ຈະຢຸດຮັບຄູອາສາ, ສ່ວນຜູ້ທີ່ສອນມາຫຼາຍປີແມ່ນຈັດເປັນສອງບຸລິມະສິດ

50

ຍັງເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈຢ່າງຕໍ່ເນື່ອງ ກໍລະນີຄູເຫຼືອບໍ່ພໍ, ຄູອາສາທີ່ສອນມາຫຼາຍປີແຕ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນເທື່ອ ບັນຫານີ້ກະຊວງໄດ້ຫາທາງອອກໂດຍຈະລົງກວດຕົວຈິງ ແລະ ຈົດເປັນບັນຊີບຸລິມະສິດທີ່ແຕກຕ່າງກັນອີງໃສ່ຄວາມຂະຫຍັນໝັ່ນພຽນ, ສອນດີສອນເກັ່ງ ແລະຄວາມຮຽກຮ້ອງຕ້ອງການຕົວຈິງຂອງແຕ່ລະໂຮງຮຽນເປັນຫຼັກ.

 

 

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຮູ້ວ່າ: ປັດຈຸບັນມີຄູອາສາສະໝັກຈຳນວນຫຼາຍພັນຄົນ ທີ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນ ເຊິ່ງນັ້ນມັນເປັນບັນຫາ ແລະ ສິ່ງທ້າທາຍໃຫ້ແກ່ກະຊວງສຶກສາທິການ ແລະ ກີລາ ກໍຄືລັດຖະບານຕ້ອງໄດ້ສືບຕໍ່ແກ້ໄຂໂດຍໄວ.

 

ในภาพอาจจะมี 1 คน, ชุดสูท และสถานที่ในร่ม

 

ສາເຫດທີ່ພາໃຫ້ເກີດມີຂໍ້ຄົງຄ້າງໃນຂະແໜງການຄູ ແມ່ນດຳລັດວ່າດ້ວຍລັດຖະກອນຄູ ສະບັບເລກທີ 177/ລບ ກໍານົດການບັນຈຸລັດຖະກອນຄູ ໂດຍອີງໃສ່ອັດຕາສ່ວນນັກຮຽນຕໍ່ຄູເປັນຫຼັກ ໂດຍບໍ່ໄດ້ຄຳນຶງເຖິງຈຸດພິເສດ, ທີ່ຕັ້ງຂອງໂຮງຮຽນ, ຊັ້ນຮຽນ, ຫ້ອງຮຽນ ແລະ ວິຊາຮຽນ; ການສ້າງແຜນຄວາມຕ້ອງການຄູຍັງມີລັກສະນະແບບລວມໆ ຍັງບໍ່ໄດ້ເລີ່ມຈາກໂຮງຮຽນເປັນຫຼັກ, ຕົວເລກໂກຕາທີ່ໄດ້ຮັບມີໜ້ອຍກວ່າຈຳນວນຄູທີ່ສູນເສຍໃນຮູບການຕ່າງໆເຊັ່ນ: ໂກຕາຄູທີ່ລັດຖະບານອະນຸມັດໃນສົກປີ 2017 – 2018 ມີທັງໝົດ 1.850 ຄົນ, ແຕ່ສູນເສຍ ຈຳນວນ 2.750 ຄົນ ແລະ ໃນສົກປີ 2018 – 2019 ຈຳນວນ 936 ຄົນ, ແຕ່ສູນເສຍຈຳນວນ 3.007 ຄົນ ເຮັດໃຫ້ມີການຮັບເອົາຄູອາສາສະໝັກຕາມຄວາມຈຳເປັນ ແລະ ຂາດເຂີນຄູແທ້ໆ.

 

 

ການເພີ່ມບາງວິຊາໃນຫຼັກສູດສາມັນຍັງບໍ່ທັນຄວບຄູ່ກັບການກໍ່ສ້າງຄູເຊັ່ນ: ວິຊາພື້ນຖານວິຊາຊີບ ແລະ ໄອທີຊີ ຈຶ່ງເຮັດໃຫ້ບໍ່ມີຄູວິຊາດັ່ງກ່າວ ເປັນຕົ້ນແມ່ນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ; ການຂະຫຍາຍຫ້ອງຮຽນ, ໂຮງຮຽນໃນບາງກຸ່ມບ້ານບໍ່ໄປຕາມລະບຽບການ, ການໂຮມບ້ານນ້ອຍເປັນບ້ານໃຫຍ່ແຕ່ຕົວຈິງຍັງໄດ້ຮັກສາໂຮງຮຽນຢູ່ບ້ານໄວ້ຄືເກົ່າ ເພາະນັກຮຽນບໍ່ໄປຮຽນຢູ່ບ້ານໃຫຍ່; ການຕິດຕາມ, ກວດກາ ແລະ ປະເມີນກ່ຽວກັບການບັນຈຸຄູຍັງບໍ່ທັນເປັນລະບົບ ແລະ ຕໍ່ເນື່ອງ.

 

 

ທ່ານກ່າວຕື່ມວ່າ ສຳລັບມາດຕະການການແກ້ໄຂບັນຈຸລັດຖະກອນຄູ ແລະ ບໍລິຫານໃນຕໍ່ໜ້ານີ້ ແມ່ນໃຫ້ແຕ່ງຕັ້ງຄະນະກຳມະບານຂັ້ນບ້ານ, ເມືອງ, ນະຄອນ, ແຂວງ ແລະ ກະຊວງ ໃນການແກ້ໄຂບັນຫາສະພາບຄູເຫຼືອບໍ່ພໍ, ຄູອາສາສະໝັກ, ການບັນຈຸຄູໃໝ່ ແລະ ການຊັບຊ້ອນຄູ; ການບັນຈຸຄູ ຕ້ອງອີງໃສ່ນິຕິກຳ ແລະ  ລະບຽບການທີ່ໄດ້ກຳນົດໄວ້.

ການຂະຫຍາຍຫ້ອງຮຽນ, ໂຮງຮຽນຕ້ອງໄປຄຽງຄູ່ກັບການສ້າງແຜນຄວາມຕ້ອງການຄູ ໃນແຕ່ລະຊັ້ນສາຍ ແລະ ລາຍວິຊາ ໂດຍໃສ່ແຜນທີ່ການສຶກສາເປັນຫຼັກ ແລະ ແຜນຄວາມຕ້ອງການຄູຕາມຄູ່ມືແນະນຳການສ້າງແຜນຄວາມຕ້ອງການຄູ; ຈັດຝຶກອົບຮົມໃຫ້ຜູ້ບໍລິຫານການສຶກສາ ແລະ ຄະນະກຳມະການຂັ້ນຕ່າງໆເພື່ອຮັບຮູ້ ແລະ ເຂົ້າໃຈຕໍ່ວິທີການແກ້ໄຂບັນຫາຄູເຫຼືອ, ຄູບໍ່ພໍ, ການບັນຈຸຄູໃໝ່ ແລະ ການແກ້ໄຂຄູອາສາສະໝັກ.

 

 

ການບັນຈຸຄູໃໝ່ (ນັກຮຽນ-ນັກສຶກສາ ທີ່ຮຽນຈົບໃໝ່ ແລະ ຄູອາສາສະໝັກ ທີ່ມີໃນປັດຈຸບັນ) ຕ້ອງຜ່ານການສອບເສັງຄັດເລືອກຕາມຊັ້ນ-ສາຍ ແລະ ລາຍວິຊາທີ່ຕ້ອງການ; ປັບປຸງຖານຂໍ້ມູນຕ່າງໆ ເພື່ອໃຫ້ມີຂໍ້ມູນໃນການສ້າງແຜນຄວາມຕ້ອງການຄູ, ບັນຈຸຄູໃໝ່ ແລະ ຊັບຊ້ອນຄູ ທັງສາມາດເຊື່ອມໂຍງກັນໄດ້ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໂດຍອີງຕາມມາດຕະຖານການຄຸ້ມຄອງ ຂໍ້ມູນຂະແໜງການສຶກສາທິການ ແລະ ກິລາ.

ສຳລັບມາດຕະການການແກ້ໄຂຄູອາສາສະໝັກ ແມ່ນໃຫ້ສ້າງຄູ່ມືແນະນຳກ່ຽວກັບການຄຸ້ມຄອງການນຳໃຊ້ຄູອາສະໝັກທີ່ມີຢູ່ໃນປັດຈຸບັນ. ສຳລັບຜູ້ທີ່ບໍ່ສາມາດສອບເສັງບັນຈຸຄູໄດ້ ຖ້າຫາກເປັນຄູທີ່ສອນດີ ແລະ ມີຄວາມປະພຶດດີ ແລະ ເປັນທີ່ຕ້ອງການຂອງໂຮງຮຽນ ຈະໄດ້ເຮັດເປັນບັນຊີບູລິມະສິດທີ 1 ເພື່ອຊັບຊ້ອນບັນຈຸໃນຕໍ່ໜ້າ.

 

 

ພາຍຫຼັງປີ 2018 ສໍາລັບຄູອາສະໝັກທີ່ມີໃນປັດຈຸບັນ ແລະ ຜ່ານການປະເມີນມາແລ້ວ ຕ້ອງໄດ້ສອບເສັງເພື່ອບັນຈຸເປັນລັດຖະກອນຄູ; ທົບທວນຄືນກ່ຽວກັບການໃຫ້ມີຄູສັນຍາຈ້າງ ແນໃສ່ແກ້ໄຂບັນຫາການຂາດຄູ ໂດຍສະເພາະຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ. ນັກຮຽນ-ນັກສຶກສາຄູທີ່ຮຽນຈົບໃໝ່ ແລະ ຄູອາສາສະໝັກສາມາດສອບເສັງເປັນຄູສັນຍາຈ້າງໄດ້.

ສຳລັບຄູອາສະໝັກທີ່ບໍ່ໄດ້ຮັບການບັນຈຸ ແລະ ມີວິຊາສະເພາະບໍ່ສອດຄ່ອງກັບຄວາມຕ້ອງການ ຈະໄດ້ລວບລວມເປັນບັນຊີທີ 2 ເພື່ອສົ່ງໄປຍົກລະດັບ ຫຼື ຈະເປັນບັນຊີທີ 3 ສໍາລັບຜູ້ສະເໜີໄປຮຽນວິຊາຊີບຕາມໂຄງການຂອງການບຳລຸງວິຊາຊີບໄລຍະສັ້ນ ແລະ ໄລຍະຍາວ. ສະນັ້ນ, ນັບແຕ່ປີ 2018 ເປັນຕົ້ນໄປ ແມ່ນໃຫ້ຢຸດຕິການຮັບຄູອາສະໝັກຢ່າງເດັດຂາດ, ຍົກເວັ້ນກໍລະນີທີ່ຈຳເປັນ ແລະ ໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ ແລະ ກິລາ.