ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຈັດກິດຈະກຳຊ່ວຍເຫຼືອສັງຄົມ ປະຈຳປີ 2019

118

ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມປະຈຳປີ 2019. ໃນນີ້, ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອທີ່ສູນເສຍອົງຄະພິເສດ 790 ( ເຂດທ່າງ່ອນ ); ໄດ້ຖວາຍສັງຄະທານ ແລະ ປະຖົມປັດໄຈໃຫ້ແກ່ວັດປ່າຫີນປ່າຄູນ, ວັດບ້ານດອນ ແລະ ວັດບ້ານຊ້າງໄຊຍະລາມ ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 58.368.000 ກີບ.

ກິດຈະກໍາດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ ເຊິ່ງໃຫ້ກຽດນໍາພາໂດຍ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານກໍໄດ້ເຂົ້າຮ່ວມໃນກິດຈະກຳຄັ້ງນີ້ຢ່າງເປັນຂະບວນການຟົດຟື້ນ ເຊິ່ງໃນແຕ່ລະປີ ບໍລິສັດ ປີໂຕຣ ລ້ຽມເທຣດດິ້ງ ລາວ ມະຫາຊົນ ກໍໄດ້ສືບຕໍ່ເຮັດກິດກໍາຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງໃນຂອບເຂດທົ່ວປະເທດ ຕາມສະພາບເງື່ອນໄຂຄວາມເໝາະສົມ ເຊິ່ງດໍາເນີນນັບແຕ່ປີ 2010 ເປັນຕົ້ນມາ ແລະ ຈະສືບຕໍ່ຈັດກິດຈະກໍາດັ່ງກ່າວນີ້ຄຽງຄູ່ກັບສັງຄົມລາວເຮົາຕະຫຼອດໄປ.

[ ຂ່າວ: ສົມສະຫວິນ; ຮູບ: ປີໂຕຣເທຣດ ]