ລັດກຳນົດ! 3 ຂະແໜງການເປັນບູລິມະສິດ ພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່

59

ວຽກງານພັດທະນາຊັບພະຍາກອນມະນຸດ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນ ທັງເປັນຍຸດທະສາດໜຶ່ງໃນຂະບວນການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່. ສະນັ້ນ, ໃນໄລຍະຜ່ານມາ ພັກ-ລັດຖະບານໄດ້ເອົາໃຈໃສ່ເປັນພິເສດເຮັດໃຫ້ວຽກງານດັ່ງກ່າວໄດ້ຂະຫຍາຍຕົວໄປຕາມສະພາບຄວາມເປັນຈິງ ແລະ ທ່າອ່ຽງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມແຕ່ໄລຍະ ໂດຍໄດ້ກຳນົດເອົາ 6 ຍຸດທະສາດຫຼັກ ແລະ 3 ຍຸດທະສາດປິ່ນອ້ອມໃນການພັດທະນາ.

 

ในภาพอาจจะมี 4 คน, ผู้คนกำลังยืน และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ພັກ-ລັດຖະບານໄດ້ເອົາໃຈໃສ່ ແລະ ຖືວຽກງານພັດທະນາຊັບພະຍາກອນມະນຸດເປັນບູລິມະສິດ. ຊັບພະຍາກອນມະນຸດຖືເປັນປັດໄຈຕັດສິນການເຕີບໂຕຂອງເສດຖະກິດ-ສັງຄົມ ກໍ່ຄືປະເທດຊາດ. ໃນນັ້ນ, ຂະແໜງການບູລິມະສິດ ກໍ່ຄືຂະແໜງກະສິກຳ, ຄູ ແລະ ພະຍາບານ ຖືກຈັດເປັນບຸລິມະສິດຫຼັກ ເຊິ່ງຂະແໜງດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ໃນທົ່ວປະເທດໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ຍົກລະດັບຜົນການຜະລິດ, ການເຂົ້າເຖິງການສຶກສາ ແລະ ບໍລິການສຸຂະພາບຢ່າງທົ່ວເຖິງ.

 

ในภาพอาจจะมี หนึ่งคนขึ้นไป, พื้นหญ้า, ท้องฟ้า, ต้นพืช, ต้นไม้, เด็ก, สถานที่กลางแจ้ง และธรรมชาติ

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ໃນໄລຍະຜ່ານມາ ພັກ ແລະ ລັດຖະບານໄດ້ມີນະໂຍບາຍສຸມໃສ່ການຊຸກຍູ້ສົ່ງເສີມ ໃຫ້ຜູ້ທີ່ຮຽນຈົບການສຶກສາສາມັນຊັ້ນຕົ້ນ ມ. ຕົ້ນ, ມ ປາຍ ແລະ ທຽບເທົ່າໄດ້ມີໂອກາດສຶກສາຕໍ່ໃນສາຍວິຊາຊີບ ແລະ ວິຊາສະເພາະລະດັບຕ່າງໆຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງ ໂດຍສະເພາະສົ່ງເສີມຜູ້ຮຽນດີ-ຮຽນເກັ່ງ, ນັກຮຽນທີ່ມີພອນສະຫວັນ, ມີຄວາມສາມາດພິເສດ, ຜູ້ດ້ອຍໂອກາດ, ຊົນເຜົ່າ, ພິການ ແລະ ເພດຍິງ ໂດຍໃຫ້ມີໂອກາດເຂົ້າເຖິງການສຶກສາວິຊາຊີບ ແລະ ການສຶກສາຊັ້ນສູງ ດ້ວຍການອຸດໝູນເບ້ຍລ້ຽງ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນອື່ນໆ ຕາມຄວາມສາມາດຕົວຈິງຂອງລັດຖະບານ.

ในภาพอาจจะมี 2 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ສະນັ້ນ, ເພື່ອເຮັດໃຫ້ວຽກງານການພັດທະນາຊັບພະຍາກອນມະນຸດດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ດັ່ງນັ້ນ, ໃນປີ 2013 ຈຶ່ງໄດ້ມີການແຕ່ງຕັ້ງຄະນະກໍາມະທິການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ (ຄຊພຊ) ແລະ ກອງເລຂາຂຶ້ນ ໂດຍມີທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານ ໂດຍກຳນົດຍຸດທະສາດຊັບພະຍາກອນມະນຸດແຫ່ງຊາດຮອດປີ 2025 ທີ່ໄດ້ຖືກຮັບຮອງຈາກລັດຖະບານໃນວັນທີ 26 ເມສາ 2016 ເຊິ່ງປະກອບມີ 6 ຍຸດທະສາດຫຼັກ ແລະ 3 ຍຸດທະສາດປິ່ນອ້ອມຄື:

ในภาพอาจจะมี 9 คน, ผู้คนกำลังยืน

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ເພີ່ມທະວີວຽກງານການເມືອງ-ແນວຄິດ ເຮັດໃຫ້ປະຊາຊົນເຊື່ອໝັ້ນອຸດົມການສັງຄົມນິຍົມ; ກໍ່ສ້າງ ແລະ ຄຸຸ້ມຄອງພະນັກງານ-ລັດຖະກອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ພັດທະນາຄວາມຮູ້ພື້ນຖານດ້ານການສຶກສາ ແລະ ທັກສະວິຊາຊີບ; ສົ່ງເສີມສຸຂະພາບ ແລະ ພາລະນາໄມສົມບູນໃຫ້ທົ່ວປວງຊົນ; ພັດທະນາກຳລັງແຮງງານ ແລະ ເພີ່ມພູນຜະລິດຕະພາບແຮງງານເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານແຕ່ລະໄລຍະ ແລະ ອະນຸລັກ, ສົ່ງເສີມຄຸນຄ່າດ້ານວັດທະນະທຳອັນດີງາມຂອງຊາດໃຫ້ທົ່ວປວງຊົນ.

 

ในภาพอาจจะมี ท้องฟ้า, พื้นหญ้า, สถานที่กลางแจ้ง และธรรมชาติ

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ນອກຈາກບັນດາຍຸດທະສາດທີ່ໄດ້ກ່າວມາຂ້າງເທິງແລ້ວ ຍັງມີຍຸດທະສາດອື່ນໆ ທີ່ຕິດພັນກັບວຽກງານການພັດທະນາຊັບພະຍາກອນມະນຸດເຊັ່ນ: ປົກປ້ອງປະຊາຊາກອນຈາກຄວາມສ່ຽງທີ່ຮ້າຍແຮງຕ່າງໆ ຂອງການປ່ຽນແປງດິນຟ້າອາກາດ, ໄພພິບັດຈາກທຳມະຊາດ ແລະ ມະນຸດສ້າງຂຶ້ນ; ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ ໂດຍເພີ່ມບົດບາດຂອງແມ່ຍິງໃນວຽກງານນຳພາ-ຄຸ້ມຄອງ ແລະ ມີສ່ວນຮ່ວມຂອງແມ່ຍິງ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ການສົ່ງເສີມຮ່ວມມືພັດທະນາຊັບພະຍາກອນມະນຸດກັບພາກພື້ນ ແລະ ສາກົນ.