດທະນາແບບຍືນຍົງເພື່ອການແບ່ງປັນ, ເພື່ອເຮັດໃຫ້ຄຸນນະພາບທຸລະກິດດີຂຶ້ນ, ການບໍລິການໄດ້ຄຸນນະພາບ, ແຂ່ງຂັນເພື່ອພ້ອມກັນທີ່ຈະກ້າວໄປທາງໜ້າ ແລະ ພ້ອມທີ່ຈະຈະເລີນເຕີບໂຕໄປນຳກັນ.

4). ຕ້ອງຮ່ວມມືກັບຕ່າງປະເທດໃຫ້ຫຼາຍຂຶ້ນ ເພື່ອຖອດຖອນແລກປ່ຽນບົດຮຽນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮຽນຮູ້ການດຳເນີນທຸລະກິດ, ການຜະລິດຈາກຕ່າງປະເທດໃຫ້ຫຼາຍຂຶ້ນ, ພ້ອມທັງເຈລະຈາຕໍ່ລອງແລກປ່ຽນການຊື້ – ຂາຍສິນຄ້າລະຫວ່າງກັນ, ເພາະການດຳເນີນທຸລະກິດໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະໃນສະມາຄົມນັກທຸລະກິດແມ່ຍິງລາວແມ່ນຍັງຢູ່ໃນຂັ້ນເລີ່ມຕົ້ນ ແລະ ການຜະລິດຍັງບໍ່ທັນສູງເທົ່າທີ່ຄວນຫາກທຽບໃສ່ປະເທດອື່ນ ເຊິ່ງການຮ່ວມມືກັບຕ່າງປະເທດຕ້ອງຢູ່ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຕາມຄຳຂວັນທີ່ວ່າ “ ຫ້າມສິ່ງທີ່ຜິດ ພິສິດສິ່ງທີ່ຖືກຕ້ອງ ປົກປ້ອງສິ່ງທີ່ເປັນທຳ ” ບໍ່ແມ່ນວ່າເຫັນຜົນປະໂຫຍດຊົ່ວຄາວຂອງຕົນ ໂດຍບໍ່ຄຳນຶງເຖິງຜົນປະໂຫຍດຂອງສ່ວນລວມ. ສະນັ້ນ, ກ່ອນທີ່ຈະຮ່ວມມືດ້ານທຸລະກິດໃດໜຶ່ງຕ້ອງ “ ຄິດໃຫ້ກວ້າງ ຄິດໃຫ້ເລິກ ເບິ່ງໃຫ້ໄກ ໄປໃຫ້ຖືກ ” ເພື່ອການດຳເນີນທຸລະກິດທີ່ໂປ່ງໃສ.

( ຂ່າວ: ກາວຊົ່ງ, ຮູບ: ທະນັນເສນ )