ລັດໃຫ້ກວດກາຄືນໃບທະບຽນວິສາຫະກິດ ສຳລັບຜູ້ລົງທຶນຕ່າງປະເທດ

60

ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ສະບັບເລກທີ 1752/ອຄ, ລົງວັນທີ 19 ກັນຍາ 2016 ແລະ ອີງຕາມຂໍ້ຕົກລົງ ວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສະບັບເລກທີ 1005/ອຄ.ຄພນ ລົງວັນທີ 22 ພຶດສະພາ 2015.

 

ในภาพอาจจะมี ต้นพืช, อาหาร และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການສະບັບເລກທີ 0764/ກທຄວ.ອຄ ລົງວັນທີ 25 ມິຖຸນາ 2019 ເຖິງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ເລື່ອງກວດກາຄືນກ່ຽວກັບການຂຶ້ນທະບຽນວິສາຫະກິດ ກ່ຽວກັບທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສຳລັບຜູ້ລົງທຶນຕ່າງປະເທດໃຫ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດດັ່ງນີ້:

 

ในภาพอาจจะมี 1 คน, กำลังยืน

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ກວດກາຄືນ ການຂຶ້ນທະບຽນວິສາຫະກິດ ກ່ຽວກັບທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ໃຫ້ຄົນຕ່າງປະເທດ ໃຫ້ສອດຄ່ອງກັບເງື່ອນໄຂ ຕາມມາດຕາ 13 ຂອງຂໍ້ຕົກລົງ ວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສະບັບເລກທີ 1005/ອຄ.ຄພນ ລົງວັນທີ 22 ພຶດສະພາ 2015

 

ในภาพอาจจะมี อาหาร

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ຖ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ຫາກຂຶ້ນທະບຽນວິສາຫະກິດ ບໍ່ສອດຄ່ອງຕາມເງື່ອນໄຂທຶນຈົດທະບຽນ ແລະ ສັດສ່ວນການຖືຫຸ້ນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງດັ່ງທີ່ກ່າວ ແມ່ນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ລົບລ້າງໃບທະບຽນວິສາຫະກິດນັ້ນ ໂດຍທັນທີ, ເວັ້ນເສຍແຕ່ວິສາຫະກິດທີ່ກ່ຽວຂ້ອງ ໄດ້ມາປັບປຸງໃຫ້ສອດຄ່ອງຕາມເງື່ອນໄຂຂອງຂໍ້ຕົກລົງສະບັບເລກທີ 1005/ອຄ.ຄພນ ລົງວັນທີ 22 ພຶດສະພາ 2015.

 

ในภาพอาจจะมี หนึ่งคนขึ้นไป และสถานที่ในร่ม

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ຖ້າພົບເຫັນການອອກທະບຽນວິສາຫະກິດ ທີ່ຂັດກັບຂໍ້ຕົກລົງທີ່ໄດ້ກ່າວໄວ້ຂ້າງເທິງ ແມ່ນໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ດຳເນີນການກວດສອບສາເຫດ ການອອກທະບຽນວິສາຫະກິດດັ່ງກ່າວ ແລະ ໃຫ້ເຮັດບົດລາຍງານກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ກະຊວງອຸດສາຫະກຳ ແລະ ການຄ້າ) ເປັນການດ່ວນ.