ຟອລຄອນເຮຟວີ ຂອງ ສະເປຊເອັກຊ໌ ສົ່ງດາວທຽມ 24 ດວງ ສໍາເລັດ

53

ຈະຫຼວດຊູເປີຈໍາໂບ້ “ຟອລຄອນເຮຟວີ” ຂອງສະເປຊເອັກຊ໌ (SpaceX) ປະສົບຄວາມສໍາເລັດໃນການສົ່ງດາວທຽມ 24 ດວງ ໃຫ້ກັບໜ່ວຍງານທັງພາກລັດ ແລະ ເອກະຊົນຂອງສະຫະລັດ ແຕ່ບູສເຕີ 1 ໃນ 3 ລໍາ ເກີດຜິດພາດ ບໍ່ລົງຈອດຕາມຈຸດທີ່ກໍານົດໄວ້.

ในภาพอาจจะมี ท้องฟ้า, กลางคืน, มหาสมุทร, สถานที่กลางแจ้ง, ธรรมชาติ และน้ำ

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 26 ມິຖຸນາ ວ່າ ຈະຫຼວດຟອລຄອນເຮຟວີ ບິນຂຶ້ນຈາກຖານໝາຍເລກ 39ເອ ເຊິ່ງເປັນຖານດຽວກັນກັບທີ່ໃຊ້ປ່ອຍຍານອະວະກາດອະພອລໂລ 11 ພາຍໃນສູນອະວະກາດເຄນເນດີ ເທິງແຫຼມຄັນນາເວຣັລ ທາງພາກຕາເວັນອອກຂອງລັດຟຼໍລິດາ ເມື່ອເວລາ 02:30 ໂມງ ຕາມເວລາທ້ອງຖິ່ນຂອງວັນອັງຄານ ທີ່ຜ່ານມາ (13:30 ໂມງ ຂອງວັນອັງຄານ ຕາມເວລາໃນປະເທດລາວ) ໂດຍຈະຫຼວດຊູເປີຈໍາໂບ້ ຂະໜາດ 27 ເຄື່ອງຈັກ ເຊິ່ງມີຄວາມສູງ 70 ແມັດ ແລະ ກວ້າງ 12,2 ແມັດ ທຽບເທົ່າອາຄານ ສູງ 23 ຊັ້ນ ເພື່ອນໍາສົ່ງດາວທຽມ ໃນພາລະກິດ “ໄຣດ໌ແຊຣ໌” ຫຼື “ເອັສທີພີ – ທູ (rideshare or STP2)” ປະກອບດ້ວຍດາວທຽມ 24 ດວງ ທັງດາວທຽມສໍາຫຼວດໂລກ ແລະ ດາວທຽມສອດແນມຈາກທັງຂອງສະຖາບັນວິໄຈທາງວິທະຍາສາດອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ (NASA) ແລະ ກະຊວງປ້ອງກັນປະເທດ.

ในภาพอาจจะมี ท้องฟ้า และเมฆ

ในภาพอาจจะมี กลางคืน, ท้องฟ้า, เมฆ และสถานที่กลางแจ้ง

ທັງນີ້ ພາລະກິດດັ່ງກ່າວ ຫຼ້າຊ້າກວ່າກໍານົດການເກົ່າເຖິງ 3 ຊົ່ວໂມງ ໃນວັນອັງຄານ ຫຼັງເລື່ອນຈາກກໍານົດຄັ້ງທໍາອິດ ຄື ເມື່ອວັນຈັນ ທີ່ຜ່ານມາ ຂະນະທີ່ ເຖິງວ່າຈະຫຼວດຂັບດັນ ຫຼື ບູສເຕີ 2 ລໍາສາມາດບິນກັບມາລົງຈອດເທິງຖານພາກພື້ນດິນໄດ້ສໍາເລັດ ແຕ່ເປັນຄັ້ງທໍາອິດ ທີ່ບູສເຕີ ລໍາທີ 3 ຜິດລາດເປົ້າລົງຈອດ ໂດຍຕົກລົງກາງມະຫາສະໝຸດແອັດແລນຕິກ ແຕ່ທີມງານສາມາດເກັບກູ້ໄດ້ແລ້ວ ດ້ານ ທ່ານອີລອນ ມັສ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງສະເປຊເອັກຊ໌ ຍອມຮັບວ່າ ພາລະກິດຄັ້ງນີ້  “ຍາກທີ່ສຸດ” ເຖິງວ່າຈະເປັນການໃຊ້ວຽກຈະຫຼວດຟອລຄອນເຮຟວີ ເປັນຄັ້ງທີ 3.

ในภาพอาจจะมี กลางคืน, ท้องฟ้า และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, มหาสมุทร, ท้องฟ้า, สถานที่กลางแจ้ง และน้ำ

ຂະນະທີ່ ສູນອະວະກາດ ແລະ ລະບົບຂີປະນາວຸດຂອງກອງທັບສະຫະລັດ ລາຍງານວ່າ ດາວທຽມທັງ 24 ດວງ ປະສົບຄວາມສໍາເລັດໃນການເຂົ້າສູ່ວົງໂຄຈອນ ຖືເປັນຄັ້ງທໍາອິດ ທີ່ກະຊວງປ້ອງກັນປະເທດສະຫະລັດ ໃຊ້ບໍລິການສົ່ງດາວທຽມ ຫຼື ຮາດແວຮ໌ອື່ນ ດ້ວຍຈະຫຼວດທີຜ່ານມາການໃຊ້ວຽກມາແລ້ວ.

ในภาพอาจจะมี กลางคืน