ໃຫ້ກໍາລັງໃຈ ໜຸ່ມ ບີ້ ໄຊຍະສິດ ຕົວແທນປະເທດລາວ ປະກວດ ມິສເຕີອິນເຕີເນຊັນແນວຍູນິເວີສ 2019

61

ອີກໜຶ່ງເວທີປະກວດຊາຍໜຸ່ມຈາກຫຼາຍປະເທດມາລວມຕົວກັນ ເພື່ອໂຊບຸກຂະລິກກະພາບດີ ຄວາມສາມາດຫຼາກຫຼາຍ ລວມທັງການເຜີຍແຜ່ວັດທະນະທໍາຮີດຄອງປະເພນີອັນດີງາມຂອງປະເທດນັ້ນໆໃຫ້ໄດ້ຮູ້ກັນ ກັບເວທີ ມິສເຕີອິນເຕີເນຊັນແນວຍູນິເວີສ 2019 (Mister National Universe 2019)

ລາວເຮົາເອງ ກໍໄດ້ ບີ້ ຫຼື ໄຊຍະສິດ ສຸລິຍະເຕັນ ອາຍຸ 31 ປີ, ຈາກບ້ານ ແສງສະຫວ່າງ, ເມືອງ ໄຊເຊດຖາ, ນະຄອນຫລວງວຽງຈັນ, ຈົບການສຶກສາໃນລະດັບປະລິນຍາຕີ, ສາຂາວິຊາບໍລິຫານທຸລະກິດ, ຈາກວິທະຍາໄລເອີຣົບ-ອາຊີ ເປັນຕົວແທນປະເທດເຂົ້າຮ່ວມປະກວດ.

ແລະໄດ້ເດີນທາງໄປ ຈັງຫວັດ ຫົວຫີນ ປະເທດໄທ ໃນວັນທີ 24 ມິຖຸນາ 2019 ຜ່ານມາ ເພື່ອເກັບຕົວກັບໜຸ່ມໆອີກ 18 ປະເທດ ກ່ອນຈະເລີ່ມມີການປະກວດຢາງເປັນທາງການ ໃນວັນທີ 1 ກໍລະກົດນີ້.

ທ້າວ ບີ້ ໄຊຍະສິດ ເຜີຍວ່າ: ໃນນາມຕົວແທນຂອງປະເທດລາວຈຸດເດັ່ນຫລັກທີ່ຕົນເອງຈະນຳໄປສະເໜີຕໍ່ເວທີສາກົນນັ້ນກໍ່ຄືຊຸດປະຈຳຊາດທີ່ມີຊື່ວ່າ : “ມະຫານະທີແດນຈໍາປາ” ຫຼື “ສຽງແຄນ ແດນສີທັນດອນ” ເປັນຊຸດທີ່ມີຄວາມໝາຍກ່ຽວພັນກັບການດຳລົງຊີວິດຂອງປະຊາຊົນລາວຕາມລຸ່ມແມ່ນໍ້າຂອງນັ້ນກໍ່ຄືການຫາປາ ຄາດຫວັງວ່າ ຊຸດດັ່ງກ່າວນີ້ຈະເປັນສ່ວນໜຶ່ງໃນການເຜີຍແຜ່ວັດທະນະທຳລາວໃຫ້ສາກົນໄດ້ຮູ້ຈັກຫລາຍຍິ່ງໆຂຶ້ນ ແລະ ບີ້ຈະຖ່າຍທອດເລື່ອງລາວ ວັດທະນະທໍາຂອງລາວເຮົາອອກສູ່ສາຍຕາຂອງມວນຊົນທຸກຄົນໃຫ້ໄດ້ເຫັນໄດ້ຮູ້ຢ່າງເຕັມທີ່ ແລະ ດີທີ່ສຸດ

ແນວໃດກໍຊ່ວຍຕິດຕາມ ແລະ ເປັນກໍາລັງໃຈໃຫ້ ບີ້ ແນ່ເດີ້!!!