ແຮກເກີ ໃຊ້ຄອມລາຄາປະມານ 3 ແສນກີບ ລັກກັອບປີ້ຂໍ້ມູນລັບຂອງນາຊາ

55

ແຮກເກີນິລະນາມໃຊ້ຄອມພິວເຕີ “ຣາສເບີຣີ ພາຍ” ເຈາະລະບົບໂຄງຂ່າຍ ເຈພີແອລ: ເຈັດ ໂພຣພັລຊັ່ນ ແລບອໍລາທໍຣີ (JPL: Jet Propulsion Laboratory) ຂອງອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ (ນາຊາ) ຂອງສະຫະລັດ ອາເມຣິກາ ໂດຍລັກເອົາຂໍ້ມູນ ທີ່ອ່ອນໄຫວໄປໄດ້ສ່ວນໜຶ່ງ ແລະ ເຮັດໃຫ້ລະບົບການບິນອະວະກາດຂາດການເຊື່ອມຕໍ່ຊົ່ວຄາວ ເຫດນີ້ເກີດຕັ້ງແຕ່ເດືອນເມສາ ປີຜ່ານມາ ແຕ່ຫາກໍ່ມີການກວດພົບ.

ในภาพอาจจะมี หนึ่งคนขึ้นไป

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນຈັນ ທີ 24 ມິຖຸນາ ວ່າ ລາຍງານການກວດສອບພາຍໃນຂອງອົງການ ນາຊາ ເຜີຍແຜ່ ເມື່ອວັນທີ 18 ມິຖຸນາ  ລະບຸວ່າ ການໂຈມຕີທາງໄຊເບີ ເມື່ອເດືອນເມສາ ປີ 2018 ບໍ່ມີໃຜຮູ້ເລື່ອງມາດົນເກືອບປີ ຂະນະນີ້, ນາຊາ ຍັງຢູ່ລະຫວ່າງການກວດສອບເພື່ອຫາຕົວຜູ້ກະທໍາຜິດ.

ไม่มีคำอธิบายรูปภาพ

ຣາສເບີຣີ ພາຍ ເປັນອຸປະກອນຄອມພິວເຕີຂະໜາດເທົ່າກັບບັດເຄຣດິດ ລາຄາຂາຍປະມານໜ່ວຍ ລະ 35 ໂດລາ (ປະມານ 3 ແສນກີບ) ທີ່ໃຊ້ຕໍ່ກັບໃນໂທລະທັດບ້ານເປັນສ່ວນໃຫຍ່ ເພື່ອໃຊ້ສໍາລັບສອນຄອມພິວເຕີໃຫ້ເດັກນ້ອຍ ໃນກຸ່ມປະເທດກໍາລັງພັດທະນາ.

ຖະແຫຼງການຂອງສໍານັກງານກວດກອບກາງ ຂອງອົງການນາຊາ ລະບຸວ່າ ກ່ອນການກວດພົບ ແຮັກເກີ ສາມາດຍ້າຍຂໍ້ມູນ 23 ໄຟລ໌ ຂະໜາດເທົ່າກັບ 500MB ໃນຈໍານວນນີ້ ລວມເຖິງແຟ້ມຂໍ້ມູນລັບ 2 ໄຟລ໌ ຈາກໂຄງການສໍາຫຼວດດາວອັງຄານ Mars Science Laboratory ທີ່ຄວບຄຸມພາລະກິດຍານສໍາຫຼວດ “ຄິວຣິອອສຊີທີ (Curiosity)” ແລະ ຂໍ້ມູນທີ່ກ່ຽວພັນກັບການຄວບຄຸມການສົ່ງອອກອາວຸດ ແລະ ເທັກໂນໂລຢີທາງທະຫານອາເມຣິກາ.

ແຕ່ທີ່ສໍາຄັນທີ່ສຸດ ຄື ແຮັກເກີປະສົບຄວາມສໍາເລັດໃຫ້ການເຂົ້າເຖິງ 2 ໃນ 3 ໂຄງຂ່າຍພື້ນຖານຂອງ ເຈພີແອລ.