ໄຂກອງປະຊຸມເປີດກວ້າງ ເພື່ອຕີລາຄາໝາກຜົນການເຄື່ອນໄຫວຂອງລັດຖະບານ

41

ຕອນເຊົ້າມື້ນີ້ (26 ມິຖຸນາ 2019) ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ໄຂກອງປະຊຸມລັດຖະບານເປີດກວ້າງ ເພື່ອສະຫຼຸບຕີລາຄາໝາກຜົນການເຄື່ອນໄຫວວຽກງານຂອງລັດຖະບານ ແລະ ກຳນົດບັນດາວຽກງານຈຸດສຸມໃນອີກ 6 ເດືອນທ້າຍປີ ໃຫ້ບັນລຸໝາກຜົນຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2019. ຈາກນີ້, ຍັງຈະມີວາລະປຶກສາຫາລືກ່ຽວກັບແຜນການລົງທຶນ, ແຜນງົບປະມານແຫ່ງລັດໃນປີ 2020 ນຳອີກ.

 

ในภาพอาจจะมี ผู้คนกำลังนั่ง, ตาราง และสถานที่ในร่ม

ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາລັດຖະມົນຕີ, ເຈົ້າແຂວງ, ຜູ້ຕາງໜ້າຈາກອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

 

ในภาพอาจจะมี สถานที่ในร่ม

ການດຳເນີນກອງປະຊຸມຄັ້ງນີ້ຄະນະຜູ້ແທນທີ່ເຂົ້າຮ່ວມທັງໝົດໄດ້ພ້ອມກັນຮັບຟັງການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 06 ເດືອນຕົ້ນປີ, ແຜນວຽກຈຸດສຸມ 06 ເດືອນທ້າຍປີ 2019, ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດປະຈຳປີ 2020 ຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020. ສະຫຼຸບຕີລາຄາສະພາບການຄຸ້ມຄອງເງິນຕາ 06 ເດືອນຕົ້ນປີ ແລະ ວຽກຈຸດສຸມຄຸ້ມຄອງເງິນ 06 ເດືອນທ້າຍປີ ແລະ ຕີລາຄາການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 02/ນຍ, ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ.

 

ในภาพอาจจะมี ผู้คนกำลังนั่ง และสถานที่ในร่ม

ທີ່ປະຊຸມຍັງຈະໄດ້ສະຫຼຸບລາຍງານຄວາມຄືບໜ້າຂອງການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມພ້ອມເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນ 06 ເດືອນທ້າຍປີ 2019 ນີ້.

 

ในภาพอาจจะมี สถานที่ในร่ม

ລັດຖະບານໄດ້ທົບທວນຄືນການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ, ວ້າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃນໄລຍະ 03 ປີ. ນອກຈາກນີ້, ບາງຂະແຫນງການ ກໍ່ຈະໄດ້ລາຍງານເພີ່ມການແກ້ໄຂວຽກງານພົ້ນເດັ່ນຈຳນວນໜຶ່ງຕາມວາລະທີ່ໄດ້ກຳນົດ.

 

ในภาพอาจจะมี หนึ่งคนขึ้นไป และข้อความ

ພິເສດ, ໃນກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນກອງປະຊຸມ ຊູກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພາຍໃຕ້ຫົວຂໍ້ “ການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ” ສັງເກດຕີລາຄາຄືນຜົນການເຄື່ອນໄຫວຕົວຈິງໃນໄລຍະຜ່ານມາ ພ້ອມທັງຊຸກຍູ້ໃຫ້ພາກທຸລະກິດເຂົ້າຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.