Monthly Archives: June, 2019

ຈະຢຸດຮັບຄູອາສາ, ສ່ວນຜູ້ທີ່ສອນມາຫຼາຍປີແມ່ນຈັດເປັນສອງບຸລິມະສິດ

ຍັງເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈຢ່າງຕໍ່ເນື່ອງ ກໍລະນີຄູເຫຼືອບໍ່ພໍ, ຄູອາສາທີ່ສອນມາຫຼາຍປີແຕ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນເທື່ອ ບັນຫານີ້ກະຊວງໄດ້ຫາທາງອອກໂດຍຈະລົງກວດຕົວຈິງ ແລະ ຈົດເປັນບັນຊີບຸລິມະສິດທີ່ແຕກຕ່າງກັນອີງໃສ່ຄວາມຂະຫຍັນໝັ່ນພຽນ, ສອນດີສອນເກັ່ງ ແລະຄວາມຮຽກຮ້ອງຕ້ອງການຕົວຈິງຂອງແຕ່ລະໂຮງຮຽນເປັນຫຼັກ.     ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຮູ້ວ່າ: ປັດຈຸບັນມີຄູອາສາສະໝັກຈຳນວນຫຼາຍພັນຄົນ ທີ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນ ເຊິ່ງນັ້ນມັນເປັນບັນຫາ...

17 ຕົ້ນໄມ້ມຸງຄຸນ ທີ່ເຊື່ອກັນວ່າປູກໄວ້ເຮືອນແລ້ວຈະມີແຕ່ໂຊກ

ຕົ້ນໄມ້ ນັບເປັນສິ່ງທີ່ມີຊີວິດທີ່ໃຫ້ຄວາມຮົ່ມເຢັນ, ສວຍງາມ ມີປະໂຫຍດຫຼາຍໆຢ່າງກັບເຮົາ ແຕ່ລະເຮືອນຕ້ອງມີຕົ້ນໄມ້ໃຫຍ່ນ້ອຍ ລວມໄປເຖິງດອກໄມ້ຕ່າງໆ ຕາມຄວາມມັກຮັກ ແລະ ພື້ນທີ່ເຮືອນນັ້ນໆ ແຕ່ທ່ານຮູ້ບໍ່ວ່າຕົ້ນໄມ້ ແລະ ດອກໄມ້ທີ່ເຮົາປູກນັ້ນມີຄວາມໝາຍ ແລະ ມີຜົນທາງໂຊກລາບການເງິນຂອງເຮົາພ້ອມ ຕາມຄວາມເຊື່ອນີ້ຕົ້ນໄມ້ມຸງຄຸນ ທີ່ທ່ານຄວນປູກໄວ້ໃນຮົ້ວເຮືອນທ່ານ ເພື່ອເອີ້ນໂຊກລາບຫາກຍັງບໍ່ມີກໍຫາມາປູກເດີ້ ... 1 ຕົ້ນສັກ ເຊື່ອວ່າປູກໄວ້ ຈະເຮັດໃຫ້ຄົນພາຍໃນເຮືອນນັ້ນມີກຽດສັກສີ 2 ຕົ້ນດອກຄູນ ຈະຊ່ວຍໃຫ້ຜູ້ປູກ ແລະ...

ລັດກຳນົດ! 3 ຂະແໜງການເປັນບູລິມະສິດ ພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່

ວຽກງານພັດທະນາຊັບພະຍາກອນມະນຸດ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນ ທັງເປັນຍຸດທະສາດໜຶ່ງໃນຂະບວນການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່. ສະນັ້ນ, ໃນໄລຍະຜ່ານມາ ພັກ-ລັດຖະບານໄດ້ເອົາໃຈໃສ່ເປັນພິເສດເຮັດໃຫ້ວຽກງານດັ່ງກ່າວໄດ້ຂະຫຍາຍຕົວໄປຕາມສະພາບຄວາມເປັນຈິງ ແລະ ທ່າອ່ຽງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມແຕ່ໄລຍະ ໂດຍໄດ້ກຳນົດເອົາ 6 ຍຸດທະສາດຫຼັກ ແລະ 3 ຍຸດທະສາດປິ່ນອ້ອມໃນການພັດທະນາ.   ເປັນພຽງພາບປະກອບຂ່າວເທົ່ານັ້ນ   ພັກ-ລັດຖະບານໄດ້ເອົາໃຈໃສ່ ແລະ ຖືວຽກງານພັດທະນາຊັບພະຍາກອນມະນຸດເປັນບູລິມະສິດ. ຊັບພະຍາກອນມະນຸດຖືເປັນປັດໄຈຕັດສິນການເຕີບໂຕຂອງເສດຖະກິດ-ສັງຄົມ ກໍ່ຄືປະເທດຊາດ. ໃນນັ້ນ, ຂະແໜງການບູລິມະສິດ ກໍ່ຄືຂະແໜງກະສິກຳ, ຄູ...

ໜຸ່ມຈີນຮັບໂທດຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝ 500 ລ້ານກີບ

ຢາເສບຕິດມັກເປັນທາງລັດຂອງຜູ້ມັກງ່າຍທັງຫຼາຍ ແຕ່ຮູ້ຫຼືບໍວ່າການທີ່ຕັດສິນໃຈເດີນທາງເສັ້ນນັ້ນ ຈະເຖິງທາງຕັນມື້ໃດ, ບໍ່ວ່າລາຍໃຫຍ່ສ່ຳໃດມັກໜີບໍ່ມົ້ມເງື້ອມມືກົດໝາຍ ສຸກໄດ້ບໍ່ດົນທຸກຕະຫຼອດການ ບໍ່ວ່າຈະຢູ່ປະເທດໃດເຮັດແນວຜິດກົດໝາຍກໍ່ໄປບໍ່ລອດ. ໃນວັນທີ 21 ມິຖຸນາ ຜ່ານມາ ສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດສິນຈໍາຄຸກຜູ້ກະທໍາຜິດ 2 ຄົນສັນຊາດຈີນ ຖານຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ ພ້ອມທັງປັບໃໝຫຼາຍຮ້ອຍລ້ານກີບ. ພາບຈຳເລີຍ   ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດສິນຄະດີຢາເສບຕິດຢາເສບຕິດ ມີຈຳເລີຍ 2 ຄົນ ຊື່ທ້າວ ລິວຫານ...

ແຮງງານຄຸນນະພາບທີ່ຕະຫຼາດຕ້ອງການ 1 ເປົ້າໝາຍໃຫຍ່ຂອງລັດທີ່ຕ້ອງພັດທະນາ

ລັດຖະບານເລັງເຫັນຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ແລະ ວາງເປົ້າໝາຍວ່າ ທິດທາງແຜນການໃນປີໜ້ານີ້ຕ້ອງສຸມໃສ່ສ້າງແຮງງານທີ່ມີທັກສະສີມື ແລະ ມີຄຸນນພາບທີ່ຕະຫຼາດຕ້ອງການໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ.   ທ່ານ ດຣ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມເປີດກວ້າງກ່ຽວກັບທິດທາງ ແລະ ຄາດໝາຍສູ້ຊົນຂອງແຜນປີ 2020 ວ່າ ເພືອສູ້ຊົນໃຫ້ໄດ້ຕາມແຜນ 5 ປີ ເຫັນວ່າ ແຜນປີ 2020...

ແຮກເກີ ໃຊ້ຄອມລາຄາປະມານ 3 ແສນກີບ ລັກກັອບປີ້ຂໍ້ມູນລັບຂອງນາຊາ

ແຮກເກີນິລະນາມໃຊ້ຄອມພິວເຕີ "ຣາສເບີຣີ ພາຍ" ເຈາະລະບົບໂຄງຂ່າຍ ເຈພີແອລ: ເຈັດ ໂພຣພັລຊັ່ນ ແລບອໍລາທໍຣີ (JPL: Jet Propulsion Laboratory) ຂອງອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ (ນາຊາ) ຂອງສະຫະລັດ ອາເມຣິກາ ໂດຍລັກເອົາຂໍ້ມູນ ທີ່ອ່ອນໄຫວໄປໄດ້ສ່ວນໜຶ່ງ ແລະ ເຮັດໃຫ້ລະບົບການບິນອະວະກາດຂາດການເຊື່ອມຕໍ່ຊົ່ວຄາວ ເຫດນີ້ເກີດຕັ້ງແຕ່ເດືອນເມສາ ປີຜ່ານມາ...

ຟອລຄອນເຮຟວີ ຂອງ ສະເປຊເອັກຊ໌ ສົ່ງດາວທຽມ 24 ດວງ ສໍາເລັດ

ຈະຫຼວດຊູເປີຈໍາໂບ້ "ຟອລຄອນເຮຟວີ" ຂອງສະເປຊເອັກຊ໌ (SpaceX) ປະສົບຄວາມສໍາເລັດໃນການສົ່ງດາວທຽມ 24 ດວງ ໃຫ້ກັບໜ່ວຍງານທັງພາກລັດ ແລະ ເອກະຊົນຂອງສະຫະລັດ ແຕ່ບູສເຕີ 1 ໃນ 3 ລໍາ ເກີດຜິດພາດ ບໍ່ລົງຈອດຕາມຈຸດທີ່ກໍານົດໄວ້. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 26 ມິຖຸນາ ວ່າ...

ໄຂກອງປະຊຸມເປີດກວ້າງ ເພື່ອຕີລາຄາໝາກຜົນການເຄື່ອນໄຫວຂອງລັດຖະບານ

ຕອນເຊົ້າມື້ນີ້ (26 ມິຖຸນາ 2019) ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ໄຂກອງປະຊຸມລັດຖະບານເປີດກວ້າງ ເພື່ອສະຫຼຸບຕີລາຄາໝາກຜົນການເຄື່ອນໄຫວວຽກງານຂອງລັດຖະບານ ແລະ ກຳນົດບັນດາວຽກງານຈຸດສຸມໃນອີກ 6 ເດືອນທ້າຍປີ ໃຫ້ບັນລຸໝາກຜົນຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2019. ຈາກນີ້, ຍັງຈະມີວາລະປຶກສາຫາລືກ່ຽວກັບແຜນການລົງທຶນ, ແຜນງົບປະມານແຫ່ງລັດໃນປີ 2020 ນຳອີກ.   ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ...

ໃຫ້ກໍາລັງໃຈ ໜຸ່ມ ບີ້ ໄຊຍະສິດ ຕົວແທນປະເທດລາວ ປະກວດ ມິສເຕີອິນເຕີເນຊັນແນວຍູນິເວີສ 2019

ອີກໜຶ່ງເວທີປະກວດຊາຍໜຸ່ມຈາກຫຼາຍປະເທດມາລວມຕົວກັນ ເພື່ອໂຊບຸກຂະລິກກະພາບດີ ຄວາມສາມາດຫຼາກຫຼາຍ ລວມທັງການເຜີຍແຜ່ວັດທະນະທໍາຮີດຄອງປະເພນີອັນດີງາມຂອງປະເທດນັ້ນໆໃຫ້ໄດ້ຮູ້ກັນ ກັບເວທີ ມິສເຕີອິນເຕີເນຊັນແນວຍູນິເວີສ 2019 (Mister National Universe 2019) ລາວເຮົາເອງ ກໍໄດ້ ບີ້ ຫຼື ໄຊຍະສິດ ສຸລິຍະເຕັນ ອາຍຸ 31 ປີ, ຈາກບ້ານ ແສງສະຫວ່າງ, ເມືອງ ໄຊເຊດຖາ, ນະຄອນຫລວງວຽງຈັນ,...

ລັດໃຫ້ກວດກາຄືນໃບທະບຽນວິສາຫະກິດ ສຳລັບຜູ້ລົງທຶນຕ່າງປະເທດ

ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ສະບັບເລກທີ 1752/ອຄ, ລົງວັນທີ 19 ກັນຍາ 2016 ແລະ ອີງຕາມຂໍ້ຕົກລົງ ວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສະບັບເລກທີ 1005/ອຄ.ຄພນ ລົງວັນທີ 22 ພຶດສະພາ 2015.   ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ   ກົມທະບຽນ...
- Advertisment -
Slide
Slide

Most Read

error: Content is protected !!