ອຸທິຍານແຫ່ງຊາດຫີນໜາມໜໍ່ມີຄວາມເປັນໄປໄດ້ສູງທີ່ຈະຖືກຮັບຮອງເປັນແຫຼ່ງມໍລະດົກໂລກແຫ່ງຕໍ່ໄປ

91

ເມື່ອບໍ່ດົນມານີ້ ໄດ້ມີພິທີສະຫຼຸບລາຍງານຜົນສຳເລັດເບື້ອງຕົ້ນຂະບວນການນໍາສົ່ງເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ແຂວງຄຳມ່ວນເຂົ້າເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍລະດົກໂລກທາງທຳມະຊາດ ແຂວງກວາງບິ່ງ ສສ ຫວຽດນາມ.

May be an image of 13 people and text

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໃນນາມຜູ້ປະຈຳການ ຂອງຄະນະກຳມະການຄຸ້ມຄອງມໍລະ ດົກແຫ່ງຊາດລາວໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນສູນມໍລະດົກໂລກກຳລັງຄົ້ນຄວ້າເພື່ອສົ່ງຄະນະຊ່ຽວຊານກ່ຽວຂ້ອງເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອກວດກາອົງປະກອບມໍລະດົກໂລກຢູ່ແຫຼ່ງມໍລະດົກອຸທິຍານແຫ່ງຊາດຫີນໜາມໜໍ່ຕາມທີ່ໄດ້ກຳນົດໄວ້ໃນເອກະສານຄຳຮ້ອງ ຊຶ່ງຄະນະຊ່ຽວຊານດັ່ງກ່າວອາດເດີນທາງມາ ສປປ ລາວ ໃນລະຫວ່າງເດືອນສິງຫາ ຫາ ເດືອນຕຸລາ2024 ນີ້ ແລະ ຖ້າແຫຼ່ງມໍລະດົກຜ່ານການກວດກາຂອງຄະນະກຳມະການທີ່ປຶກສາ ແລະ ບັນດາຄະນະກຳມະການມໍລະດົກໂລກໃນກອງປະຊຸມຄະນະກຳມະການມໍລະດົກໂລກຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນມິຖຸນາ-ກໍລະກົດ 2025, ອຸທິຍານແຫ່ງຊາດຫີນໜາມໜໍ່ຈະກາຍເປັນແຫຼ່ງມໍລະດົກໂລກທາງທຳມະຊາດແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍລະດົກໂລກທາງທຳມະຊາດຂອງ ສສ ຫວຽດນາມ.

May be an image of 1 person, dais and text that says 'พงงขายๆ 08 ผิดสะพา 202 succession of submission proces Phong 8 Ma'
ທ່ານ ວັນສີ ກົວມົວກ່າວຕື່ມວ່າ: “ຜົນສໍາເລັດຄັ້ງນີ້ແມ່ນບາດກ້າວທີ່ສຳຄັນອັນໜຶ່ງໃນການອະນຸລັກ ແລະ ການຮັບຮູ້ຄຸນຄ່າອັນໂດດເດັ່ນຂອງອຸທິຍານແຫ່ງຊາດຫີນໜາມໜໍ່ຂອງ ສປປ ລາວ.” ອຸທິຍານແຫ່ງຊາດຫີນໜາມໜໍ່ໄດ້ຖືກຮັບຮູ້ໃຫ້ເປັນສະຖານທີ່ສຳຄັນລະດັບໂລກແຫ່ງໜຶ່ງດ້ານການອະນຸລັກຊີວະນາພັນ ໂດຍອີງຕາມຄຸນລັກສະນະຂອງທີ່ຢູ່ອາໄສຂອງສັດປ່າ ແລະ ປ່າໄມ້, ຄຸນລັກສະນະອັນໂດດເດັ່ນທາງທໍລະນີວິທະຍາ ແລະ ຄວາມຫຼາກຫຼາຍຂອງບັນດາສັດ ແລະ ພັນພືດລວມທັງສາຍພັນທີ່ຖືກຄຸກຄາມໃກ້ຈະສູນພັນ, ສາຍພັນທີ່ມີສະເພາະຖິ່ນ ແລະ ສາຍພັນສັດສະເພາະທີ່ມີໃນເຂດປ່າຫີນປູນ. ດັ່ງນັ້ນ, ການຍົກລະດັບຂຶ້ນເປັນສະຖານທີ່ມໍລະດົກໂລກຂອງອົງການອຸຍແນັສໂກ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການອະນຸລັກລະບົບນິເວດວິທະຍາທີ່ມີເອກະລັກສະເພາະແຫ່ງນີ້.
ຂ່າວ: ປະຊາຊົນ