ຢາເສບຕິດມັກເປັນທາງລັດຂອງຜູ້ມັກງ່າຍທັງຫຼາຍ ແຕ່ຮູ້ຫຼືບໍວ່າການທີ່ຕັດສິນໃຈເດີນທາງເສັ້ນນັ້ນ ຈະເຖິງທາງຕັນມື້ໃດ, ບໍ່ວ່າລາຍໃຫຍ່ສ່ຳໃດມັກໜີບໍ່ມົ້ມເງື້ອມມືກົດໝາຍ ສຸກໄດ້ບໍ່ດົນທຸກຕະຫຼອດການ ບໍ່ວ່າຈະຢູ່ປະເທດໃດເຮັດແນວຜິດກົດໝາຍກໍ່ໄປບໍ່ລອດ.
ໃນວັນທີ 21 ມິຖຸນາ ຜ່ານມາ ສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດສິນຈໍາຄຸກຜູ້ກະທໍາຜິດ 2 ຄົນສັນຊາດຈີນ ຖານຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ ພ້ອມທັງປັບໃໝຫຼາຍຮ້ອຍລ້ານກີບ.
ພາບຈຳເລີຍ
ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ຕັດສິນຄະດີຢາເສບຕິດຢາເສບຕິດ ມີຈຳເລີຍ 2 ຄົນ ຊື່ທ້າວ ລິວຫານ (ຈໍາເລີຍ1) ອາຍຸ 20 ປີ ສັນຊາດຈີນ ຢູ່ບ້ານຈີນທຽນ ເມືອງຊາວຢາງ ຖານການຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງປະເພດຢາບ້າ ແລະ ທ້າວນິງເວິນຊຽງ (ຈຳເລີຍ 2) ອາຍຸ 25 ປີ ສັນຊາດຈີນ ຢູ່ບ້ານ ແລະ ເມືອງຊຽງຮຸ່ງ ຖານມີມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ ທັງສອງຈຳເລີຍນີ້ ຂຶ້ນກັບແຂວງຫູນານ ສປ ຈີນ ເຊິ່ງສານຕັດສິນຈຳເລີຍ 1 ຈໍາຄຸກຕະຫຼອດຊີວິດ ປັບໃໝ 500 ລ້ານກີບ ແລະ ຕັດສິນ (ຈຳເລີຍ 2) ຈຳຄຸກ 2 ປີ ປັບໃໝ 20 ລ້ານກີບ.
ພາບຈຳເລີຍ
ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານຢ່າງພາວະວິໄສ ແລ້ວເຫັນວ່າ: ການກະທໍາຂອງພວກຈຳເລີຍໃນຄັ້ງນີ້ເປັນການກໍາຜິດຕາມຂໍ້ກ່າວຫາແທ້ ເຊິ້ງມັນສະແດງອອກໃນເວລາເຈົ້າໜ້າທີ່ກັກຕົວ ທ້າວ ລິວຫານ (ຈໍາເລີຍ 1) ພົບເຫັນຢາບ້າ ຈໍານວນ 6 ມັດ 12.000 ເມັດ ນໍ້າໜັກ 1,2 ກິໂລກຼາມ ຢູ່ໃນຖົງເປ້ສີດໍາຂອງ (ຈໍາເລີຍ 1) ແລະ ພົບເຫັນຢາບ້າ ຈໍານວນ 28 ເມັດ ນໍ້າໜັກ 2,9 ກຼາມ ຢູ່ໃນຖົງເສື້ອຂອງ ທ້າວ ນິງເວິນຊຽງ (ຈໍາເລີຍ2).
ຜ່ານການສືບສວນ-ສອບສວນໃຫ້ຮູ້ວ່າ: ໃນເວລາປະມານ 8: 00ໂມງ ຂອງວັນທີ 9 ຕຸລາ 2018 (ຈຳເລີຍ 1) ໄດ້ຂຶ້ນລົດໂດຍສານຈາກແຂວງ ຄຸນມິງ ສປ ຈີນ ມາຮອດເຂດ ບໍ່ຫ່ານ ສປ ຈີນ ເວລາປະມານ 9:00 ໂມງ ຂອງວັນທີ 10 ຕຸລາ 2018 ມີຜູ້ຊາຍຈີນຄົນໜຶ່ງໂທລະສັບຫາ ເພື່ອພາຈໍາເລີຍຂ້າມດ່ານ ໂດຍບໍ່ມີເອກະສານ ຈຸດປະສົງແມ່ນໄປຮັບເອົາຢາບ້າໄປໃຫ້ ທ້າວ ລາວເຈົ້າ ຢູ່ ສປ ຈີນ ໂດຍຮັບຄ່າຈ້າງຈໍານວນ 10.000 ຢວນ; ເມື່ອຮອດບໍ່ເຕ່ນໄດ້ມີຜູ້ຊາຍຄົນຈີນມາຫາແລ້ວຖາມ (ຈຳເລີຍ 1) ວ່າ ເຈົ້າແມ່ນຄົນທີ່ທ້າວ ລາວເຈົ້າ ສົ່ງມາບໍ ຈຳເລີຍກໍຕອບວ່າແມ່ນແລ້ວ. ຈາກນັ້ນ, ຈຶ່ງພາກັນໄປຮ້ານອາຫານແຫ່ງໜຶ່ງຢູ່ເຂດບໍ່ເຕ່ນ ແລ້ວຜູ້ຊາຍຄົນດັ່ງກ່າວໄດ້ເອົາຖົງເປ້ສີດໍາຂອງຈຳເລີຍ ອອກໄປທາງໃດບໍ່ຮູ້ ໄດ້ປະມານ 20 ນາທີ ຈຶ່ງເອົາຖົງເປ້ມາສົ່ງໃຫ້ພ້ອມທັງເວົ້າວ່າເຄື່ອງທີ່ ທ້າວລາວເຈົ້າ ໃຫ້ມາເອົາຢູ່ໃນຖົງນີ້ແລ້ວ ໃຫ້ໂທລະສັບຫາຜູ້ທີ່ເອົາຂ້າມດ່ານແລ້ວຮີບກັບໄປຈີນ.
ພາບຈຳເລີຍ
ຈາກນັ້ນ (ຈຳເລີຍ 1) ກໍຍ່າງໄປຕາມທາງຈະກັບເຂົ້າໄປ ສປ ຈີນ ໄດ້ພົບກັບ (ຈຳເລີຍ 2) ແລະ (ຈໍາເລີຍ 2) ໄດ້ເວົ້າວ່າຈະພາໄປວຽກນໍາແລ້ວວຽກແລ້ວ ຈະມາສົ່ງຢູ່ບໍ່ເຕ່ນ ທັງສອງຂຶ້ນລົດຕູ້ໂດຍສານອອກຈາກບໍ່ເຕ່ນ ພໍໄປຮອດ ບ້ານນໍ້າຖ້ວມ ເມືອງ ນໍ້າບາກ ແຂວງ ຫຼວງພະບາງ (ຈຳເລີຍ 2) ໄດ້ບອກໂຊເຟີຈອດລົດ ແລ້ວລົງໄປຖາມໜີ້ນໍາ ທ້າວ ອາເຈ ແຕ່ທ້າວ ອາເຈ ໄດ້ເວົ້າວ່າບໍ່ທັນມີເງິນເທື່ອ ຂໍເວລາຕື່ມກ່ອນ ເວລານັ້ນໄດ້ມີໜູ່ຂອງ ທ້າວ ອາເຈ ( ບໍ່ຮູ້ຊື່ ແລະ ທີ່ຢູ່ ) ໄດ້ເອົາຢາບ້າໃຫ້ (ຈຳເລີຍ 2) ຈໍານວນ 30 ເມັດ (ຈໍາເລີຍ 2) ເສບເອງ 2 ເມັດ ຍັງເຫຼືອ 28 ເມັດ ເອົາໄວ້ໃນຖົງເສື້ອ ແລ້ວກັບຄືນມາລົດ. ຈາກນັ້ນ, ຈຶ່ງເໝົາລົດຄັນດັ່ງກ່າວໃຫ້ກັບຄືນໄປສົ່ງພວກກ່ຽວຢູ່ບໍ່ເຕ່ນ ໃນລາຄາ 1,2 ລ້ານກີບ ພໍມາຮອດຫຼັກກິໂລແມັດທີ 4 ເສັ້ນທາງເມືອງໄຊ ຫາ ເມືອງ ນາໝໍ້ ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດເຂົ້າກວດ ລົດຄົ້ນຕົວພົບຢາບ້າ ຈຳນວນ 6 ມັດ ມີ 12.000 ເມັດ ນໍາ (ຈໍາເລີຍ 1) ແລະ ພົບຢາບ້າ 28 ນໍາ(ຈໍາເລີຍ 2) ມາດຳເນີນຄະດີ.
ພາບຂອງກາງ
ຈາກການພິຈາລະນາຖີ່ຖ້ວນແລ້ວເຫັນວ່າ: ການກະທຳຂອງ (ຈຳເລີຍ 1) ໃນຄັ້ງນີ້ ຖືກກຳນົດໄວ້ໃນກົດໝາຍວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ ຢາໄອສ໌ ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ 500 ກຼາມ ຫາ 3 ກິໂລກຼາມ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 500 ລ້ານກີບ ຫາ 1 ຕື້ກີບ ແລະ ຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
ສ່ວນການກະທໍາ ຂອງ (ຈໍາເລີຍ 2 ) ເປັນການກະທໍາຜິດຕາມທີ່ໄດ້ກໍານົດວ່າ: ບຸກຄົນຜູ້ໃດມີໄວ້ໃນຄອບຄອງເພື່ອເສບ, ຢາບ້າ ແລະ ຢາໄອສ໌ ທີ່ມີນໍ້າໜັກເກີນກວ່າ 0,3 – 3 ກຣາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1-5 ປີ ແລະ ຈະຖືກປັບໃໝແຕ່ 10 ລ້ານກີບ ຫາ 50 ລ້ານກີບ. ດ້ວຍເຫດນີ້ ຄະນະສານຈຶ່ງລົງໂທດຈຳຄຸກ (ຈຳເລີຍ 1) ຕະຫຼອດຊີວິດປັບໃໝ 500 ລ້ານກີບ ແລະ ຕັດສິນຈຳຄຸກ (ຈໍາເລີຍ 2) ເປັນເວລາ 2 ປີ ປັບໃໝ 20 ລ້ານກີບ.
ຂໍ້ມູນ: ຂ່າວ ປກສ ແຂວງອຸດົມໄຊ