ແຮງງານຄຸນນະພາບທີ່ຕະຫຼາດຕ້ອງການ 1 ເປົ້າໝາຍໃຫຍ່ຂອງລັດທີ່ຕ້ອງພັດທະນາ

37

ລັດຖະບານເລັງເຫັນຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ແລະ ວາງເປົ້າໝາຍວ່າ ທິດທາງແຜນການໃນປີໜ້ານີ້ຕ້ອງສຸມໃສ່ສ້າງແຮງງານທີ່ມີທັກສະສີມື ແລະ ມີຄຸນນພາບທີ່ຕະຫຼາດຕ້ອງການໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ.

ในภาพอาจจะมี 2 คน, รองเท้า และสถานที่ในร่ม

 

ທ່ານ ດຣ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມເປີດກວ້າງກ່ຽວກັບທິດທາງ ແລະ ຄາດໝາຍສູ້ຊົນຂອງແຜນປີ 2020 ວ່າ ເພືອສູ້ຊົນໃຫ້ໄດ້ຕາມແຜນ 5 ປີ ເຫັນວ່າ ແຜນປີ 2020 ເປັນແຜນທີ່ຈະຕ້ອງໄດ້ບຸກບືນສູງ ຫຼື ບຸກທະລຸ ແລະ ຕ້ອງມີການລິເລີ່ມຫັນປ່ຽນໂຄງປະກອບເສດຖະກິດ ຈຶ່ງຈະໄປເຖິງເປົ້າໝາຍໄດ້.

 

ในภาพอาจจะมี 2 คน, ผู้คนกำลังนั่ง และเด็ก

 

ສະນັ້ນ, ອີງຕາມການຄົ້ນຄວ້າເບື້ອງຕົ້ນ ທາງດ້ານວິຊາການກະຊວງແຜນການ ແລະ ການລົງທຶນ ໃນທິດທາງລວມ, ບັນດາຄາດໝາຍໃຫຍ່ ແລະ ວຽກງານຈຸດສຸມແມ່ນຈະຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນໄດ້ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສັງຄົມມີຄວາມປອດໄພທາງດ້ານຊີວິດ, ຊັບສິນ ແລະ ຍຸຕິທຳ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຈະເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍໂຕດ້ວຍຈັງຫວະທີ່ໝັ້ນທ່ຽງ, ມີຄຸນນະພາບສູງ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ.

 

ไม่มีคำอธิบายรูปภาพ

 

ຮັບປະກັນການພັດທະນາທີ່ສົມດຸນທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ( SDGs) ເປັນຕົ້ນ ສືບຕໍ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ເພື່ອເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາປະເທດໃນໄລຍະໃໝ່, ສ້າງກຳລັງແຮງງານທີ່ມີທັກສະ, ມີຄວາມສາມາດ, ມີລະບຽບວິໄນ, ມີຄວາມດຸໝັ່ນ ແລະ ອົດທົນເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດແຮງງານ.

 

ในภาพอาจจะมี 3 คน, ผู้คนกำลังนั่ง, เด็ก และตาราง

 

ພ້ອມດຽວກັນຈະຍົກສູງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ແກ້ໄຂກົນໄກລະບຽບການທີ່ອຸດຕັນການສ້າງສາພັດທະນາເສດຖະກິດ-ສັງຄົມໃຫ້ຫຼຸດໜ້ອຍຖອຍລົງ.

 

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง