ສ.ເກົາຫຼີ ມອບປຶ້ມໃຫ້ຫໍສະໝຸດ ນວ ມູນຄ່າ 700 ກວ່າລ້ານກີບ

68

ວັນທີ 29 ກໍລະກົດ 2019 ຫໍສະໝຸດ ສ.ເກົາຫຼີ ໄດ້ມອບປຶ້ມອ່ານໃຫ້ຫໍສະໝຸດ ນະຄອນຫຼວງວຽງຈັນ ມອບໂດຍ ທ່ານ ນາງ ອີນສຸກຈອນ ຫົວໜ້າຫ້ອງສະໝຸດ ສ.ເກົາຫຼີ ຮັບໂດຍ ທ່ານ ແກ້ວວິໄລສັກ ແສນສັກດາ ຫົວໜ້າຫໍສະໝຸດນະຄອນຫຼວງວຽງຈັນ ໂດຍມີ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກ ປະທານສະມາຄົມມິດຕະພາບຮ່ວມມື  ລາວ – ສ.ເກົາຫຼີ, ທ່ານ ຊີນ ຊູງ ຊູນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ, ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຊີນ ຊູງ ຊູນ ກ່າວວ່າ: ການມອບປຶ້ມໃນຄັ້ງນີ້ແມ່ນເພື່ອເປັນຂົວຕໍ່ແຫ່ງມິດຕະພາບໃນການເຂົ້າໃຈ ແລະ ຮຽນຮູ້, ສົ່ງເສີມການອ່ານ ແລະ ອຳນວຍຄວາມສະດວກໃນການອ່ານ ແລະ ຮັບຮູ້ເຖິງພາສາເກົາຫຼີ ພ້ອມຮຽນຮູ້ເຖິງວັດທະນະທຳອັນດີງາມຂອງເກົາຫຼີ. ການມອບປຶ້ມໃນຄັ້ງນີ້ປະກອບມີປຶ້ມອ່ານຂອງຜູ້ໃຫຍ່ ແລະ ເດັກນ້ອຍ ຈຳນວນ 14 ພັນກວ່າຫົວ ມູນຄ່າ 700 ລ້ານກີບ; ຕູ້ໃສ່ປຶ້ມໃຫຍ່ 30 ໜ່ວຍ ມູນຄ່າ 27 ລ້ານກີບ; ຕູ້ໃສ່ປຶ້ມນ້ອຍ 50 ໜ່ວຍ ມູນຄ່າ 2,7 ລ້ານກີບ; ໂຕະ 1 ໜ່ວຍ ມູນຄ່າ 1,96 ລ້ານກີບ; ຄອມພິວເຕີ 1 ຊຸດ 3,6 ລ້ານກີບ ເຊິ່ງລວມມູນຄ່າທັງໝົດ 735 ລ້ານກວ່າກີບ.

ທ່ານ ພອນຈັນ ແພງພູວັນ ກ່າວວ່າ: ປະເທດລາວເຮົາເປັນປະເທດທີ່ກຳລັງຢູ່ໃນໄລຍະສ້າງສາພັດທະນາ ເຊິ່ງຄວາມຕ້ອງການດ້ານບຸກຄະລາກອນແມ່ນເປັນສິ່ງຈຳເປັນທີ່ສຸດ. ສະນັ້ນ, ການອ່ານແມ່ນໜຶ່ງໃນສິ່ງທີ່ຊ່ວຍສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ຮູ້ພາສາຕ່າງປະເທດເພື່ອການຮ່ວມມື, ການພັດທະນາປະເທດຊາດ, ການມອບປຶ້ມໃນຄັ້ງນີ້ແມ່ນເພື່ອເປັນການຟື້ນຟູຄືນຫໍສະໝຸດນະຄອນຫຼວງວຽງຈັນ ໃຫ້ກັບມາມີສື່ຮັບໃຊ້ໃນການອ່ານການຮຽນຮູ້ຫຼາຍຂຶ້ນ ເພື່ອຍົກລະດັບການອ່ານໃຫ້ມີປະສິດທິພາບ, ເປັນການເລີ່ມຕົ້ນຂອງຫໍສະໝຸດນະຄອນຫຼວງວຽງຈັນ ໃນການຮຽນຮູ້ແລກປ່ຽນວັດທະນະທຳເກົາຫຼີ, ເປັນການບູລະນະຟື້ນຟູຫໍສະໝຸດນະຄອນຫຼວງວຽງຈັນໃໝ່ ເຊິ່ງການມອບປຶ້ມໃນຄັ້ງນີ້ທາງຫໍສະໝຸດນະຄອນຫຼວງວຽງຈັນ ຈະນຳໃຊ້ໃນການພັດທະນາການອ່ານ, ການຮຽນຮູ້ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.

[ ຂ່າວ: ກາວຊົ່ງ; ຮູບ: ວິລະສັກ ]