Monthly Archives: June, 2019

ທາງການສັ່ງ! ເພຈ “Support Prime Minister Thongloun Sisoulith” ໃຫ້ຢຸດຕິການເຄື່ອນໄຫວ

ຫຼາຍຄົນທີ່ໃຊ້ເຟສບຸກ ກໍ່ຄົງຈະເຫັນ ເພຈ "Support Prime Minister Thongloun Sisoulith" ທີ່ປະກົດອອກໃນໜ້າຂ່າວອອນລາຍໃນເຟສບຸກ (Facebook). ປັດຈຸບັນຖືກທາງການແຈ້ງໃຫ້ຢຸດຕິການເຄື່ອນໄຫວແລ້ວ ອີງຕາມການລາຍງານຂອງສຳນັກຂ່າວສານປະເທດລາວ (KPL).     ໃນ 26 ມິຖຸນາ 2019 ຜ່ານມາ, ສຳນັກຂ່າວສານປະເທດລາວ ເຊິ່ງເປັນສື່ທາງການຂອງລັດຖະບານ ໄດ້ລາຍງານວ່າ ​ເຈົ້າໜ້າທີ່​ ກົມ​ປະຊາສຳພັນ ປະຈຳຫ້ອງການ​ສຳນັກງານ​ນາຍົກ​ລັດຖະມົນຕີ​ແຈ້ງ​ໃຫ້​ຊາບ​ວ່າ ໜ້າຂ່າວ​ອອນ​ລາຍ​...

ເຜີຍແຜ່ຂໍ້ຫ້າມໃຫ້ນາຍ ແລະ ພົນຕຳຫຼວດ ເມືອງອາດສະພອນ

ທ້າຍອາທິດຜ່ານມາ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍຂໍ້ຫ້າມນາຍ ແລະ ພົນຕຳຫຼວດ, ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍ ທ່ານ ພັນເອກ ລຳຄູນ ວໍລະວົງ ຮອງກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມຮັບຟັງມີ ທ່ານ ພັນໂທ ໝອນຄຳ ກິ່ນທະວົງສັກ ຫົວໜ້າກອງບັນຊາການ...

ໝຸ່ມກິນ້ອຍ ພິທີກອນດັງອອກມາຂອບໃຈແຟນໆທີ່ເປັນຫ່ວງ ຫຼັງປະສົບອຸບັດເຫດ

ໃນຕອນແລງວັນເສົາ ວັນທີ 22 ມິຖຸນາ ຜ່ານມາ ພິທີກອນ ຂອງໂທລະພາບລາວສຕາຣ໌ທີ່ມີຜູ້ຄົນຮູ້ຈັກຫຼວງຫຼາຍຢ່າງ ໝຸ່ມ ກິນ້ອຍ ເຮຮາ ໄດ້ປະສົບອຸບັດເຫດ ບາດເຈັບພໍສົມຄວນ ຍ້ອນລົດໃຫຍ່ແລ່ນຕັດໜ້າ ເຮັດໃຫ້ລົດຈັກລົ້ມ ຕອນນີ້ຍັງນອນຮັກສາຕົວຢູ່.   ເຊິ່ງອາການລ່າສຸດໃນຕອນນີ້ ຕາມທີ່ພິທີກອນຊຸບຕາຣ໌ ໄດ້ອັບເດດ ຜ່ານທາງເຟສບຸກໄລສ່ວນຕົວ ມີ ກະດູກບ່າໄຫຼ່ຫັກ, ມືຫຍິບ 2 ເຂັມ ແລະ...

ເອີຣົບ ຜະເຊີນກັບຄື້ນຄວາມຮ້ອນປົກຄຸມເປັນສະຖິຕິປະຫວັດການເດືອນມິຖຸນາ

ຄື້ນຄວາມຮ້ອນປົກຄຸມພື້ນທີ່ສ່ວນໃຫຍ່ຂອງທະວີບເອີຣົບ ສົ່ງຜົນໃຫ້ອຸນຫະພູມສຸງສຸດເປັນປະຫວັດການ ຕາມສະຖິຕິເດືອນມິຖຸນາ ໃນຫຼາຍປະເທດ ແລະ ມີແນວໂນ້ມສູງເກີນ 40 ອົງສາ ໃນອີກດົນຈາກນີ້. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນພະຫັດ ທີ 27 ມິຖຸນາ  ວ່າ ສໍານັກງານອຸຕຸນິຍົມວິທະຍາຂອງຝຣັ່ງ "ເມເຕໂອຟຣັອງຊ໌" ອອກປະກາດເຕືອນໄພຄວບຄຸມ 13 ພາກພື້ນ ຈາກທັງໝົດ 18 ພາກພື້ນໃນປະເທດໃຫ້ປະຊາຊົນໃນພື້ນທີ່ເພິ່ມການເບິ່ງແຍງຕົວເອງ ຈາກອິດທິພົນຂອງຄື້ນຄວາມຮ້ອນທີ່ຮຸນແຮງ...

ສອງພາກສ່ວນຮ່ວມກັນພັດທະນາຂໍ້ມູນຄວາມຕ້ອງການ ແລະ ການສະໜອງແຮງງານ

ສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ຈຳກັດ ( 108.job ) ໄດ້ລົງນາມຮ່ວມກັນໃນການສະໜອງຂໍ້ມູນຄວາມຕ້ອງການ ແລະ ການສະໜອງແຮງງານໃຫ້ຫົວໜ່ວຍທຸລະກິດ ແນໃສ່ຫຼຸດອັດຕາວ່າງງານ. ພິທີເຊັນສັນຍາດັ່ງກ່າວໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2019 ທີ່ຫ້ອງປະຊຸມຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ         ລະຫວ່າງ ທ່ານ ຄຳແສນ...

ມະຕິສະພາ ສະເໜີໃຫ້ລັດຖະບານເອົາໃຈໃສ່ 8 ມາດຕະການ ພັດທະນາຊັບພະຍາກອນມະນຸດ

ມະຕິສະພາ ໄດ້ຮັບຮອງເອົາແຜນພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ - ສັງຄົມໃນແຕ່ລະໄລຍະ ໂດຍສະເພາະແມ່ນການສ້າງຊັບພະຍາກອນມະນຸດ ໃຫ້ໄປຕາມຂະແໜງການບຸລິມະສິດ ເປັນຕົ້ນວິຊາສະເພາະດ້ານກະສິກຳ, ຄູ ແລະ ພະຍາບານ ເພື່ອຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂ ຄວາມທຸກຍາກພ້ອມໄດ້ສະເໜີໃຫ້ລັດຖະບານສຸມໃສ່ 8 ມາດຕະການ ເພື່ອເຮັດໃຫ້ວຽກງານດັ່ງກ່າວໃຫ້ມີການຫັນປ່ຽນໄປໃນທິດທີ່ດີຂຶ້ນ. ທ່ານ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ໄດ້ຂຶ້ນຜ່ານຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ...

2 ແຂວງພາກເໜືອ ກຳລັງປະເຊີນກັບບົ້ງຝູງສາລີລະບາດ

ແຂວງໄຊຍະບູລີ ແລະ ແຂວງອຸດົມໄຊ ກຳລັງປະເຊີນໜ້າກັບບົ້ງຝູງສາລີລະບາດ ໂດຍໄດ້ທຳລາຍສວນສາລີຂອງປະຊາຊົນໄປແລ້ວເກືອບ 20 ພັນເຮັກຕາ ໜັກກວ່າໝູ່ແມ່ນແຂວງອຸດົມໄຊ ກວມ 11 ພັນເຮັກຕາ. ທ່ານ ຄຳເຜົ້າ ບຸນດາລາ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ໃຫ້ສຳພາດທ້າຍອາທິດຜ່ານມາວ່າ: ເລີ່ມແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ ໄດ້ເກີດການລະບາດຂອງບົ້ງຝູງທຳລາຍຕົ້ນສາລີຂອງຊາວກະສິກອນຢູ່ແຂວງອຸດົມໄຊ ເປັນຈຳນວນຫຼວງຫຼາຍ, ພາຍຫຼັງໄດ້ຮັບແຈ້ງຈາກປະຊາຊົນ ທາງແຂວງກໍໄດ້ສົ່ງວິຊາການລົງໄປສົບທົບກັບຫ້ອງການກະສິກຳ ແລະ...

ເງິນກີບອ່ອນຄ່າໃກ້ຈຸ 290 ກີບຕໍ່ບາດ ສິນຄ້າເໜັງ ສັງຄົມກັງວົນໃຈ

ເງິນກີບລາວໄດ້ອ່ອນຄ່າຢ່າງຕໍ່ເນື່ອງເມື່ອທຽບໃສ່ເງິນບາດ ແລະ ໂດລາສະຫະລັດ ດຶງໃຫ້ລາຄາສິນຄ້າ ແລະ ບໍລິການບາງປະເພດເໜັງຕີງຂຶ້ນ, ຂະນະທີ່ພາກທຸລະກິດເຫັນວ່າການສົ່ງເສີມການຜະລິດພາຍໃນເປັນທາງອອກທີ່ດີທີ່ສຸດໃນການແກ້ບັນຫາ. ອັດຕາແລກປ່ຽນອ້າງອີງຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນວັນທີ 26 ມິຖຸນາ 2019 ເງິນບາດໄທ ຊື້ 285,38 ກີບຕໍ່ 1 ບາດ ຫຼຸດລົງຈາກລະດັບ 286,61 ກີບຕໍ່ 1 ບາດ...

ປັດໄຈລາຄາສິນຄ້າພາຍໃນ ສູງກວ່າຕ່າງປະເທດ

  ເຖິງວ່າຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ຕັ້ງໜ້າຜັນຂະຫຍາຍກົດໝາຍກໍຄືດຳລັດ ເລກທີ 474/ນຍ ແຕ່ຂອດການຈັດຕັ້ງປະຕິບັດຍັງມີຫຼາຍສິ່ງທ້າທາຍ ໂດຍກ່ຽວຂ້ອງກັບຫຼາຍກະຊວງ ພາໃຫ້ລາຄາສິນຄ້າພາຍໃນສູງ ພ້ອມສະເໜີທຸກພາກສ່ວນເປັນເຈົ້າການຮ່ວມກັນນັບແຕ່ຢູ່ດ່ານຈົນຮອດຂອດການຜະລິດ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019...

ກອງປະຊຸມລັດຖະບານເປີດກວ້າງ ຍົກການຄຸ້ມຄອງເງິນຕາຂຶ້ນຫາລື

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ມິຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາລັດຖະມົນຕີ, ເຈົ້າແຂວງ, ຜູ້ຕາງໜ້າຈາກອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ,...
- Advertisment -
Slide
Slide

Most Read

error: Content is protected !!