Monthly Archives: July, 2019

ລົດເມໂດຍສານອັບການິດສະຖານ ຢຽບກັບລະເບີດ ເສຍຊີວິດ 34 ເຈັບ 17 ຄົນ

ລົດເມໂດຍສານສາຍລະຫວ່າງແຂວງໃນອັບການິດສະຖານ ແລ່ນຢຽບກັບລະເບີດທີ່ຄົນຮ້າຍໄດ້ຝັງໄວ້ຢູ່ເສັ້ນທາງຫຼວງ ທາງພາກຕາເວັນຕົກ ເມື່ອໄລຍະເຊົ້າວັນພຸດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 34 ຄົນ ບາດເຈັບ 17 ຄົນ ສ່ວນຫຼາຍເປັນແມ່ຍິງ ແລະ ເດັກນ້ອຍ. ສຳນັກຂ່າວຣອຍເຕີ ແລະ ເອເອັຟພີ ລາຍງານຈາກນະຄອນຫຼວງຄາບູລ ປະເທດອັບການິດສະຖານ ເມື່ອວັນພຸດ ທີ 31 ກໍລະກົດ ວ່າ ເກີດປະກົດການຫຍໍ້ທໍ້ຕໍ່ຄວາມໝັ້ນຄົງທົ່ວປະເທດອັບການິດສະຖານທີ່ກໍາລັງເຊື່ອມໂຊມລົງ ນັກຮົບກຸ່ມຕາລີບັນ...

ແຕ່ງຕັ້ງ 4 ຄະນະ ຮັບຜິດຊອບແກ້ໄຂເຫດສຸກເສີນໃນທົ່ວປະເທດ

ເພື່ອເປັນການປ້ອງກັນເຫດກໍ່ຄື ການແກ້ໄຂບັນຫາສິ່ງແວດລ້ອມຢ່າງທັນການ ໃນຂອບເຂດທົ່ວປະເທດ. ສະນັ້ນ, ຄະນະກຳກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມ ແລະ ແກ້ໄຂເຫດສຸກເສີນດ້ານສິ່ງແວດລ້ອມຂຶ້ນ ເຊິ່ງປະກອບມີ 4 ຄະນະ ເພື່ອລົງແກ້ໄຂເຫດສຸກເສີນຢ່າງເປັນທາງການ.   ສະພາບນໍ້າຖ້ວມເມືອງນານ ແຂວງ ຫຼວງພະບາງ   ເຊິ່ງທັງ 4 ຄະນະ ລ້ວນແຕ່ມີສິດ ແລະ ໜ້າທີ່ດັ່ງນີ້: ປະຕິບັດ ແລະ...

ຜ່ານໄປ 6 ປີເມືອງຕົ້ນເຜິ້ງ ພ້ອມຈະສ້າງພິພິທະພັນເກັບຮັກສາວັດຖຸບູຮານ

ອີງຕາມສື່ຂ່າວເມືອງຕົ້ນເຜິ້ງລາຍງານວ່າ: ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືືອງຕົ້ນເຜິ້ງ ໄດ້ລົງໂອ້ລົມປຶກສາຫາລືພໍ່ແມ່ປະຊາຊົນ ບ້ານຮົ່ມເຢັນ ກ່ຽວກັບແຜນກໍ່ສ້າງພິພິດທະພັນເກັບຮັກສາວັດຖຸບູຮານບ້ານຂຸດຄົ້ນໄດ້ຈາກແມ່ນໍ້າຂອງ ໃນປີ 2013 ຜ່ານມາ. ໃນວັນທີ 29 ກໍລະກົດ 2019 ນີ້ ທ່ານ ສີສະອາດ ກຸມພົນ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ...

ປະທານສານຄົນໃໝ່ເດີນທາງໄປຫວຽດນາມ ເພີ່ມທະວີການຮ່ວມມືດ້ານຕຸລາການ

ເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫງວຽນຮວາບິງ, ຄະນະເລຂາທິການ, ປະທານ ສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ. ທ່ານ ຄຳພາ ແສງດາຣາ, ປະທານສານປະຊາຊົນສູງສຸດ ພ້ອມຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນການພັດທະນາລະບົບສານປະຊາຊົນ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 14-17 ກໍລະກົດ 2019...

ສະຖິຕິໂລກ! ເອທິໂອເປຍ ປູກຕົ້ນໄມ້ ກວ່າ 200 ລ້ານຕົ້ນ ພາຍໃນມື້ດຽວ

ເມື່ອວັນຈັນ ທີ 29 ກໍລະກົດ ຜ່ານມາ ຊາວເອທິໂອເປຍ ໄດ້ຮ່ວມກັນປູກຕົ້ນໄມ້ຫຼາຍກວ່າ 200 ລ້ານຕົ້ນ ໃນທົ່ວປະເທດ ເພື່ອບັນລຸຄວາມຕັ້ງໃຈທີ່ຈະທຳລາຍສະຖິຕິໂລກ ທີ່ຜ່ານມາ ຂອງປະເທດອິນເດຍ. ສໍານັກຂ່າວ ຟານາ ບຣອດຄາສຕິງ ຄໍປໍເຣຊັ່ນ (FBC: Fana Broadcasting Corporate) ຂອງເອທິໂອເປຍລາຍງານວ່າ  ປະຊາຊົນຊາວເອທິໂອເປຍຮ່ວມແຮງຮ່ວມໃຈກັນປູກຕົ້ນໄມ້ 224 ລ້ານຕົ້ນ...

ສໍາຜັດຄວາມເປັນລາວແທ້ ທີ່ບຸນເດືອນເກົ້າ ນະຄອນຫລວງພຣະບາງ

ພໍກ້າວເຂົ້າສູ່ເດືອນເກົ້າລາວ ຊາວພຸດທັງຫຼາຍກໍໄດ້ ຫ້າງຫາກະກຽມ ເຮັດບຸນເດືອນເກົ້າ ຫຼື ບຸນຫໍ່ເຂົ້າປະດັບດິນ ທີ່ເປັນໜຶ່ງບຸນໃນຮີດ 12 ຄອງ 14 ຂອງຊາວພຸດ ໂດຍສະເພາະຊາວຫວງພະບາງທີ່ຖືເອົາຊ່ວງເດືອນເກົ້າເປັນບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້ານໍາ. ຫຼວງພະບາງມີເຮືອປະເພນີທີ່ເຂົ້າຮ່ວມຊ່ວງຫລາຍທີສຸດ ມາຈາກຫລາຍພາກສ່ວນ ມາຈາກຫລາຍແຂວງອີກ ບອກເລີຍວ່າຫາກຢາກສໍາຜັດກັບບັນຍາກາດບຸນຊ່ວງເຮືອຕາມປະເພນີລາວແທ້ໆ ແລະມ່ວນຊື່ນທີ່ສຸດຕ້ອງໄປຮ່ວມງານທີ່ຫຼວງພະບາງໃຫ້ໄດ້. ເຊິ່ງປະທານຈັດງານໄດ້ແຈ້ງວາລະການຈັດງານບຸນເດືອນເກົ້າແລ້ວດັ່ງນີ້: 1 ວັນສຸກ ວັນທີ 23 ສິງຫາ 2019 ແຮມ 8 ຄ່ຳ...

ອຸຕຸເຕືອນ! ພາກເໜືອ-ພາກກາງ ກຽມຮັບມືກັບຝົນຕົກໜັກ ຈາກພາຍຸວິພາ (Wipha)

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເຕືອນ ພາຍຸໜູນເຂດຮ້ອນ ສະບັບທີ 1ວ່າ: ໃນໄລຍະວັນທີ 31 ກໍລະກົດ ຫາ 4 ສິງຫາ 2019 ພາຍຸໜູນເຂດຮ້ອນ ວິພາ (Wipha) ຫົວທີ 7 ປະຈໍາປີ 2019...

ໂບອິງຂາດທຶນກຽມຍົກເລີກການຜະລິດເຮືອບິນລຸ້ນ737ແມ໊ກ

ທ່ານ ເດນນິດ ມຸຍເລນເບິກ ປະທານຄະນະບໍລິຫານໂບອິງ ກ່າວວ່າ:ໃນໄຕມາດ2ຂອງປີນີ້,ບໍລິສັດຂາດທຶນປະມານ2.940ໂດລາເນື່ອງຈາກຕ້ອງເສຍຄ່າໃຊ້ຈ່າຍຫຼາຍຂຶ້ນໃນການແກ້ໄຂບັນຫາທາງເຕັກນິກເພື່ອຮຽກຄວາມເຊື່ອໝັ້ນຂອງບໍລິສັດກັບຄືນມາຕະຫຼອດຊົດໃຊ້ແກ້ຜູ້ເສຍຫາຍຈາກເຮືອບິນ737ແມ໊ກຕົກ2ຄັ້ງຫຼາຍກວ່າ8.000ລ້ານໂດລາ. ເຖິງວ່າໂບອິງຍັງໝັ້ນໃຈວ່າເຮືອບິນລຸ້ນນີ້ຈະໄດ້ຮັບອະນຸຍາດໃຫ້ຂຶ້ນບິນໄດ້ອີກຄັ້ງໃນໄລຍະຕົ້ນເດືອນ ຕຸລາທີ່ຈະເຖິງນີ້,ແຕ່ບໍລິສັດຍອມຮັບວ່າກໍາລັງພິຈາລະນາຢຸດການຜະລິດເຮືອບິນລຸ້ນນີ້ຊົ່ວຄາວຫຼືຖາວອນຫາກຍັງຖືກຫ້າມຂຶ້ນບິນຢ່າງບໍ່ມີກໍານົດ. ຄວາມເສຍຫາຍຈາກອຸບັດເຫດເຮືອບິນໂບອິງລຸ້ນດັ່ງກ່າວຕົກ2ຄັ້ງໃນໄລຍະເວລາຫ່າງກັນພຽງ5ເດືອນ,ບໍລິສັດໂບອິງຜູ້ຜະລິດເຮືອບິນລາຍໃຫຍ່ຂອງອາເມຣິກາໄດ້ຮັບຜົນກະທົບຢ່າງໜັກຈາກຄວາມບໍ່ເຊື່ອໝັ້ນຂອງນາໆຊາດທີ່ປະກາດຫ້າມນໍາເຮືອບິນລຸ້ນຈ37ແມ໊ກຂຶ້ນບິນຢ່າງບໍ່ມີກໍານົດຕະຫຼອດຮອດສາຍການບິນບາງແຫ່ງທີ່ຍົກເລີກຄໍາສັ່ງຊື້ເຮືອບິນລຸ້ນນີ້ນໍາອີກ. ທັງນີ້ຈາກເຫດການເຮືອບິນຕົກ,ໂບອິງໄດ້ຫຼຸດກໍາລັງການຜະລິດເຮືອບິນຂະໜາດໃຫຍ່ລົງໄປຈາກ52ລໍາຕໍ່ເດືອນເຫຼືອພຽງ42ລໍາ ແລະ ຜົນກະທົບຈາກຄໍາສັ່ງຊື້ທີ່ຫຼຸດລົງກໍເຮັດໃຫ້ຍອດຂາດຫຼຸດລົງເຖິງ35. ນອກຈາກນີ້,ໂບອິງຍັງມີບັນຫາບໍ່ສາມາດສົ່ງມອບເຮືອບິນ777ເອ໊ກລຸ້ນໃໝ່ຂອງບໍລິສັດໄດ້ຕາມກໍານົດເກົ່າໃນທ້າຍປີນີ້ເນື່ອງຈາກບັນຫາທີ່ເກີດຂຶ້ນກັບເຄື່ອງຈັກເຈ໊ດຂອງບໍລິສັດ ເຈເນີຣັນ.      

ໂປໂລຍແກ້ບັນຫາສະໝອງໄຫຼດ້ວຍການຢຸດເກັບພາສີໄວໜຸ່ມ

ນະໂຍບາຍຍົກເລີກກັບພາສີລາຍໄດ້ຄົນໄວເຮັດວຽກທີ່ອາຍຸບໍ່ກາຍ26ປີໃນໂປໂລຍຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ1ເດືອນ ສິງຫານີ້ຫວັງແກ້ໄຂບັນຫາໄວໜຸ່ມໄປເຮັດວຽກຢູ່ຕ່າງປະເທດ. ປະຊາກອນໄວເຮັດວຽກທີ່ມີອາຍຸບໍ່ກາຍ26ປີ ແລະ ມີລາຍໄດ້ຕໍ່ປີກ່ອນເສຍພາສີບໍ່ເຖິງ22.000ໂດລາຕໍ່ປີຄາດຄະເນວ່າຈະມີຜູ້ໄດ້ຮັບປະໂຫຍດຈາກນະໂຍບາຍນີ້ປະມານ2ລ້ານຄົນທົ່ວປະເທດ. ທ່ານ ມາເຕອຸດ ມໍຣາວຽດສະກີ ນາຍົກລັດຖະມົນຕີໂປໂລຍປະເມີນວ່າ:ນະໂຍບາຍດັ່ງກ່າວຈະຈູງໃຈໃຫ້ປະຊາກອນໄວໜຸ່ມເຮັດວຽກພາຍໃນປະເທດແທນທີ່ຈະເດີນທາງໄປເຮັດວຽກຢູ່ຕ່າງປະເທດເນື່ອງຈາກນັບຕັ້ງແຕ່ໂປໂລຍເຂົ້າເປັນສ່ວນໜຶ່ງຂອງສະຫະພາບເອີຣົບຫຼືອີຢູເມື່ອປີ2004ກໍເກີດບັນຫາສະໝອງໄຫຼຫຼືໄວໜຸ່ມໄປເຮັດວຽກຢູ່ຕ່າງປະເທດຢ່າງຕໍ່ເນື່ອງ. ປັດຈຸບັນ,ໄວໜຸ່ມທີ່ເປັນຄົນລຸ້ນໃໝ່ໃນໂປໂລຍປະມານ1,7ລ້ານຄົນເຮັດວຽກຢູ່ຕ່າງປະເທດເນື່ອງຈາກກັງວົນເລື່ອງຄວາມໝັ້ນຄົງ ແລະ ຫາເງິນໄດ້ຫຼາຍກວ່າການເຮັດວຽກຢູ່ໃນປະເທດບ້ານເກີດ ແລະ ສ່ວນໃຫຍ່ຈະເລືອກໄປເຮັດວຽກໃນກຸ່ມປະເທດພັດທະນາແລ້ວທີ່ເປັນສະມາຊິກອີຢູເນື່ອງຈາກເດີນທາງຂ້າມຊາຍແດນສະດວກສະບາຍ ແລະ ບໍ່ຕ້ອງຂໍວີຊາຫຼືໃບອະນຸຍາດເຮັດວຽກ. ລັດຖະບານໂປໂລຍໃຫ້ຮູ້ວ່າ:ນະໂຍບາຍດ້ານພາສີຮູບແບບໃໝ່ຈະບັງຄັບໃຊ້ຄຽງຄູ່ກັບນະໂຍບາຍສະຫວັດດີການສັງຄົມດ້ານອື່ນໆ.  

ແຂວງວຽງຈັນ ວາງຄາດໝາຍລາຍຮັບຕໍ່ຫົວຄົນປີນີ້ ທີ່ 2.000 ໂດລາ

ແຂວງວຽງຈັນ ເປັນແຂວງໜຶ່ງທີ່ມີທ່າແຮງທາງດ້ານເສດຖະກິດ ທີ່ຈະນຳລາຍຮັບເຂົ້າສູ່ປະເທດ ແລະ ລາຍຮັບສ່ວນໃຫຍ່ກໍ່ສາມາດກະຈາຍໃຫ້ປະຊາຊົນທີ່ຢູ່ຕາມທ້ອງຖິ່ນຕ່າງໆ ທາງແຂວງຈິ່ງວາງຄາດໝາຍໄວ້ວ່າໝົດປີ 2019 ນີ້ຈະໃຫ້ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.000 ໂດລາ ຫຼື ປະມານ 16 ລ້ານກວ່າ ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ປະມານ 7 ພັນຕື້ກວ່າກີບ.     ທ່ານ ຄຳພັນ ສິດທິດຳພາ ວ່າການເຈົ້າແຂວງໆວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ...
- Advertisment -
Slide
Slide

Most Read

error: Content is protected !!