ເອີຣົບ ຜະເຊີນກັບຄື້ນຄວາມຮ້ອນປົກຄຸມເປັນສະຖິຕິປະຫວັດການເດືອນມິຖຸນາ

37

ຄື້ນຄວາມຮ້ອນປົກຄຸມພື້ນທີ່ສ່ວນໃຫຍ່ຂອງທະວີບເອີຣົບ ສົ່ງຜົນໃຫ້ອຸນຫະພູມສຸງສຸດເປັນປະຫວັດການ ຕາມສະຖິຕິເດືອນມິຖຸນາ ໃນຫຼາຍປະເທດ ແລະ ມີແນວໂນ້ມສູງເກີນ 40 ອົງສາ ໃນອີກດົນຈາກນີ້.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນພະຫັດ ທີ 27 ມິຖຸນາ  ວ່າ ສໍານັກງານອຸຕຸນິຍົມວິທະຍາຂອງຝຣັ່ງ “ເມເຕໂອຟຣັອງຊ໌” ອອກປະກາດເຕືອນໄພຄວບຄຸມ 13 ພາກພື້ນ ຈາກທັງໝົດ 18 ພາກພື້ນໃນປະເທດໃຫ້ປະຊາຊົນໃນພື້ນທີ່ເພິ່ມການເບິ່ງແຍງຕົວເອງ ຈາກອິດທິພົນຂອງຄື້ນຄວາມຮ້ອນທີ່ຮຸນແຮງ ໃນລະດັບ “ສີສົ້ມ” ເຊິ່ງເປັນຂັ້ນທີ 2 ຮອງຈາກ “ສີແດງ” ທີ່ເປັນລະດັບສູງສຸດເທົ່ານັ້ນ ຂະນະທີ່ ກະຊວງສຶກສາທິການ ສັ່ງປິດໂຮງຮຽນທົ່ວປະເທດຕະຫຼອດອາທິດນີ້ ຫຼັງເລື່ອນການສອບເສັງເຂົ້າສະຖາບັນສຶກສາລະດັບມັດທະຍົມປາຍເປັນອາທິດໜ້າ ດ້ານກະຊວງຄົມມະນາຄົມ ປະກາດມາດຕະການຄວບຄຸມການໃຊ້ພາຫະນະ ເພື່ອຫວັງຫຼຸດການຜະລິດກ໊າຊພິດໃຫ້ໄດ້ຫຼາຍທີ່ສຸດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังเดิน และสถานที่กลางแจ้ง

ທັງນີ້ ເມເຕໂອຟຣັອງຊ໌ ລາຍງານວ່າ ອຸນຫະພູມໃນພື້ນທີ່ສ່ວນໃຫຍ່ຂອງຝຣັ່ງ ຢູ່ລະດັບ 40 ອົງສາ ເມື່ອວັນພຸດ ແຕ່ໃນບາງພາກພື້ນ ມີແນວໂນ້ມເພິ່ມສູງຂຶ້ງເຖິງ 44 ອົງສາ ໃນໄລຍະທ້າຍອາທິດນີ້ ແລະ ຢໍ້າເຕືອນວ່າ ອາກາດຮ້ອນແຮງເຊັ່ນນີ້ “ເປັນອັນຕະລາຍເຖິງແກ່ຊີວິດ” ໂດຍຝຣັ່ງເປັນໜຶ່ງໃນປະເທດທີ່ຜະເຊີນກັບອິດທິພົນຂອງຄື້ນຄວາມຮ້ອນຮຸນແຮງ ເມື່ອປີ 2003 ພາກຊີວິດຊາວຝຣັ່ງ ປະມານ 15.000 ຄົນ ສ່ວນໃຫຍ່ເປັນຜູ້ສູງອາຍຸ.

ในภาพอาจจะมี ท้องฟ้า, สะพาน, เมฆ, สถานที่กลางแจ้ง และน้ำ

ຂະນະທີ່ ສະຖານະການໃນປະເທດເພື່ອນບ້ານເຊັ່ນ ເຢຍລະມັນ ແລະ ສະວິດເຊີແລນ ກໍ່ບໍ່ຕ່າງກັນຫຼາຍ ໂດຍອຸນຫະພູມໃນພື້ນທີ່ສ່ວນໃຫຍ່ ປະມານ 40 ອົງສາ ແລະ ມີແນວໂນ້ມເກີນກວ່ານັ້ນ ໃນໄລຍະທ້າຍອາທິດນີ້ ດ້ານສື່ທ້ອງຖິ່ນຫຼາຍແຫ່ງພ້ອມໃຈກັນສະເໜີລາຍງານພິເສດ ເປັນການໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບການຮັກສາສຸຂະພາບ ໃນໄລຍະລະດູຮ້ອນທີ່ຍິ່ງຮ້ອນຂຶ້ນທຸກປີ.

ในภาพอาจจะมี 1 คน, เด็ก และสถานที่กลางแจ้ง

ສ່ວນສະຖານະການໃນປະເທດອື່ນສໍານັກງານອຸຕຸນິຍົມວິທະຍາຂອງສະເປນ ພະຍາກອນອຸນຫະພູມໃນປະເທດອາດສູງເຖິງ 42 ອົງສາ ໃນອີກບໍ່ເທົ່າໃດວັນຂ້າງໜ້າ ນອກເໜືອຈາກຄວາມກັງວົນເລື່ອງປະຊາຊົນຈະລົ້ມປ່ວຍດ້ວຍພາວະຮ່າງກາຍຂາດນ້ໍາແລ້ວ ຫຼາຍຝ່າຍຍັງວິຕົກເລື່ອງການເກີດໄຟປ່າດ້ວຍ ເຊັ່ນດຽວກັບໃນປະເທດປັອກຕຸຍການ ແລະ ກຣີຊ ທີ່ຜະເຊີນກັບໄຟປ່າຮຸນແຮງ ໃນໄລຍະນີ້ທຸກປີ ໂດຍໄຟປ່າໃນກຣີຊ ເມື່ອລະດູຮ້ອນປີທີ່ແລ້ວ ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ ແລະ ໃນປີນີ້ ສໍານັກງານອຸຕຸນິຍົມວິທະຍາກຣີຊ ອອກປະກາດເຕືອນໄພສະພາບອາກາດ “ສີແດງ” ເຊິ່ງເປັນຂັ້ນສູງສຸດ.

ในภาพอาจจะมี ท้องฟ้า, เมฆ, แสงอาทิตย์ลับขอบฟ้า, สถานที่กลางแจ้ง และธรรมชาติ

ນອກຈາກນີ້, ສໍານັກງານອຸຕຸນິຍົມວິທະຍາຂອງປະເທດໂປແລນ ແລະ ສາທາລະນະລັດເຊັກ ລາຍງານ ວ່າ ອຸນຫະພູມ ເມື່ອວັນພຸດ ທີ່ຜ່ານມາ ເຮັດສະຖິຕິຮ້ອນທີ່ສຸດເປັນປະຫວັດການຂອງສະຖິຕິເດືອນມິຖຸນາ ໂດຍວັດແທກໄດ້ 38,2 ອົງສາ ແລະ 38,9 ອົງສາ ຕາມລໍາດັບ.